ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຝຶກຊ້ອມທາງທະເລ ຢູ່ເກົາຫຼີໃຕ້


ເຮືອບິນເຮລີຄອບເຕີ້ Apache ລຳນຶ່ງຂອງສະຫະລັດ ຍິງຈະຫຼວດ ໃນລະຫວ່າງການຊ້ອມລົບຮ່ວມກັບ ເກົາຫຼີໃຕ້ ໃກ້ໆເຂດປອດທະຫານ ທີ່ແບ່ງສອງເກົາຫຼີ ອອກຈາກກັນ (13 ຕຸລາ 2010)
ເຮືອບິນເຮລີຄອບເຕີ້ Apache ລຳນຶ່ງຂອງສະຫະລັດ ຍິງຈະຫຼວດ ໃນລະຫວ່າງການຊ້ອມລົບຮ່ວມກັບ ເກົາຫຼີໃຕ້ ໃກ້ໆເຂດປອດທະຫານ ທີ່ແບ່ງສອງເກົາຫຼີ ອອກຈາກກັນ (13 ຕຸລາ 2010)

ເກົາຫຼີໃຕ້ພວມເປັນເຈົ້າພາບຈັດການຝຶກຊ້ອມທາງທະເລ ທີ່ມີຫຼາຍໆປະເທດເຂົ້າຮ່ວມ ແນໃສ່ເພື່ອສະກັດກັ້ນການ ໂອນຫຼືສົ່ງອາວຸດ ທີ່ມີອະນຸພາບຮ້າຍແຮງ.

ການຝຶກຊ້ອມເປັນເວລາ 2 ມື້ ທີ່ຈັດຂຶ້ນຢູ່ນອກເມືອງທ່າ ປູຊານທາງພາກໃຕ້ຂອງປະເທດດັ່ງກ່າວແມ່ນເທື່ອທຳອິດ ທີ່ເກົາຫຼີໃຕ້ເປັນເຈົ້າພາບ ນັບແຕ່ໄດ້ເຂົ້າຮ່ວມຄວາມຄິດລິ ເລີ້ມວ່າດ້ວຍຄວາມປອດໄພໃນການປ້ອງກັນການແຜ່ຜາຍ ອາວຸດທີ່ມີອະນຸພາບຮ້າຍແຮງ ຫຼື PSI ພາຍໃຕ້ການນຳ ພາຂອງສະຫະລັດ ໃນປີກາຍ. ມີ 14 ປະເທດເຂົ້າຮ່ວມ ການຝຶກຊ້ອມໃນຄັ້ງນີ້ ຮວມທັງສະຫະລັດ ຍີ່ປຸ່ນ ແລະອອສເຕຣເລຍ.

ໃນຂັ້ນຕົ້ນເກົາຫຼີໃຕ້ຍັງມີຄວາມລັງເລໃຈທີ່ຈະເຂົ້າຮ່ວມອົງ
ການ PSI ແຕ່ໄດ້ປ່ຽນໃຈ ຫຼັງຈາກເກົາຫຼີເໜືອໄດ້ທົດ
ລອງອາວຸດນິວເຄລຍລູກທີ 2. ກຸງໂຊລໄດ້ຕົກລົງເປັນເຈົ້າພາບ ຈັດການຝຶກຊ້ອມໃນປີນີ້
ລຸນຫຼັງທີ່ກຳປັ່ນລົບ Cheonan ຂອງຕົນໄດ້ຫຼົ້ມ ໃນເດືອນມີນາຜ່ານມາ ທີ່ເກົາຫຼີໃຕ້ຖິ້ມ ໂທດໃສ່ເກົາຫຼີເໜືອນັ້ນ.

ພຽງຢາງໄດ້ປະຕິເສດວ່າ ຕົນບໍ່ມີສ່ວນພົວພັນໃດໆໃນການເຮັດໃຫ້ກຳປັ່ນລົບຂອງເກົາຫຼີໃຕ້ ຫຼົ້ມແລະເວົ້າວ່າ ການເຂົ້າຮ່ວມໃນອົງການ PSI ຂອງເກົາຫຼີໃຕ້ ແມ່ນເທົ່າກັບເປັນການ “ປະກາດສົງຄາມ”.

XS
SM
MD
LG