ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍສິບຄົນເສຍຊີວິດ ຍ້ອນໄພທຳມະຊາດຮ້າຍແຮງ ໃນເກົາຫຼີໃຕ້ (ເບິ່ງວີດີໂອ)


ທະຫານເກົາຫຼີໃຕ້ມ້ຽນມັດຊາກຫັກພັງ ທີ່ອາຄານຫໍພັກທີ່ໄດ້ຮັບຄວາມເສຍຫາຍຫຼັງນຶ່ງ ຫຼັງຈາກໄດ້ເກີດດິນເຈື່ອນ ຍ້ອນຝົນຕົກໜັກ ທີ່ກຸງໂຊລ (28 ກໍລະກົດ 2011)
ທະຫານເກົາຫຼີໃຕ້ມ້ຽນມັດຊາກຫັກພັງ ທີ່ອາຄານຫໍພັກທີ່ໄດ້ຮັບຄວາມເສຍຫາຍຫຼັງນຶ່ງ ຫຼັງຈາກໄດ້ເກີດດິນເຈື່ອນ ຍ້ອນຝົນຕົກໜັກ ທີ່ກຸງໂຊລ (28 ກໍລະກົດ 2011)

ເຈົ້າໜ້າທີ່ເກົາຫຼີໃຕ້ກ່າວວ່າ ມີຫຼາຍສິບຄົນເສຍຊີວິດຍ້ອນດິນເຈື່ອນທີ່ເກີດຈາກຝົນທີ່ຕົກໜັກ
ທີ່​ສຸດໃນຮອບ 100 ປີ ຢູ່ໃນເຂດນະຄອນຫຼວງໂຊລ.

ໄດ້ມີການສົ່ງກຳລັງທະຫານແລະຕຳຫຼວດໄປຊ່ອຍ ໃນການປະຕິບັດງານກູ້ໄພແລະມ້ຽນມັດ ຂະນະທີ່ຝົນຍັງສືບຕໍ່ຕົກລົງມາເປັນມື້ທີ 3 ລຽນຕິດ.

ມີ 13 ຄົນເສຍຊີວິດແລະ 24 ຄົນບາດເຈັບໃນມື້ວານນີ້​ເວລາດິນໄດ້​ເຈື່ອນຖະຫຼົ່ມລົງມາໃສ່
ເມືອງຕາກອາກາດ Chuncheon ຊຶ່ງຕັ້ງປະມານ 100 ຫຼັກກິໂລແມັດຫ່າງຈາກກຸງໂຊລໄປ
ທາງທິດຕາເວັນອອກ. ພວກເຄາະຮ້າຍແມ່ນມີຮວມທັງນັກສຶກສາ 10 ຄົນ ທີ່​ໄປພັກຢູ່ເມືອງ
ຕາກອາກາດແຫ່ງນີ້ ​ເພື່ອ​ເຮັດວຽກອາສາສະມັກທີ່ໂຮງຮຽນປະຖົມແຫ່ງນຶ່ງໃນເຂດທ້ອງຖິ່ນ.

ນອກນັ້ນຍັງມີຢ່າງນ້ອຍອີກ 15 ຄົນເສຍຊີວິດໃນຕອນແລງຂອງມື້ວານນີ້ເວລາດິນໄດ້ຖະຫຼົ່ມ
ລົງມາຖົມເຮືອນຫຼາຍສິບຫຼັງ ຢູ່ທາງກໍ້າໃຕ້ຂອງນະຄອນຫຼວງໂຊລ. ເຈົ້າໜ້າທີ່ເວົ້າວ່າ ມີອີກ
10 ຄົນເສຍຊີວິດ ຍ້ອນດິນເຈື່ອນແລະໄພນໍ້າຖ້ວມ ຢູ່ໃນເຫດຮ້າຍອີກບ່ອນນຶ່ງ ໃກ້ໆກັບກຸງ
ໂຊລນັ້ນ.

XS
SM
MD
LG