ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວເກົາຫລີໃຕ້ ປະທ້ວງຢູ່ຕໍ່ໜ້າ ສະຖານທູດຍີ່ປຸ່ນ ທີ່ກຸງໂຊລ


ແຜນທີ່ເກົາຫຼີໃຕ້
ແຜນທີ່ເກົາຫຼີໃຕ້

ຊາວເກົາຫລີໃຕ້ຈໍານວນຫລາຍສິບຄົນ ພາກັນເດີນປະທ້ວງຢູ່ນອກສະຖານທູດຍີ່ປຸ່ນໃນນະ ຄອນ ຫລວງໂຊລເມື່ອວັນພຸດມື້ນີ້ ເພື່ອປະທ້ວງຕໍ່ການຕັດ ສິນໃຈຂອງຍີ່ປຸ່ນ ທີ່ໄດ້ສັ່ງຫ້າມບໍ່ ໃຫ້ພວກນັກການທູດຂອງຕົນ ຂີ່ເຮືອ ບິນຂອງສາຍການບິນແຫ່ງຊາດເກົາຫລີໃຕ້ ເປັນເວລາ 30 ວັນນັ້ນ.

ປະຊາຊົນປະມານ 100 ຄົນ ໂບກທຸງຊາດເກົາຫລີໃຕ້ ແລະພາກັນໂຫ່ ຮ້ອງຄໍາຂວັນຕ່າງໆ ໃນລະຫວ່າງການປະທ້ວງ ໃນຕອນນຶ່ງນັ້ນ ພວກຕໍາຫລວດໄດ້ເຂົ້າໄປແຊກແຊງເພື່ອປ້ອງ ກັນບໍ່ໃຫ້ພວກປະທ້ວງຈູດທຸງຊາດຍີ່ປຸ່ນ.

ໂຕກຽວໄດ້ອອກຄໍາສັ່ງຫ້າມເດີນທາງ ຫລັງຈາກສາຍການບິນ Korean Air ໄດ້ທໍາການບິນ ທົດລອງເຮືອບິນຍັກ Airbus A380 ລໍາໃໝ່ຂອງຕົນ ຜ່ານນ່ານຟ້າເທິງໝູ່ເກາະທີ່ເປັນບັນ ຫາຂັດແຍ້ງກັນ ໃນເດືອນມິຖຸນາຜ່ານມານັ້ນ ພວກເຈົ້າໜ້າທີ່ຍີ່ປຸ່ນກ່າວວ່າເຮືອບິນດັ່ງກ່າວ ໄດ້ບິນລ່ວງລໍ້າເຂົ້າໄປໃນເຂດນ່ານຟ້າຂອງຍີ່ປຸ່ນ ເວລາເຮືອບິນໄດ້ບິນຢູ່ເທິງ ໝູ່ເກາະຫິນ ນ້ອຍໆທີ່ເກົາຫລີໃຕ້ເອີ້ນວ່າໝູ່ເກາະ Dokdo ແລະທີ່ຍີ່ປຸ່ນເອີ້ນວ່າ ໝູ່ເກາະ Takeshima ນັ້ນ.

ນອກນີ້ແລ້ວ ພວກສະມາຊິກສະພາແຫ່ງຊາດຍີ່ປຸ່ນກຸ່ມນຶ່ງ ໄດ້ປະກາດ ແຜນການທີ່ຈະເດີນ ທາງໄປຍັງເກາະໄກ້ຄຽງເພື່ອເນັ້ນເຖິງການອ້າງເອົາ ກໍາມະສິດຂອງຍີ່ປຸ່ນນັ້ນ.

XS
SM
MD
LG