ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍາດຕິພີ່ນ້ອງ ຊາວເກົາຫຼີໃຕ້ ແລະ ເກົາຫຼີເໜືອ ພົບພໍ້ກັນ (ວີ​ດີ​ໂອ)


ຍາດຕິພີ່ນ້ອງ ຊາວເກົາຫລີໃຕ້ ແລະ ເກົາຫລີເໜືອ ທີ່ໄດ້ພັດ ພາກຈາກັນ ກໍາລັງຕຽມຈະພົບພໍ້ກັນ ທີ່ຊາຍແດນເກົາຫລີເໜືອ.
ຍາດຕິພີ່ນ້ອງ ຊາວເກົາຫລີໃຕ້ ແລະ ເກົາຫລີເໜືອ ທີ່ໄດ້ພັດ ພາກຈາກັນ ກໍາລັງຕຽມຈະພົບພໍ້ກັນ ທີ່ຊາຍແດນເກົາຫລີເໜືອ.
ພວກຜູ້ເຖົ້າຜູ້ແກ່ຊາວ​ເກົາຫລີ​ໃຕ້ກຸ່ມ​ນຶ່ງໄດ້​ພົບ​ປະ​ກັບບັນດາ
ສະມາຊິກ​ຄອບຄົວ​ຂອງເຂົາເຈົ້າ ຈາກເກົາຫຼີເໜືອ ​ເປັນ​ເທື່ອ
​ທໍາອິດ ນັບ​ຕັ້ງ​ແຕ່​ເຂົາ​ເຈົ້າ ໄດ້​ພັດ​ພາກ​ຈາກ​ກັນ ​ເມື່ອ 60 ປີ
​ກ່ອນ ​ຍ້ອນສົງຄາມ​ເກົາຫລີນັ້ນ.

ການ​ພົບ​ປະກັນ​ຢ່າງ​ຕື່ນ​ເຕັ້ນ ​ແລະ​ໂສກ​ເສົ້າ ​ໃນ​ວັນ​ພະຫັດ​ມື້
ນີ້ ລະຫວ່າງຊາວ​ເກົາຫລີ​ໃຕ້ 82 ຄົນແລະຊາວ​ເກົາຫລີ​ເໜືອ
180 ຄົນ ​ໄດ້​ຈັດ​ຂຶ້ນ​ ທີ່​ບ່ອນ​ຕາກ​ອາກາດ ເທິງພູ Kumgang
ໃນເຂດແຄມຝັ່ງທະເລ ກໍ້າຕາ​ເວັນ​ອອກຂອງເກົາຫລີ​ເໜືອ.

ບັນດາ​ຍາດຕິ​ພີ່ນ້ອງ ທີ່ຮ້ອງ​ໄຫ້ກອດກັນ ​ໄດ້ແລກປ່ຽນ​ຂອງ
ຂວັນ ​ແລະຮູບ​ພາບ​ຂອງ​ຄອບຄົວ ໃນການພົບພໍ້ທີ່ມີການ​ຕິດ​ຕາມ​ມາ​ຢ່າງ​ໃກ້​ຊິດ. ໃນ
ບາງກໍລະນີນັ້ນ​ ບັນດາ​ຍາດຕິ​ພີ່ນ້ອງ ​ໄດ້​ພົບ​ພໍ້​ກັນ​ເປັນ​ຄັ້ງທໍາ​ອິດ.


ການ​ເຕົ້າ​ໂຮມ​ຄອບຄົວ​ໃນທຳນອງນີ້ ບໍ່​ໄດ້​ມີ​ຂຶ້ນ ມາ​ຕັ້ງ​ແຕ່​ປີ 2010 ​ແລະໃນຄັ້ງນີ້ ເຂົາ
​ເຈົ້າກໍ​ເກືອ​ບວ່າ​ໄດ້ກາຍເປັນຜູ້​ເຄາະ​ຮ້າຍ​ຍ້ອນຄວາ​ມ​ເຄັ່ງ​ຕຶງທີ່ເພີ້ມທະວີຂຶ້ນລະຫວ່າງ​ສອງເກົາຫຼີທີ່ເປັນ​ເພື່ອນ​ບ້ານ​ ຊຶ່ງໃນທາງເທັກນິກແລ້ວຍັງ​ຢູ່​ໃນພາວະ​ສົງຄາມນັ້ນ.

ໃນໄລຍະຫລາຍ​ອາທິດ​ຜ່ານ​ມານີ້ ກຸງ​ພຽງ​ຢາງ​ໄດ້​ຂົ່ມຂູ່​ທີ່​ຈະ​ຍົກເລີກການ​ເຕົ້າ​ໂຮມດັ່ງ
ທີ່ໄດ້ກະທຳໃນອະດີດຜ່ານ​ມາ ຖ້າ​ຫາກ​ວ່າກຸງ​ໂຊ​ລ ຍັງດໍາ​ເນີນ​ການ​ຕໍ່ໄປ ໃນ​ຊ້ອມ​ລົບ
ຮ່ວມທາງ​ທະຫານ​ ກັບສະຫະລັດ ​ໃນ​ວັນ​ຈັນ​ ຈະ​ມາ​ເຖິງ​ນີ້.

​ແຕ່​ແລ້ວເກົາຫລີ​ເໜືອກໍໄດ້ຍິນ​ຍອມຜ່ອນຜັນໃຫ້ ​ໃນ​ການຕົກລົງກັນເມື່ອອາທິດ​ແລ້ວ​ນີ້
ຫລັງຈາກ​ການ​ພົບ​ປະ​ລະດັບ​ສູງ ທີ່​ຫຼາຍໆຄົນຫວັງວ່າ ສາມາດໃຊ້ເປັນບາດກ້າວ​ທໍາອິດ​
ໄປ​ສູ່ການປັບປຸງຄວາມສໍາພັນໃຫ້​ດີ​ຂື້ນ. ​

XS
SM
MD
LG