ເຮືອບິນເຮລີຄອບເຕີດັບເພີງຂອງເກົາຫຼີໃຕ້ລຳນຶ່ງຕົກ ໃນວັນພະ
ຫັດມື້ນີ້ ໃນຄຸ້ມບ່ອນຢູ່ອາໄສຂອງປະຊາຊົນ ທີ່ເມືອງ Gwangju
ເຮັດໃຫ້ຄົນໃນເຮືອບິນທັງໝົດ 5 ຄົນເສຍຊີວິດ.
ບັນດາເຈົ້າໜ້າທີ່ ກ່າວວ່າ ເດັກຍິງໄວລຸ່ນຄົນນຶ່ງ ໄດ້ຮັບບາດເຈັບ
ເລັກນ້ອຍເຊັ່ນກັນ ຫຼັງຈາກຊິ້ນສ່ວນຂອງເຮືອບິນຟົ້ງຖືກ ຊຶ່ງເຮືອ
ບິນລຳດັ່ງກ່າວໄດ້ເກີດອຸບັດເຫດ ຕົກລົງໃກ້ໆກັບໂຮງຮຽນແຫ່ງນຶ່ງ.
ເຮືອບິນເຮລີຄອບເຕີລຳດັ່ງກ່າວ ກຳລັງບິນກັບຄືນສູ່ຖານທັບແຫ່ງນຶ່ງ ຫຼັງຈາກປະກອບ
ສ່ວນໃນການຊອກຄົ້ນຫາປະຊາຊົນ 11 ຄົນທີ່ຍັງຫາຍສາບສູນໄປ ຈາກໄພພິບັດເຮືອ
ຂ້າມຟາກຫຼົ້ມຕັ້ງແຕ່ເດືອນເມສາຜ່ານມາ.
ປະຊາຊົນປະມານ 300 ຄົນ ສ່ວນຫຼາຍເປັນນັກຮຽນໂຮງຮຽນມັດທະຍົມ ໄດ້ເສຍຊີວິດ
ໄປ ເວລາເຮືອໂດຍສານຂ້າມຟາກ Sewol ຫຼົ້ມຢູ່ ນອກຝັ່ງທະເລຂອງພາກຕາເວັນ
ຕົກສຽງໃຕ້ຂອງເກົາຫຼີໃຕ້ນັ້ນ.
ຮວມທັງພວກຜູ້ຄົນ ທີ່ເສຍຊີວິດຍ້ອນເຮືອບິນເຮລີຄອບເຕີຕົກດັ່ງກ່າວນີ້ ມີທັງໝົດ 7 ຄົນແລ້ວ ໄດ້ເສຍຊີວິດໃນການປະຕິບັດງານກູ້ໄພ. ພວກນັກດຳນ້ຳ 2 ຄົນກໍຕາຍດຶກ
ນ້ຳກ່ອນໜ້ານີ້ ໃນຂະນະທີ່ກຳລັງຊອກຫາເຮືອລຳນີ້.
ຍັງບໍ່ມີຂ່າວຄາວປະກາດໃຫ້ຊາບກ່ຽວກັບສາເຫດຂອງເຮືອບິນເຮລີຄອບເຕີລຳນີ້ຕົກເທື່ອ.