ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ຍີ່ປຸ່ນ ເຕືອນ ກ່ຽວກັບ ການຍິງລູກສອນໄຟ ຂອງ ເກົາຫີຼເໜືອ


ຊາວເກົາຫີຼໃຕ້ ພາກັນເບິ່ງຂ່າວໂທລະພາບ ກ່ຽວກັບແຜນການສົ່ງ ລູກສອນໄຟ ເກົາຫີຼເໝືອ (ວັນທີ 3 ກຸມພາ, 2016)
ຊາວເກົາຫີຼໃຕ້ ພາກັນເບິ່ງຂ່າວໂທລະພາບ ກ່ຽວກັບແຜນການສົ່ງ ລູກສອນໄຟ ເກົາຫີຼເໝືອ (ວັນທີ 3 ກຸມພາ, 2016)

ຍີ່ປຸ່ນ ​ແລະ ​ເກົາຫຼີ​ໃຕ້ ຮ່ວມກັບ ສະຫະລັດ ​ໃນ​ວັນ​ພຸດ​ມື້​ນີ້ ຮຽກ
ຮ້ອງ​ໃຫ້ ​ເກົາຫຼີ​ເໜືອຍົກ​ເລີກ​ແຜນການທີ່​ຈະ​ສົ່ງລູກ​ສອນ​ໄຟ​ລະ
ຍະໄກ​ຂຶ້ນ​ສູ່ອະ​ວະ​ກາດ. ​ເຂົາ​ເຈົ້າກ່າວ​ວ່າ ການ​ສົ່ງດັ່ງກ່າວຈະ​
ເປັນການລະ​ເມີດຕໍ່ ມະຕິ​ຂອງ​ອົງການສະຫະ​ປະຊາ​ຊາດທີ່ຫ້າມ
ບໍ່​ໃຫ້​ເກົາຫຼີ​ເໜືອພັດທະນາ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ແລະ​ອາວຸດ
​ນິວ​ເຄລຍ.

​ເກົາຫຼີ​ເໜືອ ​ໄດ້​ແຈ້ງ​ໃຫ້ພະ​ແນ​ກການ​ຕ່າງໆ​ຂອງ​ອົງການ​ສະຫະ
​ປະຊາ​ຊາດຊາບ ​ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້ ​ກ່ຽວ​ກັບ​ແຜນ
ການ​ທີ່​ຈະສົ່ງ ​ໃນອັນ​ທີ່ຕົນ​ຮ້ອງ​ວ່າ “ດາວ​ທຽມ​ສັງ​ເກດການ​ໂລກ”
​ໃນ​ລະຫວ່າງ​ວັນ​ທີ 8 ​ຫາ 25 ​ເດືອນ​ກຸມພາ​ນີ້.

ພຽງຢາງ​ຍັງ​ສືບ​ຕໍ່​ຢືນ​ຢັດວ່າ ​ຕົນ​ມີ​ສິດອຳນາດ​ອະ​ທິປະ​ໄຕ ​ໃນ​ການພັດ ທະນາໂຄງການ
​ອະວະ​ກາດ​ໂດ​ຍການ​ສົ່ງ​ລູກສ​ອນ​ໄຟ ​ແຕ່​ວ່ານາຍົກລັດ ຖະມົນຕີຍີ່ປຸ່ນ ທ່ານ Shinzo
Abe ​ແລະ​ບັນດາ​ພັນທະ​ມິດ​ອື່ນໆ​ຂອງ ສະຫະລັດ ​ໄດ້​ປະນາມ​ໂຄງການ​ນີ້ວ່າ​ເປັນ​ການ
ແກ້ງທຳ​ເພື່ອ​ໃຊ້​ເລ້​ຫຼ່ຽມ​ລົບ​ຫລີກ​ການ​ຈຳກັດ​ຮັດ​ແຄບ​ຂອງ​ສາກົນ.

ທ່ານ Abe ກ່າວ​ວ່າ “ນີ້​ທີ່​ຈິງ​ແລ້ວມີ​ຄວາມ​ໝາຍ​ວ່າ ​ເປັນການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ
​ນາ​ວຸດ ​ໂດຍ​ສະ​ເພາະ. ​ເພີ້​ມຕື່ມ ​ໃສ່ການ​ທົດ​ລອງ​ນິວ​ເຄລຍ​ແລ້ວ ​ເກົາຫຼີ​ເໜືອຍັງ​ກຳລັງ​
ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ເຫຼົ່າ​ນີ້ ເປັນ​ການ​ລະ​ເມີດ​ຢ່າງ​ຈະ​ແຈ້ງ​ ຕໍ່ການ​ຕັດສິນ​ໃຈ​
ຂອງສະພາ​ຄວາ​ມ ໝັ້ນ​ຄົງ. ​ເມື່ອ​ເວົ້າ​ເຖິງຄວາມສຳຄັນ​ຕໍ່ການ​ຕັດສິນໃຈດ້ານຄວາມ​ໝັ້ນ
ຄົງສຳລັບປະ​ເທດ​ຂອງ​ພວກ​ເຮົາ​ແລ້ວ ມັນ​ເປັນ​ການທ້າ​ທາຍ​ໃຫ້​ເກີດ​ຄວາມໂມ​ໂຫ.”

​ໃນ​ວັນ​ພຸດ​ມື້​ນີ້ ລັດຖະບານ​ຂອງ​ທ່ານ Abe ​ໄດ້​ສັ່ງ​ໃຫ້​ທະຫານ​ຍິງທຳ​ ລາຍ​ລູກ​ສອນໄຟ
​ໃດໆກໍ​ຕາມ​ຂອງ​ເກົາຫຼີ​ເໜືອ ທີ່​ຂົ່ມ​ຂູ່​ຕໍ່ຍີ່​ປຸ່ນ.

ພຽງ​ຢາງ ​ໄດ້ທຳ​ການທົດ​ລອງນິວ​ເຄລຍ ຄັ້ງ​ທີ​ສີ່​ໃນ​ວັນ​ທີ 6 ​ເດືອນ​ມັງກອນຜ່ານ​ມານີ້.

ການ​ຍິງລູກ​ສອນ​ໄຟລະ​ຍະ​ໄກ ​ຄັ້ງ​ສຸດ​ທ້າ​ຍຂອງ​ເກົາຫຼີ​ເໜືອ ແມ່ນໃນ​ເດືອນ​ທັນວາ ປີ
2012 ບໍ່​ດົນ​ກ່ອນ​ທົດ​ລອງ​ນິວ​ເຄລຍ​ເທື່ອ​ທີ​ສາມ.

​ເກົາຫຼີໃຕ້ເຕືອນ​ວ່າ ​ເກົາຫຼີ​ເໜືອຈະ​ປະ​ເຊີນ​ໜ້າ​ກັບ​ຜົນ​ທີ່​ຕິດຕາມ​ມາ​ຢ່າງ ຮ້າຍ​ແຮງ​ຖ້າ​
ຫາກ​ຍັງ​ດຳ​ເນີນ​ການ​ຕໍ່​ໄປ​ໃນ​ການ​ຍິງ​ລູກ​ສອນ​ໄຟ​ດັ່ງກ່າວ.

North Korea Missile React
please wait

No media source currently available

0:00 0:01:46 0:00

.

XS
SM
MD
LG