ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊັບສິນ ເກົາຫຼີໃຕ້ ຢູ່ໃນເຂດ ອຸດສາຫະກຳຮ່ວມ Kaesong ຖືກຍຶດ ແບບຜິດກົດໝາຍ


ຊາວເກົາຫລີໃຕ້ ທີ່ເປັນເຈົ້າຂອງໂຮງງານ ໃນເຂດອຸດສາ​ຫະກໍາ​ຮ່ວມ Kaesong ກຳລັງຟັງລາຍງານ ຢູ່ກອງປະຊຸມ ໃນເກົາຫລີໃຕ້ ວັນ 12 ເກືອນ 2016.
ຊາວເກົາຫລີໃຕ້ ທີ່ເປັນເຈົ້າຂອງໂຮງງານ ໃນເຂດອຸດສາ​ຫະກໍາ​ຮ່ວມ Kaesong ກຳລັງຟັງລາຍງານ ຢູ່ກອງປະຊຸມ ໃນເກົາຫລີໃຕ້ ວັນ 12 ເກືອນ 2016.

ເກົາຫລີ​ໃຕ້ ​ໄດ້​ເຕືອນ​ເກົາຫລີ​ເໜືອວ່າ ພຽງ​ຢາງ​ ໄດ້​ດຳ​ເນີນ​ການ
ແບບ “ຜິດ​ກົດ​ໝາຍ”​ ໃນ​ການ​ກັກຊັບ​ສິນຂອງບັນດາບໍລິສັດ​ເກົາ
ຫລີ​ໃຕ້​ ແລະ​ພະນັກງານຢູ່​ໃນເຂດ​ອຸດສາ​ຫະກໍາ​ຮ່ວມ Kaesong
ທີ່ໃຊ້​ໂດຍ​ທັງ​ສອງ​ປະ​ເທດ.

ລັດຖະມົນຕີ​ທ້ອນ​ໂຮມ​ຊາດ ​ເກົາຫລີ​ໃຕ້ ທ່ານ Hong Yong-pyo
ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ການ​ຕັດສິນ​ໃຈ​ຂອງ​ເກົາຫລີ​ເໜືອ ຂັບໄລ່​
ຊາວ​ເກົາຫລີ​ໃຕ້ ທີ່​ອອກ​ຖະ​ແຫລ​ງ​ການໃນ​ວັນ​ພະຫັດ​ວານ​ນີ້ “​ເປັນ
​ທີ່ໜ້າ​ເສົ້າ​ສະຫລົດ​ໃຈ” ​ແລະ​ໄດ້​ກ່າວເພີ້​ມອີກ​ວ່າພຽງຢາງຈະຕ້ອງ​
ຮັບ​ເອົາ​ຄວາມ​ຮັບຜິດຊອບ​ຢ່າງ​ເຕັມທີ່ ​ຕໍ່​ສິ່ງ​ໃດໆ​ທີ່​ຈະ​ຕິດຕາມມາ.”

​ໃນ​ວັນ​ພະຫັດ​ວານ​ນີ້ ​ເກົາຫລີ​ເໜືອ ​ໄດ້​ສັ່ງ​ໃຫ້​ຊາວ​ເກົາຫລີໃຕ້​ທັງ​ໝົດ ​ອອກໄປ ຈາກເຂດ
Kaesong ທີ່​ຕັ້ງ​ຢູ່ 10 ກິ​ໂລ​ແມັດ ເລິກ​ເຂົ້າໄປໃນ​ເກົາ​ຫລີ​ເໜືອຈາກ ​ຊາຍ​ແດນ​ທີ່​ຕິດກັບ
​ເກົາຫລີ​ໃຕ້. ພຽງ​ຢາງກ່າວ​ວ່າ ພວກ​ພະນັກງານສາມາດ​ເອົາແຕ່ສິ່ງ​ຂອງສ່ວນ​ຕົວໄປ​ກັບ
ເຂົາ​ເຈົ້າ​ແລະໄດ້​ສັ່ງ​ໃຫ້ “ກັກ​ຊັບ​ສິນ​ທັງ​ໝົດ​ໄວ້ເບື້ອງ​ຫລັງ. ພຽງ​ຢາງ​ກ່າວ​ວ່າ ການ​ຂັບ
ໄລ່ດັ່ງກ່າວ ​ແມ່ນ​ເປັນ​ການ​ຕອບ​ໂຕ້ ​ຕໍ່ການ​ທີ່​ໂຊ​ລ ​ໄດ້​ຕັດສິນ​ໃຈ​ໜຶ່ງ​ມື້ກ່ອນ​ໜ້າ​ນີ້ທີ່​ຈະ​
ປິດ​ການ​ປະຕິບັດ​ງານ​ຢູ່ໃນ​ເຂດ​ອຸດສາ ຫະກຳ Kaesong.

ຄະນະ​ກຳມະການ ທ້ອນ​ໂຮມ​ເກົາຫລີ​ແບບ​ສັນຕິ ຂອງ​ເກົາຫລີ​ເໜືອ ກ່າວ​ວ່າ ການກະ
ທຳ ​ຂອງ​ເກົາຫລີ​ໃຕ້ ​ແມ່ນ​ເທົ່າ​ກັບ​ເປັນການ “ປະກາດ​ສົງຄາມ.”

ພະນັກງານ​ເກົາຫລີ​ໃຕ້ ​ໄດ້​ພາກັນ​ຂົນ​ອຸບປະກອນ​ອອກ​ຈາກ​ເຂດ Kaesongs ​ໃນ​ຕອນ
​ເຊົ້າ​ວັນ​ພະຫັດ​ວານີ້.

​ເກົາຫລີ​ເໜືອ ​ໄດ້​ປະກາດໃຫ້​ເຂດ​ດັ່ງກ່າວ ​ເປັນ​ເຂດ​ທະຫາ​ນ ​ແລະ​ກ່າວ​ອີກ​ວ່າ ຕົນ​ໄດ້​ຕັດ
​ການ​ສື່ສານທາງ​ທະຫານ​ທັງໝົດກັບ​ໂຊລ ຮວມທັງ​ສາຍໂທລະສັບ​ສຸກ​ເສີນ ທີ່​ບ້ານ​ສະ​ງົບ
ເສິກ Panmunjom.

Korea Tension
please wait
Embed

No media source currently available

0:00 0:01:08 0:00

XS
SM
MD
LG