ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້, ຍີ່ປຸ່ນ ເປີດເຜີຍມາດຕະການລົງໂທດຕ່າງໆ ຕໍ່ຂໍ້ກ່າວຫາ ຄ້າອາວຸດ ລະຫວ່າງ ຣັດເຊຍ ແລະ ເກົາຫຼີເໜືອ


ແຟ້ມ-ກອງກໍາລັງທະຫານຂອງເກົາຫຼີເໜືອ, ດ້ານເທິງ, ມຸ່ງໜ້າຂ້າມເຂດແບ່ງທະຫານ (DMZ) ເພື່ອກວດສອບ ແລະດໍາເນີນການມ້າງຖອນປ້ອມຍາມ ຂອງເກົາຫຼີໃຕ້, ວັນທີ 12 ທັນວາ 2018.
ແຟ້ມ-ກອງກໍາລັງທະຫານຂອງເກົາຫຼີເໜືອ, ດ້ານເທິງ, ມຸ່ງໜ້າຂ້າມເຂດແບ່ງທະຫານ (DMZ) ເພື່ອກວດສອບ ແລະດໍາເນີນການມ້າງຖອນປ້ອມຍາມ ຂອງເກົາຫຼີໃຕ້, ວັນທີ 12 ທັນວາ 2018.

ເກົາຫຼີໃຕ້ ແລະ ຍີ່ປຸ່ນ ປະກາດໃນວັນສຸກມື້ນີ້ ກ່ຽວກັບມາດຕະການລົງໂທດ ຕໍ່ຫຼາຍບຸກຄົນ, ອົງການຈັດຕັ້ງຕ່າງໆ ແລະກຳປັ່ນທັງຫຼາຍ ທີ່ກ່ຽວຂ້ອງກັບການ ກ່າວຫາທີ່ວ່າ ດໍາເນີນການຈັດຊື້ອາວຸດຈາກເກົາຫຼີເໜືອ ອັນໄດ້ລະເມີດຕໍ່ມະຕິ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ອີງຕາມລາຍງານຂອງອົງການ ຂ່າວ Reuters.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ໂຊ​ລກ່າວ​ວ່າ ການ​ລົງ​ໂທດ​ທັງຫຼາຍເຫຼົ່ານັ້ນ ໄດ້ດໍາເນີນ​ການ​ຕໍ່​ບຸກ​ຄົນ​ຂອງ ​ເກົາ​ຫຼີ​ເໜືອ 7 ຄົນ ແລະ​ກຳ​ປັ່ນ ​ຣັດ​ເຊຍ ອີກ 2 ລຳ ສໍາລັບ​ການ​ຈັດຊື້​ອາ​ວຸດ ພ້ອມດ້ວຍ​ວຽກງານອື່ນໆ​ລະ​ຫວ່າງ ພຽງ​ຢາງ ແລະ ມົສກູ.

ກະຊວງ​ດັ່ງກ່າວ​ເວົ້າ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ ​ກຳ​ປັ່ນ​ຂອງຣັດ​ເຊຍ​ ໄດ້​ບັນທຸກ​ຕູ້​ຄອນ​ເທັນເນີ​ຂະໜາດ​ໃຫຍ່​ລະຫວ່າງ ຣັດ​ເຊຍ ​ກັບ​ ເກົາຫຼີ​ເໜືອ ​ອັນໄດ້​ຂົນ​ສົ່ງ​ອຸປະກອນ​ທາງ​ທະຫານ​ ເຊິ່ງເປັນ​ການ​ຝ່າຝືນ​ມະຕິສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດຢ່າງແຈ່ມແຈ້ງ.

ສະຫະລັດ ແລະ ເກົາຫຼີໃຕ້ ກ່າວຫາເກົາຫຼີເໜືອວ່າ ດໍາເນີນການໂອນອາວຸດ ໃຫ້ແກ່ ຣັດເຊຍ ເພື່ອນໍາໃຊ້ເຂົ້າໃນສົງຄາມຂອງຕົນໃນ ຢູເຄຣນ.

ມົສກູ ​ແລະ ພຽງ​ຢາງ ​ໄດ້​ພາກັນປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ດັ່ງກ່າວ, ​ແຕ່​ໄດ້​ປະຕິ ຍານ​ໃນ​ປີ​ກາຍ​ນີ້​ວ່າ ຈະ​ເພີ້ມ​ທະວີ​ການ​ພົວພັນ​ທາງ​ທະຫານ​ຂອງທັງສອງປະ ເທດໃຫ້​ເລິກ​ເຊິ່ງຂຶ້ນ.

ຍີ່ປຸ່ນ​ຍັງ​ໄດ້​ປະກາດ​ການ​ລົງ​ໂທດ​ຕໍ່ 11 ອົງການ ​ແລະ 1 ບຸກຄົນ​, ​ໃນ​ນັ້ນ​ມີ​ອັນ​ທີ່​ຕົນຮ້ອງ​ວ່າ ກຸ່ມຂອງຣັດ​ເຊຍ ທີ່ມີ​ສ່ວນ​ຮ່ວມ​ໃນ​ການ​ປະຕິບັດງານຮ່ວມ​ມື​ທາງ​ທະຫານ ​ເພື່ອ​ສະໜັບສະໜູນ​ຕໍ່ການຮຸກຮານ ຢູເຄຣນ ​ຂອງ​ ຣັດ​ເຊຍ.

ປະທານຄະນະລັດຖະມົນຕີຂອງຍີ່ປຸ່ນ ທ່ານໂຢຊິມາຊະ ຮາຢາຊິ (Yoshimasa Hayashi) ກ່າວ​ໃນລະຫວ່າງກອງ​ປະຊຸມ​ຖະ​ແຫຼງຂ່າວ​ວ່າ “ການ​ຈັດ​ຊື້​ອາວຸດ​ຂອງ ຣັດ​ເຊຍ ​ຈາກ ​ເກົາຫຼີ​ເໜືອ ​ເປັນການ​ລະ​ເມີດຕໍ່​ມະຕິທີ່ກ່ຽວຂ້ອງກັບ​ມະ​ຕິ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ ທີ່ໄດ້​ຫ້າມ​ການ​ໂອນ​ອາວຸດ ​ແລະ​ວັດຖຸຕ່າງໆທີ່ພົວພັນກັບ​ເກົາຫລີ​ເໜືອ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG