ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໘ ຕຸລາ ໒໐໒໔

ເກົາຫຼີໃຕ້ ອາດພີຈາລະນາການສະໜອງອາວຸດໃຫ້ແກ່ ຢູເຄຣນ ເນື່ອງຈາກຄວາມສໍາພັນລະຫວ່າງ ເກົາຫຼີເໜືອ ແລະ ຣັດເຊຍ


ແຟ້ມຮູບ-ທະຫານກອງທັບເກົາຫຼີໃຕ້ ຈັດຕຽມລູກປືນສໍາລັບປືນຄົກ 155 ມມ, ລະຫວ່າງການຝຶກຊ້ອມໃນເມືອງ ໂກຊຽງ, ເກົາຫຼີໃຕ້, ວັນທີ 4 ເມສາ 2016.
ແຟ້ມຮູບ-ທະຫານກອງທັບເກົາຫຼີໃຕ້ ຈັດຕຽມລູກປືນສໍາລັບປືນຄົກ 155 ມມ, ລະຫວ່າງການຝຶກຊ້ອມໃນເມືອງ ໂກຊຽງ, ເກົາຫຼີໃຕ້, ວັນທີ 4 ເມສາ 2016.

ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ອັງຄານມື້ນີ້​ວ່າ ​ເກົາຫຼີໃຕ້ ອາດ​ຈະ​ພິຈາລະນາ​ການ​ສະໜອງ​ອາວຸດ​ຍຸດ​ໂທ​ປະກອນ​ໂດຍ​ກົງ​ໃຫ້​ແກ່​ ຢູເຄຣນ, ​ອັນເປັນສ່ວນນຶ່ງ ກ່ຽວກັບມາດຕະການເພື່ອຕໍ່​ຕ້ານ​ການ​ພົວພັນ​ທາງ​ທະຫານ​ລະຫວ່າງ ​ເກົາຫຼີ​ເໜືອ ​ແລະ ຣັດ​ເຊຍ.

ອົງການສອດແນມຂອງເກົາຫຼີໃຕ້ກ່າວໃນອາທິດແລ້ວນີ້ວ່າ ເກົາຫຼີເໜືອ ໄດ້ທໍາການຂົນສົ່ງກອງກຳລັງທະຫານພິເສດຈຳນວນ 1,500 ຄົນ ໄປພາກ ຕາເວັນອອກໄກຂອງ ຣັດເຊຍ ເພື່ອດໍາເນີນການຝຶກຊ້ອມ ແລະປັບໂຕຢູ່ ຖານທັບທີ່ມີທ່າອ່ຽງຈະເປັນການສູ້ລົບໃນສົງຄາມຢູ່ ຢູເຄຣນ.

ເຈົ້າໜ້າທີ່ຂັ້ນສູງຂອງທໍານຽບປະທານາທິບໍດີ ຢຸນ ຊຸກ ໂຢລ ກ່າວວ່າ ຕົນກຳ ລັງກະກຽມມາດຕະການທາງດ້ານການທູດ, ເສດຖະກິດ ແລະ ມາດຕະການ ທາງທະຫານ ພາຍໃຕ້ສະຖານະການຕ່າງໆ ກ່ຽວກັບ ການຮ່ວມມືດ້ານການ ທະຫານລະຫວ່າງ ພຽງຢາງ ແລະ ມົສກູ, ລວມທັງການສະໜອງອາວຸດໃຫ້ ຢູເຄຣນ ຖ້າສະຖານະການດັ່ງກ່າວມານັ້ນຮ້າຍແຮງຂຶ້ນ.

ເຈົ້າໜ້າທີ່ຂອງທໍານຽບປະທານາທິບໍດີກ່າວຕໍ່ບັນດານັກຂ່າວວ່າ “ພວກເຮົາຈະພິ ຈາລະນາການສະໜອງອາວຸດ ເພື່ອຈຸດປະສົງຂອງການປ້ອງກັນ ເຊິ່ງເປັນສ່ວນ ນຶ່ງຂອງສະຖານະການທີ່ດໍາເນີນໄປຕາມບາດກ້າວ, ແລະຖ້າຫາກມັນເບິ່ງຄືວ່າ ເຂົາ​ເຈົ້າ​ເຮັດ​ໄກ​ເກີນ​ໄປ, ພວກ​ເຮົາ​ກໍ​ອາດ​ຈະ​ພິ​ຈາ​ລະ​ນາ​ໃຊ້​ການ​ໂຈມ​ຕີ.”

ລັດຖະບານໂຊລ, ເຊິ່ງກາຍມາເປັນຜູ້ຜະລິດອາວຸດຊັ້ນນໍາ, ໄດ້ຮັບຄວາມກົດດັນ ຈາກບາງປະເທດຕາເວັນຕົກ ແລະ ລັດຖະບານ ກີຢິບ ເພື່ອສະໜອງອາວຸດທີ່ ເປັນອັນຕະລາຍເຖິງ​ຊີ​ວິດໃຫ້ແກ່ ຢູເຄຣນ, ແຕ່ມາຮອດປັດຈຸບັນ ແມ່ນສຸມໃສ່ ການຊ່ວຍເຫຼືອທີ່ບໍ່ເປັນອັນຕະລາຍ ລວມທັງອຸປະກອນກ່ຽວກັບລະເບີດຝັງດິນ.

ສໍານັກງານຂອງ ທ່ານ ຢຸນ ກ່າວວ່າ ຕົນຈະທົບທວນຄືນຄວາມເປັນໄປໄດ້ໃນ ການມອບອາວຸດໃຫ້ແກ່ ຢູເຄຣນ, ລຸນຫຼັງ ເກົາຫຼີເໜືອ ແລະ ຣັດເຊຍ ໄດ້ເຊັນ ລົງນາມໃນສົນທິສັນຍາດ້ານການປ້ອງກັນຊາດຮ່ວມກັນໃນເດືອນມິຖຸນາທີ່ຜ່ານ ມາ, ແຕ່ຄຳກ່າວປາໄສຂອງເຈົ້າໜ້າທີ່ອາວຸໂສ ໄດ້ສະແດງເຖິງທ່າທີທີ່ໜັກ ແໜ້ນທີ່ສຸດຂອງ ໂຊລ ຕໍ່ການປະກອບອາວຸດໃຫ້ແກ່ ຢູເຄຣນ.

ຄຳ​ເຫັນ​ດັ່ງກ່າວ​ ມີ​ຂຶ້ນ​ພາຍຫຼັງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ເກົາຫຼີ​ໃຕ້ ຫຼື NSC ​ໄດ້​ຈັດ​ກອງ​ປະຊຸມ​ສຸກ​ເສີນ​ເພື່ອ​ຄົ້ນ​ຫາ​ການ​ຕອບ​ໂຕ້​ຂອງ​ຕົນ​ກ່ຽວ​ກັບ​ ການ​ຂະ​ຫຍາຍ​ສາຍ​ພົວພັນ​ທາງ​ທະຫານຂອງ ເກົາຫຼີເໜຶອ ​ກັບ ຣັດ​ເຊຍ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

SEOUL, Oct 22 (Reuters) - South Korea may consider directly supplying weapons to Ukraine as part of measures to counter military ties between North Korea and Russia, officials said on Tuesday, after accusing Pyongyang of sending troops to fight for Russia in Ukraine.

South Korea's spy agency said last week that North Korea had shipped 1,500 special forces personnel to Russia's Far East for training and acclimatising at local military bases likely for combat in the war in Ukraine.

A senior official at President Yoon Suk Yeol's office said it was preparing diplomatic, economic and military measures under various scenarios of military cooperation between Pyongyang and Moscow, including providing Ukraine with lethal weapons if the situation worsened.

"We would consider supplying weapons for defensive purposes as part of the step-by-step scenarios, and if it seems they are going too far, we might also consider offensive use," the presidential official told reporters.

Seoul, which has emerged as a leading arms producer, has been under pressure from some Western countries and Kyiv to provide Ukraine with lethal weapons but has so far focused on non-lethal aid including demining equipment.

Yoon's office had said it would revisit the possibility of giving weapons to Ukraine after North Korea and Russia signed a mutual defence treaty in June, but the senior official's remarks signal Seoul's most proactive position toward arming Ukraine.

The comment came after South Korea's National Security Council (NSC) held an emergency meeting to explore its responses over North Korea's increasing military ties with Russia.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG