ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮືອບິນ ຖິ້ມລະເບີດ ສະຫະລັດ B-1B ບິນຂ້າມ ແຫຼມ ເກົາຫຼີ


ເຮືອບິນຖິ້ມລະເບີດ B-1B ບິນອອກຈາກຖານທັບອາກາດ ແອນເດີສັນ, ເກາະ ກວມ. 9 ກັນຍາ, 2017.
ເຮືອບິນຖິ້ມລະເບີດ B-1B ບິນອອກຈາກຖານທັບອາກາດ ແອນເດີສັນ, ເກາະ ກວມ. 9 ກັນຍາ, 2017.

ເຮືອບິນຖິ້ມລະເບີດ B-1B ຂອງ ສະຫະລັດ ໄດ້ບິນຂ້າມປະເທດ ເກົາຫຼີໃຕ້ ໃນວັນພຸດ
ມື້ນີ້ ໃນຖານະທີ່ເປັນສ່ວນນຶ່ງຂອງການຊ້ອມຮົບຮ່ວມ ທີ່ໄດ້ມີຂຶ້ນນຶ່ງສັບປະດາຫຼັງຈາກ
ເກົາຫຼີເໜືອ ໄດ້ທົດລອງຍິງລູກສອນໄຟຂີປະນາວຸດຂ້າມທະວີບ ທີ່ມີຄວາມສາມາດ
ຍິງເຖິງແຜ່ນດິນໃຫຍ່ ສະຫະລັດ ໄດ້ນັ້ນ.

ເຮືອບິນຖິ້ມລະເບີດດັ່ງກ່າວ ໄດ້ເຂົ້າຮ່ວມສົມທົບໂດຍເຮືອບິນຮົບຄວາມໄວສູງ F-22
ແລະ F-35 ສຳລັບສິ່ງທີ່ເສນາທິການຮ່ວມຂອງ ເກົາຫຼີໃຕ້ ກ່າວວ່າ ໄດ້ຈຳລອງການ
ໂຈມຕີທີ່ສະໜາມຊ້ອມຮົບ.

ຖະແຫຼງການສະບັບນຶ່ງຂອງກອງທັບ ເກົາຫຼີໃຕ້ ໄດ້ກ່າວວ່າ ພັນທະມິດທັງສອງຝ່າຍ
ໄດ້ສະແດງໃຫ້ເຫັນເຖິງ “ເຈຕະນາໃນການຝຶກຊ້ອມຂອງເຂົາເຈົ້າ ແລະ ຄວາມສາມາດ
ໃນການຕອບໂຕ້ທີ່ຮຸນແຮງ ຕໍ່ໄພຂົ່ມຂູ່ຈາກນິວເຄລຍ ແລະ ລູກສອນໄຟຂອງ ເກົາຫຼີ
ເໜືອ.”

ສະຫະລັດ ແລະ ເກົາຫຼີໃຕ້ ໄດ້ເລີ່ມການຝຶກຊ້ອມ 5 ວັນນຳກັນ, ເອີ້ນວ່າ “ວິຈິແລນ
ເອສ (Vigilant ACE) ເຊິ່ງໝາຍເຖິງການຝຶກຊ້ອມທຳຄວາມຄຸ້ນເຄີຍຂອງກອງທັບ
ທັງສອງປະເທດ ໃນວັນຈັນທີ່ຜ່ານມາ ທ່າມກາງຄວາມເຄັ່ງຕຶງທີ່ເພີ່ມສູງຂຶ້ນກັບ
ເກົາຫຼີເໜືອ.

ການຊ້ອມຮົບປະຈຳປີລວມມີ ເຮືອບິນຮົບຄວາມໄວສູງ ອາເມຣິກັນ ລຸ້ນຫຼ້າສຸດຈຳນວນ
ຫຼາຍກວ່າປົກກະຕິ.

ທະຫານ ສະຫະລັດ ປະມານ 12,000 ຄົນ, ລວມທັງທະຫານເຮືອ ແລະ ນາວິກະໂຍ
ທິນ, ໄດ້ເຂົ້າຮ່ວມຝຶກຊ້ອມກັບກອງທັບ ເກົາຫຼີໃຕ້.

ກອງທັບອາກາດທີ 7 ຂອງ ສະຫະລັດ ໄດ້ກ່າວວ່າ ການຝຶກຊ້ອມນີ້ບໍ່ແມ່ນການຕອບ
ໂຕ້ຕໍ່ເຫດການ ຫຼື ເປັນການທ້າທາຍໃດໆ.

ແຕ່ກ່ອນໜ້ານັ້ນ, ສື່ມວນຊົນລັດຖະບານ ເກົາຫຼີເໜືອ ໄດ້ກ່າວວ່າ ການຝຶກຊ້ອມນີ້
ໄດ້ຜັກດັນແຫຼມ ເກົາຫຼີ “ໃກ້ເຂົ້າສູ່ສົງຄາມນິວເຄລຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG