ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກອງປະຊຸມກຸ່ມຈີ 20 ຢູ່ເກົາຫຼີໃຕ້


Indian paramilitary soldiers move their wounded colleague during a gun battle in Srinagar, Indian Kashmir, March 13, 2013.
Indian paramilitary soldiers move their wounded colleague during a gun battle in Srinagar, Indian Kashmir, March 13, 2013.

ລັດຖະມົນຕີການເງິນ ແລະຫົວໜ້າທະນາຄານກາງຈາກ
20 ປະເທດ ທີ່ມີເສດຖະກິດໃຫຍ່ທີ່ສຸດໃນໂລກໄດ້ບັນລຸ
ການຕົກລົງກັນໃນວັນເສົາມື້ນີ້ ໂດຍຈະໃຫ້ສິດທິຫຼາຍຂຶ້ນ
ແກ່ບັນດາປະເທດທີ່ມີເສດຖະກິດພຸ່ງພົ້ນໃໝ່ ໃນການລົງ
ຄະແນນສຽງຢູ່ໃນອົງການກອງທຶນສາກົນ IMF.

ການຕົກລົງດັ່ງກ່າວ ໄດ້ມີການປະກາດໃຫ້ຊາບ ໃນວັນ
ເສົາມື້ນີ້ຊຶ່ງເປັນມື້ສຸດທ້າຍຂອງກອງປະຊຸມເປັນເວລາ 2
ມື້ຂອງກຸ່ມຈີ 20 ທີ່ເມືອງ Gyeongju ໃນເກົາຫຼີໃຕ້.

ພາຍໃຕ້ຂໍ້ຕົກລົງສະບັບນີ້ ຈະມີການໂອນປະມານ 5% ຂອງສິດທິໃນການລົງຄະແນນສຽງ
ຢູ່ໃນອົງການກອງທຶນສາກົນ IMF ແລະປະເທດຕ່າງໆເຊັ່ນຈີນ ແລະອິນເດຍຈະເຂົ້າຮັບໜ້າ
ທີ່ແທນ ຢູ່ໃນບັນດາ 10 ປະເທດທີ່ຖືຮຸ້ນໃຫຍ່ທີ່ສຸດ ໃນອົງການ IMF.

ຜູ້ອຳນວຍການບໍລິຫານຂອງອົງການກອງທຶນສາກົນ IMF ທ່ານ Dominique Strauss-
Kahn ກ່າວຕໍ່ພວກນັກຂ່າວວ່າ ຢູໂຣບໄດ້ຕົກລົງທີ່ຈະຍອມສູນເສຍ 2 ບ່ອນນັ່ງຢູ່ໃນຄະນະ
ກຳມະການ ທີ່ມີທັງໝົດ 24 ຄົນ.

ກ່ຽວກັບບັນຫາອື່ນໆນັ້ນ ຄະນະຜູ້ແທນບໍ່ສາມາດຕົກລົງກັນໄດ້ໃນການຕັ້ງເປົ້າໝາຍທີ່ຈະ
ນຳໃຊ້ວິທີການສ້າງຄວາມກໍ້າເກິ່ງ ທາງດ້ານເງິນຕາຂອງໂລກ.

ຄວາມພະຍາຍາມທີ່ຈະໃຊ້ພາສາທີ່ໜັກແໜ້ນເພີ່ມຕື່ມໃນຖະແຫຼງການສຸດທ້າຍເພື່ອຊຸກຍູ້ໃຫ້
ບັນດາປະເທດ ທີ່ມີເສດຖະກິດພຸ່ງພົ້ນໃໝ່ ຮັບເອົາການແຂງຄ່າຂຶ້ນ ຢ່າງມີຄວາມໝາຍຂອງ
ເງິນຕາເຂົາເຈົ້ານັ້ນ ໄດ້ປະສົບກັບຄວາມລົ້ມແຫຼວ. ບັນດາປະເທດຕ່າງໆສາມາດຕົກລົງກັນ
ໄດ້ແຕ່ພຽງວ່າ ຈະຫຼີກເວັ້ນຈາກແຂ່ງຂັນໃນການເຮັດໃຫ້ຄ່າເງິນຕາຂອງຕົນອ່ອນລົງ.

XS
SM
MD
LG