ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເວັບໄຊທ໌ຂອງເກົາຫຼີໃຕ້ ຖືກໂຈມຕີຮອບໃໝ່


ເວັບໄຊທ໌ຕ່າງໆຂອງເກົາຫຼີໃຕ້ ຖືກໂຈມຕີອີກຮອບໃໝ່ ໃນມື້ນີ້
ເວັບໄຊທ໌ຕ່າງໆຂອງເກົາຫຼີໃຕ້ ຖືກໂຈມຕີອີກຮອບໃໝ່ ໃນມື້ນີ້

ເຈົ້າໜ້າທີ່ຮັບຜິດຊອບກ່ຽວກັບການສື່ສານຂອງເກົາຫຼີໃຕ້
ກ່າວວ່າ ການໂຈມຕີທາງອິນເຕີແນັດທີ່ບໍ່ຮູ້ວ່າມາຈາກໃສ
ໄດ້ແນເປົ້າໝາຍໃສ່ເວັບໄຊທ໌ກະຊວງທີ່ສຳຄັນຕ່າງໆຂອງ
ລັດຖະບານແລະສະຖາບັນການເງິນເປັນມື້ທີ 2 ລຽນຕິດ
ໃນວັນ ເສົາມື້ນີ້.

ຄະນະກຳມາທິການຮັບຜິດຊອບການສື່ສານຂອງເກົາຫຼີໃຕ້
ກ່າວວ່າມີ 29 ເວັບໄຊທ໌ຂອງລັດຖະບານແລະທະນາຄານ
ຕ່າງໆໄດ້ຖືກໂຈມຕີ ດ້ວຍການປະຕິເສດບໍ່ໃຫ້ບໍລິການ.

ແຕ່ແນວໃດກໍຕາມອົງການສື່ສານຂອງເກົາຫຼີໃຕ້ກ່າວວ່າ
ການໂຈມຕີເຫຼົ່ານີ້ແມ່ນອ່ອນແອແລະບໍ່ໄດ້ສັງເກດເຫັນວ່າ
ມີຄວາມເສຍຫາຍຢ່າງແທ້ຈິງເກີດຂຶ້ນແຕ່ຢ່າງໃດ.

ໃນມື້ວານນີ້ ເກົາຫຼີໃຕ້ໄດ້ອອກຄຳເຕືອນກ່ຽວກັບຄວາມ
ປອດໄພທາງອິນເຕີແນັດ ເວລາເວັບໄຊທ໌ຕ່າງໆ ຖືກໂຈມ
ຕີເປັນເທື່ອທຳອກິດ ແລະເວລານີ້ການເຕືອນດັ່ງກ່າວ ຍັງມີຜົນບັງຄັບຢູ່ຍ້ອນມີການຄາດ
ການກັນວ່າຈະມີການໂຈມຕີຕື່ມອີກ.

XS
SM
MD
LG