ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ໄດ້ຮັບຄວາມກົດດັນຄັ້ງໃໝ່ ຈາກການທົດ ລອງລະເບີດ ນິວເຄລຍ ຂອງ ເກົາຫຼີເໜືອ


ຜູ້ຊາຍຄົນໜຶ່ງເບິ່ງລາຍການຂ່າວໂທລະພາບ ທີ່ລາຍງານ
ເຖິງການທົດລອງລະເບີດ ນິວເຄລຍຂອງ ເກົາຫຼີເໜືອ ໃນ
ສະຖານີລົດໄຟໂຊລ, ນະຄອນຫຼວງ ໂຊລ, ເກົາຫຼີເໜືອ. 9 ກັນຍາ, 2016.
ຜູ້ຊາຍຄົນໜຶ່ງເບິ່ງລາຍການຂ່າວໂທລະພາບ ທີ່ລາຍງານ ເຖິງການທົດລອງລະເບີດ ນິວເຄລຍຂອງ ເກົາຫຼີເໜືອ ໃນ ສະຖານີລົດໄຟໂຊລ, ນະຄອນຫຼວງ ໂຊລ, ເກົາຫຼີເໜືອ. 9 ກັນຍາ, 2016.

ສະຫະລັດ ແລະ ບັນດາພັນທະມິດຂອງຕົນ ໄດ້ຕອບໂຕ້ຕໍ່ການດຳເນີນການທົດລອງລະ ເບີດນິວເຄລຍລູກທີ 5 ຂອງ ເກົາຫຼີເໜືອ ໃນວັນສຸກທີ່ຜ່ານມາ ດ້ວຍການຮຽກຮ້ອງໃຫ້ ເອົາມາດຕະການລົງທົດໃໝ່, ແຕ່ ຈີນ ໄດ້ສືບຕໍ່ໃຫ້ສັນຍານທີ່ບໍ່ຈະແຈ້ງ ກ່ຽວກັບວ່າພວກ ເຂົາເຈົ້າຈະສະໜັບສະໜູນການດຳເນີນການລົງໂທດເພີ່ມເຕີມຕໍ່ພັນທະມິດດັ້ງເດີມຂອງ ພວກເຂົ້າເຈົ້າ ຫຼື ບໍ່.

ໃນການຕອບໂຕ້ຕໍ່ລາຍງານທີ່ວ່າ ພຽງຢາງ ອາດໄດ້ວາງແຜນການທົດລອງອີກຄັ້ງໜຶ່ງ ແລ້ວນັ້ນ, ກະຊວງປ້ອງກັນປະເທດຂອງ ເກົາຫຼີໃຕ້ ໄດ້ກ່າວໃນວັນຈັນມື້ນີ້ວ່າ ເກົາຫຼີເໜືອ ມີຄວາມສາມາດ ແລະ ມີອຸໂມງທີ່ບໍ່ໄດ້ໃຊ້ ເພື່ອທຳການທົດລອງ ຢູ່ຕາມພູຂອງສະຖານ ທີ່ການທົດລອງຂອງພວກເຂົາເຈົ້າ.​

ໂຄສົກກະຊວງປ້ອງກັນປະເທດ ເກົາຫຼີໃຕ້ ທ່ານ Moon Sang-gyun ໄດ້ກ່າວວ່າ “ໃນ ເລື່ອງຄວາມເປັນໄປໄດ້ໃນການທົດລອງລະເບີດນິວເຄລຍເພີ່ມເຕີມຂອງ ເກົາຫຼີເໜືອ ນັ້ນ, ບັນດາເຈົ້າໜ້າທີ່ສືບລັບຂອງລັດຖະການໄດ້ປະເມີນວ່າ ພວກເຂົາເຈົ້າມີຄວາມ ພ້ອມຕະຫຼອດເວລາທີ່ຈະດຳເນີນການທົດລອງລະເບີດນິວເຄລຍເພີ່ມເຕີມ.”

ກອງທັບ ສະຫະລັດ ຈະນຳເອົາເຮືອບິນຖິ້ມລະເບີດ B-1B ຈາກເກາະ Guam ໄປ ເກົາຫຼີ ໃຕ້ ເພື່ອສະແດງເຖິງແສນຍານຸພາບ, ແຕ່ການສົ່ງເຮືອບິນລຳດັ່ງກ່າວນັ້ນໄດ້ຖືກເລື່ອນ ອອກໄປຍ້ອນສະພາບອາກາດທີ່ບໍ່ດີ.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-hye ໄດ້ຈັດກອງປະຊຸມສຸກເສີນໃນ ວັນຈັນມື້ນີ້ ກັບບັນດາຫົວໜ້າຈາກພັກ Saenuri ທີ່ກຳລັງປົກຄອງປະເທດຂອງທ່ານນາງ ເອງ ແລະ ພັກຝ່າຍຄ້ານທີ່ສຳຄັນ 2 ພັກ, ໄດ້ແກ່ພັກ Minjoo ແລະ ພັກເພື່ອປະຊາຊົນ ເພື່ອຮຽກຮ້ອງເອົາຄວາມສະມັກຄີ ໃນການຕອບໂຕ້ຕໍ່ໄພຂົ່ມຂູ່ທີ່ຂະຫຍາຍຕົວຂຶ້ນຂອງ ເກົາຫຼີເໜືອ ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

North Korea Nuclear
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG