ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນໍາເກົາຫລີໃຕ້ ຈະໄປຢ້ຽມຢາມ ພາກຕາເວັນອອກກາງ ເພື່ອຫາແຫລ່ງນໍ້າມັນໃໝ່ ແທນອີຣ່ານ


ລັດຖະມົນຕີການເງິນ ເກົາຫລີໃຕ້ ທ່ານ Bahk Jae-wan ຕອບຄໍາຖາມຂອງບັນດາສື່ມວນຊົນ ກ່ຽວກັບການຊອກຊື້ນໍ້າມັນດິບ ຈາກປະເທດຕາເວັນອອກກາງ ຢູ່ທີ່ກຸງໂຊລ ໃນວັນຈັນທີ 30 ມັງກອນ 2012.
ລັດຖະມົນຕີການເງິນ ເກົາຫລີໃຕ້ ທ່ານ Bahk Jae-wan ຕອບຄໍາຖາມຂອງບັນດາສື່ມວນຊົນ ກ່ຽວກັບການຊອກຊື້ນໍ້າມັນດິບ ຈາກປະເທດຕາເວັນອອກກາງ ຢູ່ທີ່ກຸງໂຊລ ໃນວັນຈັນທີ 30 ມັງກອນ 2012.

ເກົາຫລີໃຕ້ ປະກາດ​ໃນ​ວັນ​ຈັນ​ນີ້
ວ່າ ປະທາ​ນາ​ທິບໍດີ Lee
Muang-bak ​ຈະ​ເດີນທາງໄປ
ຢ້ຽມຢາມ​ ຫລາຍໆປະ​ເທດ
ຜະລິດ​ນໍ້າ​ມັນ​ໃນ​ພາກຕາ​ເວັນ
ອອກ​ກາງໃນເດືອນກຸ​ມພາໃນ
ຄວາມ​ພະຍາຍາມເພື່ອຊອກ
ຫາແຫ​ລ່ງນໍ້າມັນອື່ນໆມາ​
ທົດແທນ​ນໍ້າ​ມັນ​ຈາກອິຣ່ານ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ່ານ Lee ​
ຈະ​ໄປ​ຢ້ຽມ​ຢຽມປະ​ເທດ​ເທີກີ
ກ່ອນ ​ແລ້ວ​ຕໍ່​ໄປ​ຍັງ ຊາ​ອຸ​ດີ
ອາ​ເຣ​ເບຍ ກາ​ຕ້າ ​ແລະສະຫະ
ລັດ​ອາຣັບ​ເອ​ມເຣັສ ​ເປັນ​ເວລາ​
ນຶ່ງ​ອາທິດ​ເຕັມ ຊຶ່ງ​ຈະ​ເລີ້ມແຕ່
ວັນ​ເສົາ​ຈະ​ມາ​ເຖິງ​ນີ້.

ທໍານຽບປະທານາທິບໍດີ​ກ່າວ​ວ່າ
ການ​ເດີນ​ທາ​ງຄັ້ງ​ນີ້ ຈະ​ຊ່ວຍ​ໃຫ້
ເກົາຫລີ​ໃຕ້ ​ໄດ້​ຮັບ​ຊັບພະ​ຍາ
ກອນ​ພະ​ລັງ​ງານ​ຢ່າງ​ສະໝໍ່າ
ສະ​ເໝີ. ​ເກົາຫລີ​ໃຕ້ກໍາລັງ​ຕຽມ
ຕົວ​ທີ່​ຈະ​ລົດ​ ການນໍາເຂົ້ານໍ້າມັນດິບຈາກອີຣ່ານ ນັ້ນ​ລົງ​ເພື່ອ​ປະຕິບັດ​ຕາມການລົງ​ໂທດ
ຕໍ່​ອິຣ່ານ ພາຍ​ໃຕ້ການນໍາພາ ຂອງສະຫະລັດນັ້ນ.

ສະ​ຫະລັດ ​ໄດ້ກົດ​ດັນ​ໃຫ້​ບັນດາ​ປະ​ເທດ​ອາ​ເຊຍ ເຂົ້າຮ່ວມກັບສະຫະພາບ​ຢູ​ໂຣບ ​ໃນ​ການ​
ຕັດ​ການ​ນໍາ​ເຂົ້ານໍ້າ​ມັນ​ດິບຈາກອີຣ່ານນັ້ນ​ລົງ ​ເພື່ອ​ເປັນ​ການບີບ​ບັງຄັບ​ໃຫ້ອີຣ່ານຍຸດ​ຕິ​ຄວາມ
ພະຍາຍາມ​ທີ່​ຈະພັດທະນາ​ ອາວຸດ​ນີວ​ເຄລຍນັ້ນ.

XS
SM
MD
LG