ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີໃຕ້ ໄວ້ອາໄລ ຫຼັງຈາກການຢຽບກັນຕາຍວັນ ຮາໂລວີນ ໃນເຂດ ອີແຕວອນ ຂອງນະຄອນຫຼວງ ໂຊລ


ເຈົ້າຄອງນະຄອນຫຼວງ ໂຊລ ທ່ານ ໂອ ເຊ-ຮູນ ສະແດງຄວາມເຄົາລົບ​ຕໍ່ຜູ້ເຄາະຮ້າຍຢູ່ສະຖານທີ່ເກີດເຫດຢຽບກັນຕາຍໃນນະຄອນຫຼວງ ໂຊລ໌, 30 ຕຸລາ 2022,
ເຈົ້າຄອງນະຄອນຫຼວງ ໂຊລ ທ່ານ ໂອ ເຊ-ຮູນ ສະແດງຄວາມເຄົາລົບ​ຕໍ່ຜູ້ເຄາະຮ້າຍຢູ່ສະຖານທີ່ເກີດເຫດຢຽບກັນຕາຍໃນນະຄອນຫຼວງ ໂຊລ໌, 30 ຕຸລາ 2022,

ປະຊາຊົນ ເກົາຫຼີໃຕ້ ແມ່ນກຳລັງຊອກຫາຄຳຕອບໃນຂະນະທີ່ປະເທດໄວ້ອາໄລ ຫຼັງຈາກປະຊາຊົນຫຼາຍກວ່າ 150 ຄົນ ໄດ້ເສຍຊີວິດ ໃນການຢຽບກັນຕາຍ ໃນລະຫວ່າງບຸນເທດສະການ ຮາໂລວີນ ໃນເຂດທີ່ມີການສະຫຼອງງານປາຕີ້ ທີ່ໄດ້ຮັບຄວາມນິຍົມກັນ.

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ 82 ຄົນກໍໄດ້ຮັບບາດເຈັບໃນເຫດການຂອງຄືນວັນ ເສົາທີ່ຜ່ານມາໃນເຂດ ອີແຕວອນ ຂອງນະຄອນຫຼວງ ໂຊລ, ເຊິ່ງເຕັມໄປດ້ວຍ ຝູງຄົນກ່ອນວັນພັກວັນຈັນມື້ີນີ້.

ມັນເປັນເຫດການ​ແອອັດກັນຕາຍທີ່​ຮ້າຍ​ແຮງທີ່ສຸດໃນປະຫວັດສາດຂອງ ເກົາຫຼີ​ໃຕ້. ບັນດາເຈົ້າໜ້າທີ່ເວົ້າວ່າ ຜູ້ເຄາະຮ້າຍສ່ວນໃຫຍ່ແມ່ນຊາວໜຸ່ມທີ່ມີອາຍຸສີບປາຍ ແລະ ຊາວປາຍປີ.

ມັນບໍ່ເປັນທີ່ຈະແຈ້ງໃນທັນທີວ່າ ແມ່ນຫຍັງໄດ້ກໍ່ໃຫ້ເກີດການຢຽບກັນຕາຍ, ເຊິ່ງໄດ້ເລີ່ມຂຶ້ນໃນຮ່ອມທາງເຂົ້າໄປໃນສະຖານທີ່ບັນເທີງແຫ່ງນຶ່ງ.

ປະທານາທິບໍດີິ ເກົາຫຼີໃຕ້ ທ່ານ ຢູນ ຊຸກ ຢອລ, ເຊິ່ງຫ້ອງການຂອງທ່ານແມ່ນ ຕັ້ງຢູ່ໃກ້ເຂດ ອີແຕວອນ ນັ້ນ, ໄດ້ປະກາດໄລຍະການໄວ້ອາໄລແຫ່ງຊາດ ສຳ ລັບເຫດການດັ່ງກ່າວນັ້ນ. ທ່ານໄດ້ກ່າວວ່າ ບູລິມະສິດສູງສຸດກໍແມ່ນພິຈາລະນາ ສາເຫດຂອງການຢຽບກັນຕາຍ ສະນັ້ນຈຶ່ງສາມາດຫຼີກລ່ຽງເຫດການໃນອະນາ ຄົດໄດ້.

ເຂດອີແຕວອນ, ເຊິ່ງຕັ້ງຢູ່ໃຈກາງນະຄອນຫຼວງ ໂຊລ ນັ້ນ, ແມ່ນເຕັມໄປດ້ວຍ ໄນຄລັບ ແລະ ບາຕ່າງໆ ທີ່ໄດ້ຮັບຄວາມນິຍົມ ຈາກຄົນຕ່າງປະເທດ ແລະ ທ້ອງຖິ່ນ.

ເຂດດັ່ງກ່າວແມ່ນເຕັມໄປດ້ວຍນັກທ່ຽວງານສັງສັນ ສະເຫຼີມສະຫຼອງວັນ ຮາໂລວີນ, ເຊິ່ງດັ້ງເດີມແລ້ວຈະດຶງດູດຝູງຄົນທີ່ໃຫຍ່ທີ່ສຸດ ແລະ ມີຊີວິດຊີວາ ທີ່ສຸດຂອງເຂດ ອີແຕວອນ ໃນປີ. ຝູງຄົນດັ່ງກ່າວແມ່ນໃຫຍ່ເປັນພິເສດ ໃນປີນີ້, ໃນເມື່ອມັນເປັນວັນ ຮາໂລວີນ ຄັ້ງທຳອິດ ຫຼັງຈາກມາດຕະການຫ້າມແຍກປ່ຽວ ໂຄວິດ-19 ຖືກຍົກເລີກ. ສື່ມວນຊົນທ້ອງຖິ່ນໄດ້ກະປະມານວ່າ ປະຊາຊົນ 100,000 ຄົນໄດ້ເຕົ້າໂຮມກັນໃນເຂດດັ່ງກ່າວ.

ວິດີໂອທີ່ຖືກເຜີຍແຜ່ອອນໄລນ໌ ໄດ້ສະແດງໃຫ້ເຫັນຜູ້ໄປງານດັ່ງກ່າວໄດ້ແອອັດກັນຢູ່ໃນທາງຍ່າງແຄບໆ, ໃນຂະນະທີ່ຝູງຄົນໄດ້ເຄື່ອນໄປໜ້າຢ່າງຊ້າໆ, ຫຼາຍ ຮ້ອຍຄົນແມ່ນໄດ້ຕິດຄ້າງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG