ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງປະຊຸມຂອງກຸ່ມຈີ 20


ປ້າຍໂຄສະນາ ກອງປະຊຸມສຸດຍອດ ກຸ່ມຈີ 20 ທີ່ກຸງໂຊລ
ປ້າຍໂຄສະນາ ກອງປະຊຸມສຸດຍອດ ກຸ່ມຈີ 20 ທີ່ກຸງໂຊລ

ບັນດາລັດຖະມົນຕີການເງິນ ແລະຫົວໜ້າທະນາຄານກາງ
ຂອງກຸ່ມ 20 ປະເທດທີ່ມີເສດຖະກິດໃຫຍ່ສຸດໃນໂລກພວມ
ປະຊຸມກັນຢູ່ທີ່ເກົາຫຼີໃຕ້ໃນວັນສຸກມື້ນີ້ ເພື່ອຮ່າງແຜນປະຕິ
ບັດງານ ສຳລັບຄຸ້ມຄອງອັດຕາການແລກປ່ຽນ.

ພວກເຈົ້າໜ້າທີ່ຈາກ 7 ປະເທດທີ່ມີເສດຖະກິດໃຫຍ່ສຸດໃນ
ໂລກ ໄດ້ໂອ້ລົມກັນ ກ່ອນກອງປະຊຸມຄົບຄະນະເປັນເວລາ
2 ມື້ຂອງກຸ່ມຈີ 20 ໄຂຂຶ້ນທີ່ເມືອງ Gyeongju ຊຶ່ງເປັນ
ເມືອງແຄມທະເລໃນພາກໃຕ້ຂອງເກົາຫຼີໃຕ້. ປະທານຂອງ
ກອງປະຊຸມ ຄືລັດຖະມົນຕີການເງິນຂອງການາດາ ທ່ານ
Jim Flaherty ກ່າວໃນເວລາຕໍ່ມາວ່າ ປະເທດຕ່າງໆຢາກ
ຫຼີກລ່ຽງຈາກສະຖານະການທີ່ ແຕ່ລະປະເທດຕ່າງກໍປົກປ້ອງ ເງິນຕາຂອງຕົນ ໃນວິທີທີ່ແຕກຕ່າງກັນ.

ນັ້ນຄືສິ່ງທີ່ໄດ້ເກີດຂຶ້ນໃນໄລຍະສອງສາມອາທິດຜ່ານມານີ້
ທີ່ຫຼາຍໆປະເທດໄດ້ຫຼຸດຄ່າເງິນຕາຂອງຕົນລົງ. ບັນດາປະ
ເທດເຫຼົ່ານີ້ຫວັງວ່າ ຈະໄດ້ປຽບທາງດ້ານຄ້າ ໂດຍເຮັດໃຫ້
ສິນຄ້າສົ່ງອອກຂອງຕົນ ມີລາຄາຖືກກວ່າຂອງປະເທດອື່ນ.

ແຕ່ທ່ານ Flaherty ກ່າວວ່າ ບໍ່ມີສະມາຊິກປະເທດໃດ ໃນກຸ່ມຈີ 20 ທີ່ຕ້ອງການຈະເດີນ
ທາງກັບຄືນປະເທດ ຈາກເກົາຫຼີໃຕ້ ໂດຍບໍ່ໄດ້ມີການບັນລຸຂໍ້ຕົກລົງ.

XS
SM
MD
LG