ເກົາຫລີໃຕ້ກ່າວວ່າ ຕົນຈະຈັດສົ່ງແບບສຸກເສີນວັດຖຸສໍາຄັນ
ຊະນິດນຶ່ງ ທີ່ໃຊ້ສໍາລັບຄວບຄຸມປະຕິກິລິຍານີວເຄລຍ ໄປ
ໃຫ້ປະເທດຍີ່ປຸ່ນ ໃນຂະນະທີ່ຍີ່ປຸ່ນສືບຕໍ່ຮັບມືກັບບັນຫາ
ຄວາມເສຍຫາຍຢ່າງຮ້າຍແຮງຢູ່ທີ່ໂຮງໄຟຟ້ານິວເຄລຍ ແຫ່ງນຶ່ງນັ້ນ.
ເກົາຫລີໃຕ້ກ່າວໃນວັນພຸດມື້ນີ້ ຕົນວາງແຜນທີ່ຈະສົ່ງສານ
ເຄມີ boron ຈໍານວນ 52 ໂຕນໄປໃຫ້ຍີ່ປຸ່ນ ຊຶ່ງໄດ້ໃຊ້ວັດ
ຖຸດັ່ງກ່າວນີ້ເກືອບໝົດແລ້ວ ຢູ່ທີ່ໂຮງໄຟຟ້າ Fukushima ນັ້ນ.
ສານ Boron ເປັນວັດຖຸທີ່ສໍາຄັນໃນທ່ອນຄວບຄຸມເຊື້ອໄຟ ທີ່ໃຊ້ສໍາລັບຢຸດຕິຫລືເຮັດໃຫ້ປະຕິກິລິຍານິວເຄລຍຊ້າລົງທີ່ເຕົາແຍກນີວເຄລຍນັ້ນ.
ສານ boron ທີ່ເກົາຫລີໃຕ້ຈະສົ່ງໃຫ້ຍີ່ປຸ່ນແມ່ນມາຈາກຄັງສໍາຮອງຂອງຕົນ. ອົງການຂ່າວ Yonhap ເກົາຫລີໃຕ້ອ້າງຄໍາເວົ້າຂອງເຈົ້າໜ້າທີ່ກະຊວງພາຍໃນທ່ານນຶ່ງວ່າ ກຸງໂຊນຈະສົ່ງສານດັ່ງກ່າວໄປໃຫ້ ຍີ່ປຸ່ນໃນປະລິມານເທົ່າທີ່ຕົນສາມາດເຮັດໄດ້ ໂດຍຈະບໍ່ເຮັດໃຫ້ການ ປະຕິບັດງານໃນດ້ານນິວເຄລຍຂອງຕົນ ຕົກຢູ່ໃນອັນຕະລາຍ.