ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດິນເຈຶ່ອນສອງບັ້ນໃນເກົາຫລີໃຕ້ ເອົາຊີວິດ 18 ຄົນ


ເຫດດິນເຈຶ່ອນໃນເກົາຫລີໃຕ້ ຍ້ອນຝົນຕົກໜັກ
ເຫດດິນເຈຶ່ອນໃນເກົາຫລີໃຕ້ ຍ້ອນຝົນຕົກໜັກ

ມີຜູ້ເສຍຊີວິດຢ່າງໜ້ອຍ 18 ຄົນ ຫລັງຈາກໄດ້ເກີດເຫດດິນເຈື່ອນສອງບັ້ນຍ້ອນຝົນຕົກໜັກ ໃນເກົາຫລີໃຕ້ ໃນວັນພຸດມື້ນີ້.

ພວກເຈົ້າໜ້າທີ່ກ່າວວ່າ ຢ່າງໜ້ອຍມີຄົນເສຍຊີວິດ 12 ຄົນ ເວລາດິນໄດ້ໄຫຼເຈຶ່ອນລົງມາ
ຖະຫຼົ່ມບ່ອນຕາກອາກາດໃນເຂດພູຜາ ທີ່ເມືອງ Chuncheon ທີ່ຕັ້ງຢູ່ຫ່າງຈາກນະຄອນ
ຫລວງໂຊລ ໄປທາງກໍ້າຕາເວັນອອກປະມານ 100 ກິໂລແມັດ. ໃນຈໍານວນພວກຄົນທີ່ພັກ
ຜ່ອນຢູ່ສະຖານຕາກອາກາດດັ່ງກ່າວນັ້ນ ມີພວກນັກຮຽນມະຫາວິທະຍາໄລ ຫຼາຍສິບຄົນທີ່
ກໍາລັງທໍາງານອາສາສະໝັກຢູ່ທີ່ນັ້ນ.

ມີພວກເຄາະຮ້າຍອື່ນໆອີກເສຍຊີວິດ ໃນເຫດດິນເຈື່ອນອີກບັ້ນນຶ່ງ ທີ່ນະຄອນຫລວງໂຊລ.

ສະພາວະອາກາດທີ່ຮຸນແຮງປັ່ນປ່ວນ ໄດ້ກໍ່ໃຫ້ເກີດຝົນຕົກໜັກ ໃນລະດັບຫລາຍມິລລີແມັດ ຢູ່ນະຄອນຫລວງໂຊລໃນອາທິດນີ້ ທີ່ເຮັດໃຫ້ຖະໜົນຫົນທາງແລະສະຖານີລົດໄຟໃຕ້ດິນ ຫລາຍແຫ່ງຕ້ອງໄດ້ປິດ. ຄາດວ່າຈະມີຝົນຕົກໜັກຕື່ມອີກ ໃນນະຄອນຫລວງໂຊລ ໄປຈົນ ເຖິງວັນສຸກຈະມານີ້.

XS
SM
MD
LG