ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີໃຕ້ວາງແຜນ ດ້ານຄວາມປອດໄພ ໃຫ້ກອງປະຊຸມ G20


ເຈົ້າໜ້າທີ່ຕໍາຫລວດໄດ້ອອກກວດລາດຕະເວນ ຢູ່ໃນເດີ່ນບິນ Gimpo ທີ່ນະຄອນຫລວງ Seoul ຂອງເກົາຫລີ
ໃຕ້ ໃນມື້ວັນຈັນ ທີ 18 ຕຸລາ, 2010 ເພື່ອຮັບປະກັນຄວາມສະງົບ ໃນໄລຍະທີ່ມີບັນດາຜູ້ນໍາ 20 ປະເທດ ທີ່ມີເສດຖະກິດໃຫຍ່ສຸດຂອງໂລກ ມາຮ່ວມກອງປະຊຸມໃນເດືອນໜ້າ (AP Photo/Ahn Young-joon)
ເຈົ້າໜ້າທີ່ຕໍາຫລວດໄດ້ອອກກວດລາດຕະເວນ ຢູ່ໃນເດີ່ນບິນ Gimpo ທີ່ນະຄອນຫລວງ Seoul ຂອງເກົາຫລີ ໃຕ້ ໃນມື້ວັນຈັນ ທີ 18 ຕຸລາ, 2010 ເພື່ອຮັບປະກັນຄວາມສະງົບ ໃນໄລຍະທີ່ມີບັນດາຜູ້ນໍາ 20 ປະເທດ ທີ່ມີເສດຖະກິດໃຫຍ່ສຸດຂອງໂລກ ມາຮ່ວມກອງປະຊຸມໃນເດືອນໜ້າ (AP Photo/Ahn Young-joon)

ເກົາຫລີ​ໃຕ້ວາງ​ແຜນ ທີ່​ຈະລະດົມ​ກໍາລັງ​ທະຫານ​ແລະຕໍາຫລວດ ໃນ​ຍາມ​ສະຫງົບແບບ​ບໍ່ ​ເຄີຍ​ມີ​ມາ​ກ່ອນ ​ເພື່ອຮັບປະກັນ​ໃຫ້​ມີ​ບັນ​ຫາໜ້ອຍທີ່​ສຸດ​ ໃນ​ໄລຍະ​ທີ່​ຕົນເປັນເຈົ້າພາບ​ຕ້ອນ ຮັບບັນດາຜູ້​ນໍາ 20 ປະເທດ ທີ່ມີເສດຖະກິດໃຫຍ່ສຸດ​​ຂອງ​ໂລກ ມາຮ່ວມ​ກອງ​ປະຊຸມ​ໃນ​ເດືອນໜ້າ.

ກອງທັບ, ໜ່ວຍຍາມຝັ່ງ, ແລະຕຳຫລວດຂອງເກົາຫຼີໃຕ້
ກ່າວວ່າ ພວກເຂົາເຈົ້າກໍາລັງກະກຽມ ​ເພື່ອຮັບມື​ກັບທຸກ
ການກໍ່ກວນ ທີ່ຄາດ​ເດົາ​ໄດ້​ວ່າອາດຈະເກີດຂຶ້ນໄດ້ໃນຊ່ວງ
ເວລາ​ທີ່ມີກອງປະຊຸມສຸດຍອດ G20 ທີ່​ກຸງໂຊລໃນເດືອນ
ໜ້ານີ້.

ສິ່ງທີ່​ອາດ​ກໍ່​ໃຫ້​ເກີດ​ບັນຫານັ້ນ ລວມມີ ການເດີນຂະບວນ
ຫລື ປະ​ທ້ວງຂະໜາດໃຫຍ່, ການກໍ່ຈາລະ​ຈົນ, ການກໍ່ການ
ຮ້າຍ ແລະການໂຈມຕີທາງອິນເຕີ​ເ​ເນັດ, ແລະຄວາມພະຍາ
ຍາມ​ຂອງຄູ່ປໍ​ລະ​ປັກ ຄືເກົາຫຼີ​ເໜືອ ເພື່ອ​ຈະທໍາລາຍ​ກອງ
ປະຊຸມດັ່ງກ່າວ.

ໃນວັນຈັນ​ອາທິດແລ້ວນີ້ ຫົວໜ້າອົງການ​ຕໍາຫຼວດແຫ່ງຊາດ
ຂອງເກົາຫຼີໃຕ້ ທ່ານ Cho Hyun-Oh ໄດ້ໃຫ້​ຂໍ້​ສັງ​ເກດ
ວ່າ ຜ່ານ​ມາກອງ​ປະຊຸມ​ສຸດ​ຍອດຂອງກຸ່ມ G20 ​ແລະກອງ
ປະຊຸມສຸດຍອດນາໆຊາດທີ່ໃຫຍ່ໆອັນອື່ນໆ ​ແມ່ນໄດ້ຖືກລົບ
ກວນໂດຍການ​ກໍ່ຄວາມຮຸນ​ແຮງ. ​ເມື່ອ​ໄຕ່ຕອງ​ເຖິງ​ສະພາບການ​ເຫລົ່າ​ນັ້ນ ບວກກັບ​ຊື່
ສຽງ​ໃນດ້ານຄວາມຮຸນແຮງຂອງພວກ​ເດີນ​ຂະ​ບວນຊາວເກົາຫຼີໃຕ້ ທີ່ເປັນ​ທີ່ຮູ້ກັນ​ດີ​ຢູ່
ແລ້ວນັ້ນ ກໍ​ໝາຍຄວາມວ່າເຈົ້າໜ້າທີ່ຕ້ອງ​ໄດ້ຕຽມຕົວ​ໄວ້ຮັບມືກັບ​ສິ່ງ​ທີ່​ຮ້າຍ​ແຮງທີ່ສຸດ
ທີ່​ອາດ​ເກີດ​ຂຶ້ນ​ໄດ້ ໃນຊ່ວງມີກອງ​ປະຊຸມ​ໃນເດືອນໜ້າ.

ທ່ານ Cho Hyun-Oh ຫົວໜ້າອົງການຕໍາຫຼວດແຫ່ງຊາດຂອງ ເກົາຫຼີໃຕ້ ກຳລັງຖະແຫລງຕໍ່ນັກຂ່າວຕ່າງປະເທດ ທີ່ນະຄອນຫລວງ Seoul, ວັນທີ 18 ຕຸລາ 2010.
ທ່ານ Cho Hyun-Oh ຫົວໜ້າອົງການຕໍາຫຼວດແຫ່ງຊາດຂອງ ເກົາຫຼີໃຕ້ ກຳລັງຖະແຫລງຕໍ່ນັກຂ່າວຕ່າງປະເທດ ທີ່ນະຄອນຫລວງ Seoul, ວັນທີ 18 ຕຸລາ 2010.

ແຕ່ທ່ານ Cho ທໍານາຍວ່າ
ການປະທ້ວງໃນລະຫວ່າງ
ກອງປະຊຸມສຸດຍອດ G20
ໃນກຸງໂຊລ ຈະບໍ່ຮຸນແຮງຫຼາຍ
ປານ​ໃດ ແລະກໍາລັງຂອງທ່ານ
ຈະສາມາດປ້ອງກັນບໍ່ປ່ອຍໃຫ້
ສະຖານະການຮ້າຍ​ແຮງ​ເໜືອ
ຄວາມ​ສາມາດຄວບ​ຄຸມຂອງ​
ພວກ​ເຂົາ​ເຈົ້າໄປໄດ້.

ທ່ານກໍາລັງລະດົມ​ເອົາ​ເຈົ້າໜ້າທີ່
ຕໍາຫຼວດ 50,000 ຄົນ-ຫຼາຍ
ກວ່ານຶ່ງສ່ວນສາມ ຂອງກໍາລັງ
ຕໍາຫລວດທັງ​ໝົດຂອງປະເທດ
-ເພື່ອມາຮັກສາຄວາມປອດໄພ
ໃນກຸງໂຊລ ໃນລະຫວ່າງກອງ
ປະຊຸມສຸດຍອດ ໃນວັນທີ 11 ແລະ 12 ຂອງເດືອນພະຈິກ​ນັ້ນ.

ສ່ວນຫົວໜ້າ​ເສນາ​ທິການຮ່ວມຂອງເກົາຫຼີໃຕ້ກໍເວົ້າວ່າ ກອງທັບຈະ​ໄດ້​ຮັບ​ຄໍາ​ສັ່ງ​ໃຫ້​ຢູ່​ໃນ​
ທ່າກຽມພ້ອມ​ແລະ​ມີ​ສະຕິ​ລະວັງໂຕໃນ “ລະດັບ 3” ຊຶ່ງ​ເປັນ​ລະດັບສູງສຸດ ເລີ້ມ​ແຕ່ປາຍ
ເດືອນນີ້​ ເປັນຕົ້ນ​ໄປ.

ທາງ​ດ້ານກະຊວງປ້ອງກັນປະເທດ ກໍກໍາລັງກຽມຮັບມື​ກັບ ແປດປະເພດຂອງການກະທໍາ
ທີ່​ເປັນ​ການ​ເກາະ​ຜິດ ໂດຍເກົາຫຼີເໜືອ ທີ່ອາດມີຂຶ້ນໄດ້ນັ້ນ ອັນລວມທັງການບຸກລຸກລົງ​ມາ
ທາງໃຕ້ຂອງສາຍ​ຂີດກັ້ນທາງ​ທິດ​ເໜືອ ຫລື Northern Limit Line, ຊຶ່ງ​ເປັນຊາຍແດນ
ທາງທະເລ ທີ່​ເປັນ​ຈຸດຂັດແຍ້ງກັນຢູ່​ທະ​ເລເຫຼືອງ.

ທາງ​ຝ່າຍໜ່ວຍຍາມຝັ່ງ ກໍຈະປ້ອງກັນແມ່ນໍ້າຮ່ານ ໃນກຸງໂຊລ. ແລະກອງທັບອາກາດນັ້ນ ກໍ​ແມ່ນຈະໄດ້ທຳການຕິດຕາມມອງຫາ ​ເຮືອບິນ ທີ່ອາດຈະພະຍາຍາມລ່ວງ​ລໍ້າເຂົ້າໄປໃນ ນ່ານຟ້າຢູ່​ເໜືອ ບ່ອນຈັດກອງປະຊຸມສຸດຍອດ ຢູ່ນັ້ນ.

ທ່ານ Cho ກ່າວ​ອີກວ່າ ທ່ານຄາດວ່າ ທາງ​ກອງທັບຈະກຽ​ມ​ພ້ອມ​ທີ່​ຈະໃຊ້ລູກ​ສອນ​ໄຟ​ຕໍ່ຕ້ານອາກາດ​ສະຍານ​ ໃນ​ເມືອງຫຼວງ​ ຖ້າມີການບຸກລຸກໃດໆ ເກີດຂຶ້ນ​ໃນ​ນ່ານຟ້າ.

ກອງປະຊຸມສຸດຍອດ G20 ຄັ້ງທີຫ້ານີ້ ຄາດວ່າຈະເປັນກອງ​ປະຊຸມຂະໜາດໃຫຍ່ທີ່ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ ​ໂດຍ​ຈະ​ມີຜູ້​ແທນເຂົ້າ ຮ່ວມ 10,000 ຄົນ ຊຶ່ງລວມທັງຫົວໜ້າ ລັດຖະບານ
ຂອງ 32 ປະ​ເທດ ແລະ ຜູ້ນໍາຂອງອົງການນາໆຊາດອີກ​ດ້ວຍ.

ບັນດາຜູ້​ນໍາ​ທີ່​ຈະເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ດັ່ງກ່າວ ລວມມີທ່ານບາຣັກ ໂອ​ບາ​ມາ ປະທາ
ນ​າທິບໍດີສະຫະລັດ, ທ່ານ Hu Jintao ປະທານປະ​ເທດ​ຈີນ, ​ແລະຜູ້​ນໍາ​ຂອງບັນດາ​ປະ
ເທດ​ຢູ​ໂຣບອີກຫລາຍໆທ່ານ. ນອກຈາກ​ນັ້ນ ກໍ​ຍັງ​ມີ​ທ່ານ Ban Ki-moon ເລຂາທິການ
ໃຫຍ່​ຂອງ​ສະຫະ​ປະຊາ​ຊາດ ​ແລະຫົວໜ້າກອງ​ທຶນ​ສາກົນ ຫລື IMF ​ແລະທະນາຄານ
ໂລກ ຫລື World Bank ກໍຈະ​ໄປ​ຮ່ວມກອງ​ປະຊຸມ​ນໍາ.

ເຈົ້າໜ້າທີ່ເກົາຫຼີ​ໃຕ້ ກ່າວວ່າ ພວກເຂົາມີປະສົບປະການຢ່າງ​ພຽງພໍ ໃນການຈັດງານ​ໃຫຍ່
ສໍາຄັນເຊັ່ນນີ້ ໂດຍ​ໃຫ້​ຂໍ້​ສັງ​ເກດ​ເຖິງ ການເປັນ​ເຈົ້າພາບຈັດ​ງານແຂ່ງຂັນບານ​ເຕະໂລກ ຫລື
World Cup ປີ 2002 ແລະກອງປະຊຸມສຸດຍອດ​ເສດຖະກິດ APEC ປີ 2005 ທີ່​ສໍາ​
ເລັດຜົນ​ມາ​ແລ້ວທັງ​ສອງ​ບັ້ນ​. ແຕ່​ເຖິງ​ຈະ​ກະກຽມ ດີ​ປານ​ໃດກໍ​ຕາມ, ພວກເຂົາ​ເຈົ້າ​ເວົ້າວ່າ
ການຈະລາຈອນຕິດຂັດຢ່າງຮ້າຍແຮງ ອາດສາມາດມີຂຶ້ນໄດ້​ໃນ​ທົ່ວ​ທຸກ​ມຸມຂອງນະຄອນ
ຫຼວງໂຊ​ລ ​ໃນ​ລະ​ຫວ່າງກອງປະຊຸມສຸດຍອດ G20 ​ນັ້ນ.

XS
SM
MD
LG