ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະມາຊິກ ສະພາ ເກົາຫຼີໃຕ້ ແຍກຈາກ ພັກລັດຖະບານ ເພື່ອຕັ້ງພັກໃໝ່


ກຸ່ມສະມາຊິກສະພາ ຂອງພັກ Saenuri ເຂົ້າຮ່ວມ ກອງປະຊຸມຖະແຫລງຂ່າວ ເພື່ອປະກາດ ການແຍກອອກຈາກພັກ ຢູ່ທີ່ສະພາແຫ່ງຊາດ ໃນນະຄອນ ໂຊລ, ເກົາຫຼີໃຕ້, ວັນທີ 27 ທັນວາ 2016.
ກຸ່ມສະມາຊິກສະພາ ຂອງພັກ Saenuri ເຂົ້າຮ່ວມ ກອງປະຊຸມຖະແຫລງຂ່າວ ເພື່ອປະກາດ ການແຍກອອກຈາກພັກ ຢູ່ທີ່ສະພາແຫ່ງຊາດ ໃນນະຄອນ ໂຊລ, ເກົາຫຼີໃຕ້, ວັນທີ 27 ທັນວາ 2016.

ສະມາຊິກສະພາ 29 ທ່ານ ໄດ້ແຍກໂຕ ອອກຈາກ ພັກ Saenuri ທີ່ປົກຄອງປະເທດ ເກົາຫຼີໃຕ້ ໃນປັດຈຸບັນ ຍ້ອນເລື່ອງຂອງການຄໍຣັບຊັ່ນ ທີ່ອັບອາຍຂາຍໜ້າ ທີ່ເປັນຈຸດ ສູນກາງ ຂອງການຟ້ອງຮ້ອງ ປະທານາທິບໍດີ Park Geu-hye.

ບັນດາສະມາຊິກສະພາ ດັ່ງກ່າວ ໄດ້ກໍ່ຕັ້ງ ພັກໃໝ່ຂຶ້ນມາ ໂດຍມີຊື່ຢ່າງບໍ່ເປັນທາງການ ວ່າ ພັກອະນຸລັກໃໝ່ ເພື່ອການປະຕິຮູບ ຫຼື New Conservative Party for Reform ທີ່ຈະເປີດ​ຕົວ ໃນວັນທີ 24 ເດືອນມັງກອນຈະມາເຖິງນີ້.

ພັກການເມືອງໃໝ່ນີ້ ຫວັງວ່າ ຈະ​ໄດ້​ຮັບການສະໜັບສະໜູນ ຈາກພວກອະນຸລັກນິຍົມ ທີ່ມີສິດອອກສຽງທັງຫຼາຍ ທີ່ບໍ່ພໍໃຈກັບພັກລັດຖະບານຢູ່ນັ້ນ ກ່ອນໜ້າການເລືອກຕັ້ງ ປະທານາທິບໍດີຄົນຕໍ່ໄປ. ​ໃນ​ຖານະ​ທີ່ເປັນສ່ວນໜຶ່ງ ຂອງຄວາມພະຍາຍາມນີ້ ພັກ ການເມືອງໃໝ່ ອາດຈະຊັກຊວນ ໃຫ້ເລຂາທິການໃຫຍ່ອົງ ການສະຫະປະຊາຊາດ
ທ່ານ Ban Ki-moon ຜູ້ທີ່ກຳລັງຈະພົ້ນຈາກຕຳແໜ່ງ ນັ້ນ ມາເປັນຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ຂອງພັກ.

ທ່ານ Ban ບໍ່ໄດ້ກ່າວວ່າ ທ່ານຈະລົງແຂ່ງເປັນປະທານາທິບໍດີ ຫຼືບໍ່ ແລະ ໃນການໃຫ້ ສຳພາດ ເມື່ອບໍ່ດົນມານີ້ ກັບວີໂອເອ ໄດ້​ເລື່ອນການຕັດສິນ​ໃຈ​ຢ່າງ​ເປັນ ການເປີດເຜີຍ ຕໍ່ສາທາລະນະ ຈົນກວ່າວ່າ ສະໄໝການດຳລົງຕຳແໜ່ງ ຫົວໜ້າອົງການ ສະຫະປະຊາ ຊາດ ຂອງທ່ານ ຈະໝົດອາຍຸ​ລົງ ໃນທ້າຍປີນີ້.

