ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມໂຊກຮ້າຍຂອງເຈົ້າສາວ ຊາວຕ່າງປະເທດ ໃນເກົາຫລີໃຕ້


ພວກຜູ້ຍິງຕ່າງຊາດຈຳນວນນຶ່ງພາກັນໂຮມຊຸມນຸມກັນ ຢູ່ຕໍ່ໜ້າຫ້ອງການຂອງຄະນະກຳມະການປົກປ້ອງສິດທິມະ ນຸດ ທີ່ນະຄອນຫລວງໂຊລໃນວັນທີ 20 ກໍລະກົດ 2010, ເພື່ອລະນຶກເຖິງນາງ Thach Thi Hoang Ngoc, ອາຍຸ20 ປີ, ເຈົ້າສາວຫວຽດນາມຄົນນຶ່ງ ທີ່ຖືກຕົບຕີແລະແທງໃຫ້ຕາຍໂດຍສາມີຂອງນາງ ຜູ້ມີອາຍຸ 4
ພວກຜູ້ຍິງຕ່າງຊາດຈຳນວນນຶ່ງພາກັນໂຮມຊຸມນຸມກັນ ຢູ່ຕໍ່ໜ້າຫ້ອງການຂອງຄະນະກຳມະການປົກປ້ອງສິດທິມະ ນຸດ ທີ່ນະຄອນຫລວງໂຊລໃນວັນທີ 20 ກໍລະກົດ 2010, ເພື່ອລະນຶກເຖິງນາງ Thach Thi Hoang Ngoc, ອາຍຸ20 ປີ, ເຈົ້າສາວຫວຽດນາມຄົນນຶ່ງ ທີ່ຖືກຕົບຕີແລະແທງໃຫ້ຕາຍໂດຍສາມີຂອງນາງ ຜູ້ມີອາຍຸ 4

ການ​ຄາດ​ຕະກໍາ​ແມ່ຍິງຊາວ​ຫວຽດນາມໄວ​ສາວ​ຄົນ​ນຶ່ງ​ໃນຕົ້ນປີນີ້ ​​ໄດ້​ເຮັດ​ໃຫ້​ຄົນ​​ໃນ​ເກົາຫລີ ​ໃຕ້ຫລາຍ​ຄົນຕົກ​ຕະລຶງ. ນາງ​ໄດ້​ຖືກສາມີ​ໃໝ່ຂອງ​ນາງ​ຂ້າ​ຕາຍ​. ຕໍາຫລວດ​ເກົາຫລີ​ໃຕ້​ເວົ້າ ວ່າຜູ້ກ່ຽວ​ເປັນ​ໂຣກຈິດ. ທັງ​ສອງ​ຄົນ​ໄດ້​ພົບກັນ​ໂດຍ​ຜ່ານບໍລິສັດຈັດ​ຄູ່​ຄອງບໍລິສັດນຶ່ງ​​ໃນ​ຫລາຍໆ ບໍ​ລິ​ສັດ​ຂອງເກົາຫລີ​ໃຕ້ ທີ່​ດຳ​ເນີນ​ງານ​ຢູ່​​ໃນ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້. ​ໃນ​ເດືອນ​ນີ້ ​ໄດ້​ມີ​ ການ​ອອກກົດໝາຍ​ໃໝ່ສະບັບ​ນຶ່ງ​ ​ແນ​ໃສ່ເພື່ອ​ໃຫ້ການປົກປ້ອງ​ຄຸ້ມ​ຄອງ​ແກ່​ບັນດາ ເຈົ້າສາວທີ່​ເປັນ​ຄົນ​ຕ່າງປະ​ເທດ ​ໂດຍ​ບັງຄັບ​ໃຫ້ບໍລິສັດຈັດຫາ​ຄູ່​ຄອງຮັບຜິດ​ຊອບ​ກ່ຽວ​ກັບຜູ້​ຊາຍ​ທີ່​ພວກ ​ເຂົາ​ເຈົ້າ​ແນະນຳ ຫລືຕິດຕໍ່ໃຫ້​ແກ່ບັນດາຍິງ​ສາວນັ້ນ ຫລາຍ​ຂຶ້ນກວ່າ​ເກົ່າ.

