ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ສ້າງລາຍໄດ້ ຈາກການພິມເງິນ ແລະຫຼໍ່ເງິນຫຼຽນ ໃຫ້ຫຼາຍໆປະເທດ (ວີດີໂອລາວ/ອັງກິດ)


​ເກົາຫຼີ​ເໜືອນັ້ນ ຖື​ວ່າ​ເປັນ​ປະ​ເທດ​ທີ່​ມີ​ຊື່​ສຽງ ​ໃນ​ທາງ​ບໍ່​ດີ​​ດ້ານ​ການ​ພິມ​ເງິນປອມ ດ້ວຍຄວາ​ມຊໍານານ​ສູງ​​ເປັນ​ພິ​ເສດ​ ​ໂດຍ​ສະ​ເພາະ​ເງິນ​ໃບ​ນຶ່ງຮ້ອຍ ດອລລ່າ​ຂອງ​ສະຫະລັດ. ​ແຕ່​ວ່າ ​ເກົາ​ຫຼີ​ໃຕ້​ນັ້ນ ກໍາລັງ​ມີ​ຊື່​ສຽງດັງ​ຂຶ້ນ​ມາ​ທົ່ວ​ໂລກ ໃນດ້ານ​ການ​ຜະລິດເງິນຫລຽນ​ ຢ່າງ​ຖືກຕ້ອງ​ຕາມກົດໝາຍ ​ໃຫ້​ຫລາຍໆ​ປະ​ເທດ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Steve Herman ສົ່ງ​ລາຍ​ງານ​ມາ​ຈາກ​​ເມືອງ Gyeonsan ​ແຫ​ລ່ງຫລໍ່​ເງິນ​ຫລຽນ​ຂອງເກົາຫລີ​ໃຕ້.

ວີດີໂອພາສາລາວ:

ເງິນຫຼຽນ 10 ບາດເຫລົ່າ​ນີ້​ຂອ​ງ​ໄທ ບໍ່​ໄດ້​ເຮັດ​ຢູ່​ໃນ​ໄທ. ແຕ່​ຫລໍ່ ຢູ່​ທີ່ໂຮງງານ​ຜະ​ລິດ​ເງິນ​ຫຼຽນເກົາ​ຫຼີ​ໃຕ້​ ທີ່​ໄດ້​ທຶນ​ຈາກ​ລັດ​ຖະບານ​. ​ໂຮງງານ​ນີ້ໄດ້ຜະລິດ​ເງິນ ຫລຽນຣູປີຂອງ​ອິນ​ເດຍ ​ເງິນ agorot ຂອງ​ອີສຣາ​ແອ​ລ ​ແລະ​ເງິນ​ຫຼຽນ centavos ​ແລະ​ເງິນ​ເປໂຊ ຂອງ​ອາ​ເຢັນ​ຕິ​ນາ. ບໍລິສັດຫລໍ່​ຫລຽນ​ເງິນ ພິມ​ບັດປະ​ຈໍາ​ຕົວ ທີ່​ມີ​ຊື່​ຫຍໍ່​ວ່າ KOMSCO ຂອງ​ເກົາຫຼີ​ໃຕ້ ສາມາດ​ຜະລິດ​ເງິນຫຼຽນ​ໄດ້ ​ຫຼາຍ​ກວ່ານຶ່ງ​ພັນ​ລ້ານ​ຫຼຽນຕໍ່​ປີ.

​ນອກ​ນັ້ນ ບໍລິສັດ KOMSCO ຍັງ ພິມ​ເງິນ​ເຈ້ຍໃຫ້ແກ່​ຫຼາຍໆ​ປະ​ເທດ​ທົ່ວ​ຂົງ​ເຂດ​ເອ​ເຊຍ ​ໂຮມ​ທັງ ອິນ​ໂດ​ເນ​ເຊຍ ​ແລະ​ຫວຽດນາມ ພ້ອມ​ທັງ​ທະນານັດ​ທາງ​ໄປສະນີ ຫຼື Money Order ສໍາລັບ​ປະ​ເທດ​ບັງ​ກລາແດ​ສນັ້ນ​ນໍາ.

ບໍລິສັດ​ພິມ​ເງິນ KOMSCO ຫຼິງ​ເຫັນ​ການ​ສົ່ງ​ອອກຜະລິດ​ຕະພັນ​ຂອງ​ຕົນ​ເປັນ​ຕົວ​ຂັບ​ດັນ​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ໃນ​ອະນາຄົດ​ຂອງຕົນ. ດັ່ງ​ນັ້ນ ​ບໍລິສັດ​ດັ່ງກ່າວ​ຈຶ່ງຫວັງ​ ທີ່​ຈະໄດ້​ຮັບ​ງານ ບັນຈຸ​ກະ​ເປົ໋າເງິນຂອງ​ປະຊາຊົນ​ຢູ່​ໃນ​ທົ່ວ​ໂລກ ດ້ວຍ​ເງິນ​ທີ່​ເຮັດ​ຢູ່​ໃນ​ເກົາຫຼີ​ໃຕ້ນັ້ນ ຫລາຍ​ຂື້ນ​ເລື້ອຍໆ.

ວັດຖຸ​ດິບຕ່າງໆ ທີ່​ນໍາ​ໃຊ້​ຢູ່​ໃນ​ວິ​ສາ​ຫະກິດ​ພິມ​ຫຼື​ເຮັດ​ເງິນ​ດັ່ງກ່າວນີ້ ແມ່ນ​ຊື້​ມາ​ຈາກຫຼາຍໆ​ປະ​ເທດ. ການ​ພິມເງິນເຈ້ຍນັ້ນ ​ເລີ່​ມຕົ້ນ​ດ້ວຍກະດາດ​ທີ່​ເຮັດ​ດ້ວຍ​ຝ້າຍ​ທີ່​ຊື້ມາ​ຈາກຈີນ ​ແລະ​ອູ​ສ​ເບ​ກີ​ສຖານ ​ຊຶ່ງ​ຕໍ່​ມາ​ກໍ​ພິມເປັນ​ເງິນ​ເຈ້ຍ​ທີ່​ໃຊ້​ເຄຶ່ອງຈັກ​ທີ່​ນໍາ​ເຂົ້າຈາກ​ປະ​ເທດ​ສວີ​ດ​ເຊີ​ແລນ​ດ໌ ​ແລະ​ເຢຍຣະມັນ. ບໍລິສັດ​ດັ່ງກ່າວ​ເປັນ​ບໍລິສັດຊັ້ນ​ນໍາ​ໃນ​ການ​ຊົມ​ໃຊ້​ເທັ​ກ​ໂນ​ໂລ​ຈີ່ທີ່​ທັນ​ສະ​ໄໝ ​ທີ່​ສຸດ​ ເພື່ອ​ປ້ອງ​ກັນ​ການ​ປອ​ມ​ແປງ.

​ທ່ານ Bang Chang-il ຜູ້​ຈັດການຝ່າຍ​ຄວບ​ຄຸມ​ການ​ຜະລິດ​ອາວຸ​ໂສ ປະ​ຈໍາ​ພະ​ແນ​ກ​ພິມ​ເງິນຂອງ​ບໍລິສັດ ກ່າວ​ວ່າ:

“ເງິນ ໃບ 50,000 ​won ຄືປະມານ 50 ​ໂດ​ລາ​ສະຫະລັດ ຂອງ​ພວກ​ເຮົານັ້ນ ມີສ່ວນ​ປະກອບ​ທີ່​ຕໍ່ຕ້ານ​ການ​ຖືກ​ປອມ​ແປງ​ຢູ່ 22 ຢ່າງດ້ວຍ​ກັນ. ສ່ວນ​ເງິນເຢັນຂອງ​ຍີ່ປຸ່ນ ​ເງິນໃບ​ໂດ​ລາ​ຂອງສະຫະລັດ ​ແລະເງິນປອນດ໌ ​ຂອງສະຫະ​ລາດຊະ​ອານາຈັກ​ອັງກິດ ມີ​ລັກສະນະ​ພິ​ເສດ​ກັນ​ປອມ​ຢູ່ພຽງ​ແຕ່ 14 ຢ່າງ​ເທົ່ານັ້ນ ຂະນະ​ທີ່ເງິນ​ຢູ​ໂຣມີ 21 ຢ່າງ.”

ບໍລິ​ສັດ​ພິມ​ແລະ​ຫລໍ່​ເງິນ​ KOMSCO ເວົ້າ​ວ່າ ນໍ້າ​ມຶກກັນ​ປອມ​ພິ​ເສດ ທີ່​ຕົນ​ໄດ້​ປະດິດ​ຄິດຄົ້ນ​ຂຶ້ນມາ​ນັ້ນ ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຍີ່ປຸ່ນ​ແລະ​ Switzerland ​ເພື່ອ​ພິມຫຼືຜະລິດເງິນຕາ​ທີ່​ວ່າ​ທັນ​ສະ​ໄໝ ​ແລະ​ຖືກ​ປອມ​ແປງ​ຍາກ​ທີ່​ສຸດ ທີ່​ອອກ​ແບບ​ເພື່ອປ້ອງ​ກັນ​ແມ່ນ​ແຕ່​ພວກ​ທີ່ຊໍານານ​ການ​ປອມ​ແປງ​ເງິນໄດ້​ເກັ່ງ​ທີ່​ສຸດ​ນັ້ນ​ນໍາ.

ເບິ່ງວີດິໂອເລື້ອງນີ້ເປັນພາສາອັງກິດ

XS
SM
MD
LG