ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ແລະ ເກົາຫຼີໃຕ້ ຕົກລົງແກ້ໄຂ ເລື້ອງ ‘ນາງບຳເລີ’ ໃນປາງສົງຄາມໂລກ ຄັ້ງທີສອງ

ແມ່ເຖົ້າຄົນໜຶ່ງ ທີ່ເຄີຍເປັນ ນາງບຳເລີ ຊື່ Kil Un-ock, ຖືກບັງຂັບໃຫ້ເປັນຂ້າທາດທາງເພດ ໃຫ້ແກ່ພວກທະຫານ ຍີ່ປຸ່ນ ໃນປາງສົງຄາມໂລກຄັ້ງທີສອງ, ເຂົ້າຮ່ວມການໂຮມຊຸມນຸມ ປະທ້ວງ ການໄປຢ້ຽມຢາມ ສະຫະລັດ ຂອງນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe, ຢູ່ນອກສະຖານທູດ ຍີ່ປຸ່ນ ໃນນະຄອນຫຼວງ Seoul.

ເກົາຫຼີໃຕ້ ແລະ ຍີ່ປຸ່ນ ໄດ້ບັນລຸຂໍ້ຕົກລົງອັນເປັນປະຫວັດການ
ທີ່ແກ້ໄຂບັນຫາໂຕ້ແຍ້ງກັນມາ ກ່ຽວກັບການບັງຄັບ ພວກແມ່ຍິງ
ຊາວເກົາຫຼີ ໃຫ້ເປັນໂສເພນີ ໂດຍຍີ່ປຸ່ນ ໃນປາງສົງຄາມໂລກຄັ້ງ
ທີສອງ ທີ່ຮູ້ຈັກກັນໃນຄຳວ່າ “ພວກນາງບຳເລີ” ນັ້ນ.

ລັດຖະມົນຕີຕ່າງປະເທດເກົາຫຼີໃຕ້ ທ່ານ Yun Byung-se ກ່າວ
ໃນວັນຈັນມື້ນີ້ ຫຼັງຈາກທີ່ໄດ້ໂອ້ລົມກັບ ຄູ່ຕຳແໜ່ງຂອງທ່ານ ຈາກ
ຢີ່ປຸ່ນ ທ່ານ Fumio Kishida ວ່າ ຂໍ້ຕົກລົງນັ້ນ ຈະເປັນ “ຂັ້ນສຸດ
ທ້າຍ ແລະ ບໍ່ສາມາດຕ່າວປີ້ນຄືນໄດ້”
ຖ້າຍີ່ປຸ່ນ ປະຕິບັດຕາມ
ຄວາມຮັບຜິດຊອບຂອງຕົນທັງໝົດ.

ຂໍ້ຕົກລົງດັ່ງກ່າວ ປະກອບດ້ວຍ ການຊົດເຊີຍທຶນ ຈຳນວນ 8 ລ້ານ 3 ແສນໂດລາ ໃຫ້ແກ່
ບັນດາອະດີດຂ້າທາດທາງເພດ ທີ່ລອດຊີວິດ ຊຶ່ງເຖົ້າແກ່ສະລາແລ້ວນັ້ນ ແລະ ການຂໍອະ
ໄພໂທດ ຈາກນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe.

ລັດຖະມົນຕີການຕ່າງປະເທດ ເກົາຫຼີໃຕ້ ທ່ານ Yun Byung-se, ຂວາ, ຈັບມືກັບ ຄູ່ຕຳແໜ່ງຂອງທ່ານ ຈາກຍີ່ປຸ່ນ ທ່ານ Fumio Kishida ຫຼັງຈາກເຂົ້າຮ່ວມກອງປະຊຸມ ຖະແຫລງຂ່າວນຳກັນ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 28 ທັນວາ 2015.

XS
SM
MD
LG