ສະພາແຫ່ງຊາດຂອງເກົາຫຼີໃຕ້ ໄດ້ລົງຄະແນນສຽງ ຟ້ອງປະທານາທິບໍດີ Park Guen- hye.
ໂດຍທີ່ສະມາຊິກ 234 ຄົນລົງຄະແນນສຽງໃນວັນສຸກມື້ນີ້ ເຫັນດີກັບການຟ້ອງປະທານາ ທິບໍດີ Park ຢູ່ໃນສະພາແຫ່ງຊາດ ທີ່ມີທັງໝົດ 300 ບ່ອນນັ່ງ ມາດຕະການດັ່ງກ່າວ ຈຶ່ງໄດ້ຮັບການສະໜັບສະໜຸນ ກາຍສອງສ່ວນສາມ ທີ່ຕ້ອງການ.
ການພັງທະລາຍລົງຢ່າງບໍ່ໜ້າເຊື່ອແລະໄວວາຂອງປະທານາທິບໍດີ Park ແມ່ນມີສາເຫດມາຈາກການກ່າວຫາເມື່ອໄວໆມານີ້ໃນຂ່າວນອງນັນການໃຊ້ອິດທິພົນຫຼາຍໆລ້ານໂດລາ ທີ່ມາຈາກທຳນຽບສີຟ້າ.
ຫລັງຈາກລົງຄະແນນສຽງແລ້ວ ທ່ານ Chung Se-kyun ປະທານສະພາແຫ່ງຊາດ ໄດ້ຮຽກຮ້ອງໃຫ້ລັດຖະບານຮຳບາດແຜຂອງຄວາມແຕກແຍກ ແລະຄວາມວຸ້ນວາຍ ທີ່ເຮັດໃຫ້ລັດຖະບານກາຍເປັນອຳມະພາດຍ້ອນຂ່າວນອງນັນນີ້.
ທ່ານ Chung ກ່າວວ່າ “ໂດຍການຮັບຜ່ານມະຕິໃນການຟ້ອງຮ້ອງນີ້ ຄວາມບໍ່ແນ່ນອນ ທາງການເມືອງສ່ວນໃຫຍ່ແມ່ນໄດ້ຮັບການແກ້ໄຂໄປແລ້ວ. ເຈົ້າໜ້າທີ່ລັດຖະບານຄວນຈະຕັ້ງໜ້າດຳເນີນຄວາມພະຍາຍາມໃນການປົກປັກຮັກສາຊີວິດປະຊາຊົນພວກເຮົາ.”
ກະຊວງປ້ອງກັນປະເທດເກົາຫຼີໃຕ້ ໄດ້ສັ່ງໃຫ້ກອງທັບ ຢູ່ໃນທ່າລະມັດລະວັງ ແລະກຽມ ພ້ອມສູງຂຶ້ນ.
ພາບພົດຂອງລັດຖະບານໃນຖານະຜູ້ນຳທີ່ເຂັ້ມແຂງແລະບໍ່ສໍ້ລາດບັງຫຼວງນັ້ນໄດ້ພັງທະ ລາຍລົງພາຍໃຕ້ການກ່າວຫາວ່າ ນາງ Choi Soon-sil ເພື່ອນທີ່ໃກ້ຊິດກັນມາດົນນານ ໄດ້ສວຍໃຊ້ແບບລັບໆ ຄວາມສຳພັນທີ່ໃກ້ຊິດກັບປະທານາທິບໍດີ Park ເພື່ອບັງຄັບໃຫ້ບໍລິສັດໃຫຍ່ໆຂອງເກົາຫຼີໃຕ້ບໍລິຈາກເງິນເກືອບ 65 ລ້ານໂດລາໃຫ້ແກ່ມູນນິທິທີ່ໜ້າສົງໄສ 2 ແຫ່ງຂອງນາງຊຶ່ງໃນຂະນະດຽວກັນກໍຈັດ ສົ່ງເງິນຈຳນວນນຶ່ງແລະກຳໄລທີ່ງາມໆ ທີ່ນາງໄດ້ເຊັນສັນຍາກັບບໍລິສັດຕ່າງໆ ທີ່ເປັນເຈົ້າຂອງໂດຍນາງເອງ ແລະໝູ່ຂອງນາງ.
ຫລັງຈາກມີການຮັບຮອງເອົາມະຕິການຟ້ອງແລ້ວ ທ່ານນາງ Park ໄດ້ຖືກສັ່ງບໍ່ໃຫ້ເຮັດວຽກໃນທັນທີ. ນາຍົກລັດຖະມົນຕີ Hwang Kyo-anh ຈະເປັນຜູ້ຮັກສາການຕຳແໜ່ງ ປະມຸກຂອງປະເທດ.