ໃນ​ແຕ່ລະ​ປີ ຜູ້​ຊາຍ​ເກົາຫລີ​ໃຕ້ ​ເປັນ​ພັນໆຄົນ ໄປ​ຈົດ​ຊື່
ນຳບໍລິສັດ​ຈັດ​ຫາ​ຄູ່​ຄອງ ທີ່ແນະນຳພວກ​ເຂົາ​ເຈົ້າ​ໃຫ້​ແກ່
ພວກ​ຜູ້ຍິງ​ຈີນ ຫລືຜູ້ຍິງ​ໃນ​ບັນດາປະ​ເທດເອ​ເຊຍຕາ​ເວັນ​
ອອກສຽງ​ໃຕ້. ສ່ວນ​ຫລາຍ​ຜູ້​ຊາຍ​ພວກ​ນີ້​ແມ່ນ​ມາ​ຈາກ​
ເຂດ​ຊົນນະບົດບ່ອນ​ທີ່​ບໍ່ຄ່ອຍ​ມີ​ຍິງ​ໂສດ ຫລາຍ​ນັ້ນ.

ພວກບໍ​ລິ​ສັດ​ດັ່ງກ່າວ​ນີ້ ​ໂດຍ​ທົ່ວ​ໄປ​ ແມ່ນ​ເກັບ​ເງິນຄ່າ​ທໍາ
ນຽມ ຢ່າງ ໜ້ອຍ 10 ພັນ​ໂດ​ລາຂຶ້ນ​ໄປ. ​ແຕ່​ວ່າ​ກຸ່ມ​ປົກ​
ປ້ອງ​ສິດທິ​ມະນຸດ​ຂອງ​ເກົາຫລີ​ໃຕ້ ກ່າວ​ຫາບໍ​ລິ​ສັດ​ພວກ​ນີ້
ວ່າ ​ຕົວະ​ລ່າຍກ່ຽວກັບປະຫວັດ​ຂອງ​ລູກຄ້າຜູ້​ຊາຍ​ຂອງ
ພວກ​ເຂົາ ​ເພື່ອ​ຢາກ​ໄດ້​ກຳ​ໄລ​ຈາ​ກການ​ແຕ່ງງານ ທີ່ບໍລິ
ສັດ​ພວກເຂົາ​ຈັດ​ໃຫ້.

ພວກແມ່ຍິງຊາວຫວຽດນາມ ຈຳນວນນຶ່ງ ກໍາລັງລໍຖ້າຢູ່ ເດີ່ນບິນສິງປະໂປ ເພື່ອຕໍ່ ຖ້ຽວບິນໄປຍັງເກົາຫລີໃຕ້ ໃນເດືອນວັນທີ 19 ເມສາ 2010.
ພວກແມ່ຍິງຊາວຫວຽດນາມ ຈຳນວນນຶ່ງ ກໍາລັງລໍຖ້າຢູ່ ເດີ່ນບິນສິງປະໂປ ເພື່ອຕໍ່ ຖ້ຽວບິນໄປຍັງເກົາຫລີໃຕ້ ໃນເດືອນວັນທີ 19 ເມສາ 2010.

ຜູ້ຍິງ​ຫວຽດນານ​ຄົນ​ນຶ່ງ ທີ່​ອາ​ໃສ​ຢູ່​ເຮືອນພັກ​ຫລົບ​ໄພ ສຳລັບ​ບັນດາ​ເມຍທີ່​ເປັນ​ຄົນ​ຕ່າງປະ​ເທດ ຢູ່​ນະຄອນຫລວງ​ໂຊ​ລ ​ເວົ້າວ່າ ນາຍໜ້າ
ຕິດຕໍ່​ເລື້ອງ​ແຕ່ງງານ​ໃຫ້​ນາງ ບໍ່​ໄດ້​ບອກ​ນາງ​ວ່າ ຜູ້​ທີ່​ຈະມາ​
ເປັນສາມີ​ຂອງ​ນາງນັ້ນມີ​ບັນຫາເລື້ອງການ​ດື່ມ​ເຫລົ້າຫລາຍ.
ນາງ​ຜູ້ບໍ່ປະສົງ​ຈະ​ບອກຊື່​ຄົນ​ນີ້​ເວົ້າ​ວ່າສາມີ​ຂອງ​ນາງຈະ​ກິນ
ເຫລົ້າຕະຫລອດ​ເວັນ ​ຕະຫລອດຄືນແລະກໍ​ຈະ​ບັງ​ຄັບ​ໃຫ້​
ນາງຮ່ວມ​ເພດກັບ​ລາວ​ຢູ່​ສະ​ເໝີ. ນາງເວົ້າອີກ​ວ່າ ສາມີ​
ຂອງ​ນາງ​ໃຈຮ້າຍ​ແລະໃຊ້​ຄວາມຮຸນ​ແຮງຫລັງ​ຈາກນາງ​ຈົ່ມ
ວ່າ​ກ່ຽວກັບຄວາມປະ​ພຶດ​ຂອງເຂົາ​ໃຫ້​ທີ່​ປຶກສາ​ດ້ານ​ຊີວິດ
ແຕ່ງງານຟັງ ​ແລະ​ເຂົາ​ໄດ້ໃຊ້​ມີດຂູ່​ຈະ​ທໍາຮ້າຍນາງ.

ເຈົ້າ​ໜ້າ​ທີ່ເຮືອນພັກ​ຊົ່ວຄາວ ທີ່​ຜູ້ຍິງ​ຄົນ​ນີ້​ໄດ້​ໄປ​ຫລົບ​ໄພ​ຢູ່​ນັ້ນເວົ້າວ່າ ​ແຕ່ລະ​ປີມີຜູ້ຍິງ ປະມານ 40 ຄົນ​ ​ໄປຢູ່​ທີ່​ນັ້ນເພື່ອ​ຫລົບໜີ ພວກ​ສາມີ​ທີ່​ທາລຸນ​ຂົ່ມ​ເຫັງ​ເຂົາເຈົ້າ.

ແຕ່​ກໍ​ຍັງ​ດີຢູ່ ທີ່​ຢ່າງໜ້ອຍພວກ​ເຂົາ​ເຈົ້າຍັງໜີລອດ​ການ​ທາລຸນມາໄດ້. ​ແຕ່ເຈົ້າສາວ​ທີ່​ເປັນ​ຄົນ​ຫວຽດນາມ ທີ່​ຖືກສາມີ​ຂອງ​ນາງຂ້າ​ຕາຍ​ເມື່ອ​ບໍ່​ເທົ່າ​ໃດ​ເດືອນ​ກ່ອນ​ນັ້ນ ນາງ​ເສຍ​ຊີວິດ​ໄປ ​ໃນ​ເວລາພຽງ​ບໍ່ພໍ​ເທົ່າ​ໃດ​ມື້ ລຸນ​ຫລັງ​ທີ່​ນາງ​ໄດ້​ໄປເຖິງ​ເຮືອນຂອງ​ສາມີ. ຕຳຫລວດໃນ​ທີ່​ນັ້ນກ່າວ​ວ່າ ນາຍໜ້າຕິດຕໍ່​ເລື້ອງການ​ແຕ່ງງານ​ໃຫ້​ນາງ ​ປິດ​ບັງ​ນາງ​ກ່ຽວກັບ​ປະຫວັດ​ໂຣກຈິດ​ຂອງ​ຊາຍ​ຜູ້ນັ້ນ.

ເຫດການ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້​ພວກບໍລິສັດ​ຈັດ​ຫາ​ຄູ່​ຄອງ​ຂອງ​ເກົາຫລີ​ໃຕ້ ຖືກ​ຕໍາ​ໜິ​ຕິຕຽນ​ຢ່າງໜັກ ຢູ່​ໃນ​ບັນດາປະ​ເທດຕາ​ເວັນ​ອອກ ສຽງ​ໃຕ້ ຍ້ອນທຸລະ​ກິດຂອງ​ເຂົາ​ເຈົ້າ​ ທີ່ພວກ​ສະໜັບສະໜູນ​ເລື້ອງສິດທິ​ມະນຸດສົມ​ທຽບ​ໃສ່​ວ່າ ​ເທົ່າ​ກັບ​ເປັນການ​ຄ້າ​ມະນຸດນັ້ນ. ​ເມື່ອ​ຕົ້ນ​ປີນີ້​ກຳປູ​ເຈຍໄດ້​ເກືອດ​ຫ້າມ ພວກ​ນາຍໜ້າຈັດ​ຫາ​ຄູ່ຈາກ​ເກົາຫລີ​ໃຕ້ ບໍ່​ໃຫ້​ປະຕິບັດ​ງານ​ຢູ່ໃນປະ​ເທດ​ຕົນ.