ທ່ານ Ban ກ່າວວ່າ “ໃນເວລາ ຂ້າພະເຈົ້າກະສຽນ ຈາກວຽກງານແລ້ວ....ຕໍ່ຈາກນັ້ນ ຂ້າພະເຈົ້າຈະປຶກສາຫາລື ໃນເລື່ອງນີ້ ກັບບັນດາຜູ້ນຳຂອງສັງຄົມເກົາຫຼີ, ພວກເພື່ອນ ມິດຂອງຂ້າພະເຈົ້າ, ຄອບຄົວຂອງຂ້າພະເຈົ້າ” ທ່ານ Ban ໄດ້ກ່າວ ຕື່ມວ່າ “ປະຊາຊົນ ເກົາຫຼີ ຈະຜ່ານຜ່າວິກິດການນີ້ ໄວທີ່ສຸດເທົ່າທີ່ເປັນໄປໄດ້.”

ທ່ານ Ban ​ແມ່ນມອງກັນວ່າ ມີ​ຄວາມເປັນໄປໄດ້ສູງ ທີ່ຈະເປັນຜູ້ສະໝັກລົງແຂ່ງຂັນ
ທີ່ດີທີ່ສຸດ ​ໃຫ້​ແກ່ພັກອະນຸລັກນິຍົມ ເພື່ອທີ່ຈະນຳເອົາຕຳແໜ່ງປະທານາທິບໍດີ ກັບ
ຄືນມາ ຫຼັງຈາກທີ່ການຟ້ອງຮ້ອງທ່ານນາງ Park ໄດ້ເຮັດໃຫ້ການເມືອງ ຂອງພັກທ່ານ ນາງເກີດຄວາມສັບສົນວຸ້ນວາຍ. ການຢັ່ງຫາງສຽງເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ ທ່ານ Ban ແມ່ນມີຄະແນນນຳໜ້າໜ້ອຍໜຶ່ງ ຕໍ່ນັກການເມືອງຫົວເສລີນິຍົມ ທ່ານ
Moon Jae-in ຜູ້ທີ່ໄດ້ເສຍໄຊ​ໃນການເລືອກຕັ້ງປະທານາທິບໍດີ ໃຫ້ແກ່ ທ່ານນາງ
Park ເມື່ອສີ່ປີກ່ອນ.

ການ​ຟ້ອງ​ຮ້ອງ​ປະທານາທິບໍດີ​ແມ່ນ​ມີ​ການ​ກ່າວ​ຫາ​ວ່າ ມີ​ການ​ເຂົ້າ​ໃຈ​ກັນ​ແບບ​ລັບໆ
​ເພື່ອ​ຂູດ​ຮີດເອົາ​ເງິນ​ແລະ​ການ​ສະໜັບສະໜຸນ​ຈາກ​ບໍລິສັດ​ຕ່າງໆ ​ແລະ​ອະ ນຸຍາດ​ໃຫ້​ເພື່ອນ​ຂອງ​ປະທານາທິບໍດີ ບົງ​ການ​ກິດຈະການ​ຂອງ​ລັດຖະບານ.

ລັດຖະສະພາ​ທີ່​ຄວບ​ຄຸມ​ໂດຍ​ພັກ​ຝ່າຍ​ຄ້ານ ​ໄດ້​ລົງ​ຄະ​ແນນ​ສຽງ​ກັນເມື່ອ​ວັນ​ທີ 8 ທັນວາ​ຜ່ານ​ມາ ​ເພື່ອ​ຟ້ອງ​ຮ້ອງ​ທ່ານ​ນາງ Park ຊຶ່ງ​ເປັນ​ການ​ຕັດສິນ​ໃຈ​ທ່ີ່​ໄດ້​ກໍ່​ໃຫ້​ເກີດ​ການ​ປະ​ທ້ວງ​ໂດຍ​ຫລາຍ​ລ້ານ​ຄົນ​ເມື່ອ​ສອງ​ສາມ​ອາທິດ​ຜ່ານ​ມານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG