ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການລະບາດ ຂອງ ເຊື້ອພະຍາດ MERS ເປັນການເຕືອນ ນາໆຊາດ "ໃຫ້ຕື່ນຂຶ້ນ"


ພະນັກງານສາທາລະນະສຸກ ເກົາຫຼີໃຕ້ ພາກັນໃສ່ໜ້າກາກປ້ອງກັນ ຕໍ່ຕ້ານເຊື້ອໄວຣັສ MERS ໃນຂະນະລໍຖ້າກວດອຸນຫະພູມ ຜູ້ເຂົ້າໄປກວດພະຍາດ ຢູ່ທີ່ສະຖານທີ່ ບໍລິການກວດສອບ ສຳຫລັບພົນລະເຮືອນ ໃນນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້ ເມື່ອວັນເສົາ ທີ 13 ມີຖຸນາ 2015.
ພະນັກງານສາທາລະນະສຸກ ເກົາຫຼີໃຕ້ ພາກັນໃສ່ໜ້າກາກປ້ອງກັນ ຕໍ່ຕ້ານເຊື້ອໄວຣັສ MERS ໃນຂະນະລໍຖ້າກວດອຸນຫະພູມ ຜູ້ເຂົ້າໄປກວດພະຍາດ ຢູ່ທີ່ສະຖານທີ່ ບໍລິການກວດສອບ ສຳຫລັບພົນລະເຮືອນ ໃນນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້ ເມື່ອວັນເສົາ ທີ 13 ມີຖຸນາ 2015.

ອົງການ​ອະນາ​ໄມ​ໂລກ ຫຼື WHO ກ່າວ​ໃນ​ວັນ​ພຸດ​ມື້​ນີ້ ວ່າ ການ
ລະບາດ ​ຂອງໂຣກລະບົບຫາຍໃຈອັກເສບຮ້າຍແຮງ ຈາກພາກ
ຕາເວັນອອກກາງ ຫຼື MERS ຢູ່​ໃນ​ເກົາຫຼີ​ໃຕ້​ນັ້ນ ສະ​ແດງ​ໃຫ້​ເຫັນ
ເຖິງຄວາມ​ຈຳ​ເປັນອັນຮີບ​ດ່ວນ​ ທີ່ນາໆ​ຊາດ​ຈະຕ້ອງ ​ມີ​ຄວາມ​ພ້ອມ
ຕື່ມຂຶ້ນ ເພື່ອ​ຕໍ່ສູ້ກັບ​ພະຍາດ​ຕິດ​ແປດ​ດັ່ງກ່າວ.

​ໃນ​ຖະ​ແຫລ​ງການສະບັບ​ນຶ່ງ WHO ກ່າວ​ວ່າ “ການລະບາດ​ນີ້
​ແມ່ນ​ເປັນ​ການ​ເຕືອນ​ໃຫ້​ຕື່ນ​ຂຶ້ນ ​ແລະ ສະ​ແດງ​ໃຫ້​ເຫັນ​ວ່າ
ຢູ່​ໃນ​ໂລກ​ ທີ່​ມີ​ການຕິດຕໍ່ໄປມາ ຢ່າງ​ວ່ອງ​ໄວນີ້ ທຸກໆ​
ປະ​ເທດ ​ຄວນມີ​ຄວາມ​ພ້ອມ​ຢູ່​ສະ​ເໝີ ເພື່ອ​ຮັບມືກັບການ
ລະບາ​ດຢ່າງບໍ່ຄາດຝັນ ທີ່​ອາດ​ເປັນ​ໄປ​ໄດ້​ ແບບ​ນີ້ ​ແລະ ພະຍາດ​ຕິດ​ແປດ​ ທີ່​
ຮ້າຍ​ແຮງອື່ນໆອີກດ້ວຍ.”

​ແຕ່ ອົງການ​ດັ່ງກ່າວ​ທີ່​ມີ​ຫ້ອງການ​ຕັ້ງຢູ່ ນະຄອນ Geneva ກ່າວ​ວ່າ ຕົນ​ບໍ່​ຄິດ​ວ່າ​ ການ
ລະບາດ​ຂອງ​ພະຍາດ MERS ​ເປັນ​ເລື້ອງ ສຸກ​ເສີນ ດ້ານສາທາລະນະສຸກ ທີ່ນາໆ​ຊາດ
ຄວນກັງວົນ​ ຍ້ອນການ​ປະຕິບັດ​ງານ​ຄວບ​ຄຸມພະຍາດ​ດັ່ງກ່າວ ຢ່າງ​ວ່ອງ​ໄວຂອງ​ເກົາຫຼີ​ໃຕ້.

ກະຊວງ​ສາທາລະນະ​ສຸກ​ເກົາຫຼີ​ໃຕ້ ລາຍ​ງານ​ໃນ​ວັນ​ພຸດ​ມື້​ນີ້ ກ່ຽວກັບ ການ​ເສຍ​ຊີວິດ ຂອງ
ຜູ້ປ່ວຍຍ້ອນ​ພະຍາດ MERS ​ຄົນ​ທີ 20 ​ໃນ​ປະ​ເທດ ​ແລະ ກ່າວ​ວ່າ ຕົນ​ໄດ້​ພົບ​ເຫັນ ການ
​ຕິດ​ເຊື້ອ MERS ​ໃໝ່​ອີກ 8 ຄົນ ຊຶ່ງເຮັດ​ໃຫ້​ຈຳນວນຜູ້ຕິດເຊື້ອທັງ​ໝົດ ເພີ້​ມເປັນ 162
ກໍລະນີ.

ລັດຖະບານ​ເກົາຫຼີ​ໃຕ້ ຢືນ​ຢັດ​ວ່າ ​ເຊື້ອ​ໄວຣັສນີ້ຕົ້ນຕໍແລ້ວແມ່ນສາມາດ​ຄວບ​ຄຸມ​ໄວ້ໄດ້ ​ຢູ່​
ພາຍໃນ​ສະຖານ​ທີ່ການ​ແພດ​ຕ່າງໆ ​ແລະ​ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ຈະ​ສາມາດຄວບ​ຄຸມ
​ການລະບາດ ​ຂອງພະຍາດດັ່ງກ່າວ ໄດ້ ພາຍ​ໃນ​ທ້າຍ​ເດືອນ​ນີ້.

South Korea MERS
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG