ປະທານາທິບໍດີເກົາຫລີໃຕ້ ທ່ານນາງ Park Geun-hye ໄດ້ປະ
ຕິຍານ ທີ່ຈະ ເພີ້ມການປ້ອງກັນປະເທດຂອງທ່ານນາງ ຕໍ່ເກົາຫລີ
ເໜືອ ໃນຂະນະທີ່ທ່ານນາງ ເຂົ້າຮ່ວມການເດີນສວນສະໜາມ
ທາງທະຫານ ທີ່ໃຫຍ່ສຸດໃນຮອບສິບປີ ໃນວັນອັງຄານມື້ນີ້.
ປະທານາທິບໍດີ Park ກ່າວວ່າ ເກົາຫລີໃຕ້ ບໍ່ມີທາງເລືອກ ແຕ່
ຕ້ອງໄດ້ສ້າງ “ການປ້ອງກັນທີ່ເຂັ້ມແຂງ ຕໍ່ຕ້ານເກົາຫລີເໜືອ ຈົນ
ກວ່າເກົາຫລີເໜືອຍົກເລີກ ໂຄງການສ້າງອາວຸດນິວເຄລຍ ແລະ
ເລືອກເອົາໃນອັນທີ່ຖືກຕ້ອງສຳລັບປະຊາ ຊົນຂອງຕົນ ແລະສຳ
ລັບສັນຕິພາບຢູ່ໃນແຫລມເກົາຫລີ.
ທະຫານຫລາຍກວ່າ 11,000 ຄົນ ພ້ອມດ້ວຍເຮືອບິນລົບ 120 ລຳພາກັນເຂົ້າ ຮ່ວມ ໃນພິທີສວນສະໜາມ ເນື່ອງໃນວັນກອງທັບແຫ່ງຊາດ ທີ່ມີການຖ່າຍທອດທາງໂທລະພາບ ຢູ່ທີ່ຄ້າຍທະຫານແຫ່ງນຶ່ງທາງທິດໃຕ້ຂອງນະຄອນຫລວງຂອງ ເກົາຫລີໃຕ້. ການເດີນສວນສະໜາມໄດ້ມີຂຶ້ນອີກໃນເວລາຕໍ່ມາ ຢູ່ທີ່ກຸງໂຊລ.
ຢູ່ໃນການເດີນສວນສະໜາມຄັ້ງນີ້ ກໍມີການນຳອອກສະແດງ ລູກສອນໄຟນຳວິຖີ Hyunmu 3 ທີ່ສ້າງຂື້ນພາຍໃນປະເທດ ໂດຍມີລັດສະໝີຍິງໄດ້ 1000 ກິໂລແມັດ.
ອາວຸດຊະນິດດັ່ງກ່າວ ໄດ້ມີການເປີດເຜີຍໃຫ້ເຫັນຫລັງຈາກເກົາຫລີເໜືອ ໄດ້ທົດລອງນິວເຄລຍຄັ້ງທີສາມ ໃນເດືອນກຸມພາທີ່ຜ່ານມາ.
ການທົດລອງນິວເຄລຍ ໄດ້ພາໃຫ້ເກີດຄວາມເຄັ່ງຕຶງກັບເກົາຫລີເໜືອ ເປັນເວ ລາຫລາຍໆເດືອນ ໂດຍທີ່ເກົາຫລີເໜືອໄດ້ທຳການນາບຂູ່ເກືອບແຕ່ລະມື້ ວ່າຈະ ເຮັດສົງຄາມນິວເຄລຍ ຕໍ່ກຸງວໍຊິງຕັນແລະກຸງໂຊລ. ຄວາມສໍາພັນລະຫວ່າງເກົາ ຫລີ ໄດ້ຫາກໍເລີ້ມດີຂຶ້ນ ຫວ່າງມໍໆມານີ້.
ເຂົ້າຮ່ວມການເດີນສວນສະໜາມ ໃນວັນອັງຄານມື້ນີ້ ກໍມີ ລັດຖະມົນຕີປ້ອງກັນປະເທດ
ສະຫະລັດ ທ່ານ Chuck Hagel ຊຶ່ງພວມຢູ່ໃນລະຫວ່າງການຢ້ຽມ ຢາມເກົາຫລີໃຕ້ ເປັນເວລາສີ່ວັນ ເພື່ອສະແດງໃຫ້ເຫັນວ່າ ກຸງວໍຊິງຕັນເປັນພັນ ທະມິດ ດ້ານຄວາມປ້ອງກັນປະເທດ ກັບເກົາຫລີໃຕ້.