ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ຂອງເກົາຫຼີໃຕ້ ຢ້ຽມຢາມຍີ່ປຸ່ນ


ຊາວເກົາຫລີໃຕ້ທໍາ​ການຮຽກຮ້ອງ​ທະວີ​ຂຶ້ນນັບມື້ຢູ່​ໃນ​ເກົາຫລີ​ໃຕ້ ​​ໃຫ້​ຍີ່ປຸ່ນ​ຈ່າຍ​ຄ່າ​ທົດ​ແທນ​ແກ່​ຄອບຄົວ​ຂອງ​ຜູ້ຍິງ​ເກົາຫລີ​ໃຕ້ ທີ່​ໄດ້​ຖືກ​​ບັງຄັບ​ໃຫ້​ທໍາ​ງານຢູ່​ໂຮງ​ໂສ​ເພນີ ແກ່ທະຫານ​ຍີ່ປຸ່ນ ​ໃນ​ສະ​ໄໝສົງຄາມ​ໂລກ​ຄັ້ງທີ 2.
ຊາວເກົາຫລີໃຕ້ທໍາ​ການຮຽກຮ້ອງ​ທະວີ​ຂຶ້ນນັບມື້ຢູ່​ໃນ​ເກົາຫລີ​ໃຕ້ ​​ໃຫ້​ຍີ່ປຸ່ນ​ຈ່າຍ​ຄ່າ​ທົດ​ແທນ​ແກ່​ຄອບຄົວ​ຂອງ​ຜູ້ຍິງ​ເກົາຫລີ​ໃຕ້ ທີ່​ໄດ້​ຖືກ​​ບັງຄັບ​ໃຫ້​ທໍາ​ງານຢູ່​ໂຮງ​ໂສ​ເພນີ ແກ່ທະຫານ​ຍີ່ປຸ່ນ ​ໃນ​ສະ​ໄໝສົງຄາມ​ໂລກ​ຄັ້ງທີ 2.

ປະທານາທິບໍດີ​ເກົາຫລີ​ໃຕ້ ກໍາລັງ​ຢ້ຽມຢາມ​ຍີ່ປຸ່ນຢູ່​ເພື່ອ​ທໍາ​ການພົບ​ປະສົນທະນາທີ່ຄາດ
ກັນ​ວ່າ ຈະ​ເພັ່ງ​ເລັງ​ໃສ່​ໂຄງການ​ນີວ​ເຄລຍຂອງ​ເກົາຫລີ​ເໜືອ, ຈີນ ​ແລະປັບປຸງ​ການພົວພັນ
ດ້ານ​ການ​ຄ້າ. ຫາກ​ແຕ່​ວ່າ ​ເທົ່າ​ທີ່ຜ່າ​ນມາ ການ​ຢ້ຽມຢາມ ​ໄດ້​ຖືກ​ປົກ​ຄຸມ​ໄປ​ດ້ວຍບັນຫາ​
ກ່ຽວກັບ​ຂ້າທາດ​ທາງ​ເພດ.

ປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານ ລີ​ເມືອງ​ບາກ ​ໄດ້ໄປ​ເຖິງ​ເມືອງ ​ໂອ​ສະກາ ​ໃນ​ວັນ​ເສົາ​
ວານ​ນີ້ ​ແລະ​ໄດ້​ພົບ​ກັບ​ນາຍົກລັດຖະມົນ​ຕີ Yoshihiko Noda ​ໃນ​ງານ​ລ້ຽງອາຫານ​ຄໍ່າ
ທີ່​ບໍ່​ເປັນ​ທາງ​ການ.

ມີ​ການຮຽກຮ້ອງ​ທະວີ​ຂຶ້ນ​ເລື້ອຍໆ ຢູ່​ໃນ​ເກົາຫລີ​ໃຕ້ ໃຫ້​ຍີ່ປຸ່ນ​ຈ່າຍ​ຄ່າ​ທົດ​ແທນ​ແກ່​ຄອບຄົວ​
ຂອງ​ຜູ້ຍິງ​ເກົາຫລີ​ໃຕ້ ທີ່​ໄດ້​ຖືກບັງຄັບ​ໃຫ້​ທໍາ​ງານຢູ່​ໂຮງ​ໂສ​ເພນີ ຊຶ່ງ​ເອີ້ນກັນວ່າ ເປັນ
“ຜູ້ຍິງ​ໃຫ້​ຄວາມສຸກ​ສະບາຍ” ​ແກ່ທະຫານ​ຍີ່ປຸ່ນ ​ໃນ​ສະ​ໄໝສົງຄາມ​ໂລກ​ຄັ້ງທີ 2.

ໃນຕົ້ນອາທິດ​ນີ້ ​ຊາວເກົາຫລີ​ໃຕ້ ​ໄດ້​ຕັ້ງຮູບປັ້ນອັນ​ນຶ່ງ​ຂຶ້ນ ຢູ່​ຕໍ່ໜ້າສະຖານທູດຍີ່ປຸ່ນ ​ໃນ
ນະຄອນຫລວງ​ໂຊ​ລ ​ເພື່ອ​ເປັນ​ທີ່​ລະ​ລຶກ​ເຖິງພວກ​ທີ່​ເປັນຂ້າ​ທາດທາງ​ເພດ​ດັ່ງກ່າວ​ນັ້ນ.

ທ່ານ ລີ ຍັງ​ຄາດວ່າ ຈະ​ຍົກເອົາ​ບັນຫານີ້ມາ​ສົນທະນາ​ກັບ ທ່ານ Noda. ອົງການ​ຂ່າວ
Kyodo ຂອງ​ຍີ່ປຸ່ນ ​ໄດ້​ອ້າງ​ຄໍາ​ເວົ້າຂອງ​ທ່ານ​ທີ່​ກ່າວວ່າ ບັນຫານີ້ “ສາມາດ​ແກ້​ໄຂເມື່ອ​ໃດ​
ກໍໄດ້ ຖ້າ​ຫາກ​ຍີ່​ປຸ່ນ​ສະ​ແດງວ່າຕົນ​ມີ​ຄວາມ​ຈິງ​ໃຈກວ່າ​ນີ້.”

ຜູ້​ນໍາ​ທັງ​ສອງ​ຄົນ​ຍັງ​ຈະໄດ້ພົບ​ປະກັນ​ອີກ ​ໃນ​ວັນ​ອາທິດ​ມື້ນີ້.

XS
SM
MD
LG