ທາງ​ຝ່າຍລັດຖະບານ​ເກົາຫລີໃຕ້​ນັ້ນ ກໍ​ກຳລັງຊອກ​ປາບ​ພວກ​ນີ້ຢູ່ເຊັ່ນ​ກັນ.

ທ່ານ​ນາງ Song Ji Eun, ​ເຈົ້າໜ້າທີ່ກະຊວງ​ວ່າ​ດ້ວຍ​ຄວາມ​ສະ​ເໝີພາບດ້ານ​ເພດ​ແລະ
ຄອບຄົວ​ຂອງ​ເກົາຫລີ​ໃຕ້ ອະທິບາຍ​ວ່າ ກົດໝາຍ​ໃໝ່ສະບັບ​ນຶ່ງ ທີ່​ໄດ້​ມີ​ຜົນ​ບັງຄັບ​ໃຊ້
ໃນ​ວັນ​ພະຫັດ ທີ 18 ພະຈິກ​ທີ່​ຜ່ານ​ມານີ້ ແມ່ນແນ​ໃສ່ໃຫ້ການ​ປົກ​ປ້ອງ​ຄຸ້ມ​ຄອງ​ແກ່ຜູ້​ຍິງ​
ພວກ​ນີ້. ​ທ່ານ​ນາງ Song ​ເວົ້າວ່າ ​ເພື່ອປ້ອງ​ກັນ​ບໍ່​ໃຫ້​ພວກ​ເຈົ້າສາວ​ເຫລົ່ານີ້ ຖືກ​ທາລຸນຂົ່ມ​ເຫັງ ດຽວນີ້ ລັດຖະບານ​ໄດ້ບັງຄັບໃຫ້ ທຸກ​ບໍລິສັດຈັດ​ຄູ່​ຄອງ​ ຕ້ອງ​ເປີ​ດເຜີຍຂໍ້​ມູນສ່ວນ​ຕົວ​ຂອງ​ລູກ​ຄ້າ​ຜູ້​ຊາຍ ຂອງ​ພວກ​ເຂົາ​ເຈົ້າ.

ກົດໝາຍສະບັບ​ນີ້ ບັງ​ຄັບ​ໃຫ້ບໍ​ລິ​ສັດ​ເຫລົ່ານັ້ນ ​ເອົາເອກະສານການ​ກວດກາກ່ຽວກັບ​ປະ
ຫວັດທາງ​ການ​ເງິນ, ການ​ກະທຳ​ຜິດ​ກົດໝາຍ ​ແລະສຸຂະພາບ​ຢ່າງຄົບ​ຖ້ວນ​ໃຫ້​ແກ່​ຜູ້​ຈະ​
ເປັນ​ເຈົ້າສາວ​ໃນ​ອານາ​ຄົດ. ຖ້າ​ຫາກ​ບໍລິສັດໃດ​ບໍ່ປະຕິບັດ​ຕາມ​ກົດ​ລະບຽບຂໍ້ນີ້ ກໍຈະ​ຖືກ​
ຖອນ​ໃບ​ອະນຸຍາດໃຫ້ດຳ​ເນີນ​ທຸລະ​ກິດ.

ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍລິສັດຈັດ​ຄູ່​ຄອງຈະ​ບໍ່ມີ​ພັນທະຮັບຜິດ​ຊອບ​ຫຍັງ ຖ້າ​ຫາກ​ວ່າຜູ້​ທີ່​ເປັນ​ສາມີ​ນັ້ນຕົບ​ຕີ ຫລືຂ້າ​ເມຍ​ຂອງ​ຕົນ​ໃນ​ເວລາ​ຕໍ່ມາ ພາຍຫລັງ​ທີ່​ໄດ້​ໃຫ້​ຂໍ້​ມູນ​ດັ່ງກ່າວ​ນັ້ນ ຄົບ​ຖ້ວນ​ແລ້ວ.

XS
SM
MD
LG