ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫລີໃຕ້ກ່າວວ່າ ຕໍປີໂດ ໜ້າຈະເປັນສາເຫດຂອງ ກຳປັ່ນຈົມນ້ຳ


ທ່ານ Kim Tae-young ລັດຖະມົນຕີປ້ອງ​ກັນປະເທດເກົາຫລີໃຕ້ ກ່າວວ່າ ລະ​ເບີດ​ຕໍ​ປີໂດ ໜ້າ​ຈະເປັນສາເຫດຂອງການລະເບີດທີ່ຈົມ ເຮືອລົບລຳນຶ່ງ ຂອງ​ເກົາຫລີ​ໃຕ້ ໄກ້ໆກັບຊາຍແດນທີ່ເຄັ່ງຕຶງກັບເກົາ ຫລີເໜືອ ເມື່ອເດືອນ​ແລ້ວ​ນີ້. ທ່ານ Kim ບອກພວກ​ນັກຂ່າວ​ໃນວັນ ອາທິດມື້ນີ້ວ່າ ທ່ານເຊື່ອ ວ່າຄື້ນ​ແຮງ​ກະທົບ​ແລະ​ຟອງ​ແກ໊ສທີ່​ມີແຮງກົດ​ດັນສູງ​ ຂອງ​ລະ​ເບີດຕໍ​ປີໂດຂະໜາດໜັກນັ້ນ ​ແມ່ນສາເຫດທີ່ໜ້າ​ເປັນ​ໄປ​ໄດ້​ຫລາຍ​ທີ່​ສຸດ ຂອງ​ຄວາມ ​ຫາ​ຍະ​ນະຄັ້ງນີ້.

ຢ່າງ​ໃດ​ກໍ​ຕາມ ອົງການຂ່າວຝຣັ່ງກໍ​ໄດ້​ອ້າງ​ຄຳ​ເວົ້າຂອງທ່ານ​ຄິມ ທີ່ກ່າວວ່າ ຄວາມອາດເປັນໄປໄດ້ອື່ນໆນັ້ນ ກໍຍັງຢູ່ພາຍໃຕ້ການສຶກສາພິຈາລະນາ​ກັນຢູ່ ເຊັ່ນກັນ.

ພວກສືບສວນກ່າວວ່າ ມີຫລັກຖານທີ່​ສະ​ແດງວ່າ ເຮືອລາດຕະເວນ ທີ່ມີນ້ຳໜັກ 1,200 ໂຕນລຳ​ນັ້ນ ລະເບີດຂຶ້ນ​ແລະຈົມນ້ຳລົງ ຍ້ອນ​ແຮງກະທົບ ທີ່ຮຸນແຮງຈາກທາງນອກ. ລັດຖະບານເກົາຫລີ​ໃຕ້​ໄດ້ຍັບ ຍັ້ງໃຈ ຍັງບໍ່ຖິ້ມໂທດໃສ່​ເກົາຫລີ​ເໜືອຍ້ອນເຫດຮ້າຍ​ດັ່ງກ່າວເທື່ອ ຈົນກວ່າພວກຊ່ຽວ ຊານໄດ້ທຳການສຶບສວນໃຫ້ໄດ້ຫລັກຖານທີ່ແນ່ນອນ ເສຍກ່ອນ. ທາງພຽງຢາງກໍ​ໄດ້ປະຕິເສດວ່າ ຕົນ​ບໍ່​ໄດ້ມີສ່ວນພົວພັນ ໃດໆກັບເຫດການນີ້.

XS
SM
MD
LG