ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫຼີ​ໃຕ້ ຍິງສົ່ງ​ຈະ​ຫຼວດ ​ທີ່ໃຊ້ເຊື້ອ​ໄຟ​ແຂງ ທ່າມ​ກາງ​ທີ່​ມີ​ການ​ແຂ່ງ​ຂັນ ​ດ້ານ​ອະ​ວະ​ກາດ ກັບ​ເກົາ​ຫຼີ​ເໜືອ


ຈະ​ຫຼວດ​ ທີ່​ໃຊ້​ເຊື້ອ​ໄຟ​ແຂງ ຖືກ​ຍິງ​ຂຶ້ນໃນ​ການ​ທົດ​ລອງ ໃກ້​ກັບ​ເກາະ​ເຈ​ຈູ ໃນ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 4 ທັນ​ວາ 2023. (The Defense Ministry/Handout via Reuters)
ຈະ​ຫຼວດ​ ທີ່​ໃຊ້​ເຊື້ອ​ໄຟ​ແຂງ ຖືກ​ຍິງ​ຂຶ້ນໃນ​ການ​ທົດ​ລອງ ໃກ້​ກັບ​ເກາະ​ເຈ​ຈູ ໃນ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 4 ທັນ​ວາ 2023. (The Defense Ministry/Handout via Reuters)

ເກົາ​ຫຼີ​ໃຕ້ ໃນ​ວັນ​ຈັນ​ວານນີ້​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ ໃນ​ການ​ຍິງ​ຈະ​ຫຼວດ​ທີ່​ໃຊ້​ເຊື້ອ​ໄຟ​ແຂງ ບັນ​ທຸກ​ດາວ​ທຽມ​ຂຶ້ນ​ສູ່​ອະ​ວະ​ກາດ ໃນ​ເຂດ​ທະ​ເລໃກ້​ກັບ​ເກາະ​ເຈ​ຈູ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກ່າວ ທ່າມ​ກາງ​ທີ່​ມີ​ການ​ແຂ່ງ​ຂັນ ​ທາງ​ດ້ານ​ອະ​ວະ​ກາດ​ກັບ​ເກົາ​ຫຼີ​ເໜືອ ​ທີ່​ເປັນ​ເພື່ອນ​ບ້ານ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ນີ້​ແມ່ນ​ການ​ທົດ​ລອງ ເທັກ​ໂນ​ໂລ​ຈີ​ຈະ​ຫຼວດ ​ທີ່​ປະ​ສົບ​ກັບ​ຄວາມ​ສຳ​ເລັດ​ຄັ້ງ​ທີ 3 ຫຼັງ​ຈາກ​ການ​ທົດ​ລອງ​ສອງ​ຄັ້ງ​ທີ່​ມີ​ຂຶ້ນ​ໃນ​ເດືອນ​ມີ​ນາ ແລະ​ເດືອນ​ທັນ​ວາ​ປີ 2022.

ການ​ຍິງ​ສົ່ງ​ໃນ​ວັນ​ຈັນ​ວານນີ້ ແມ່ນ​ພົວ​ພັນ​ກັບ​ເທັກ​ໂນ​ໂລ​ຈີ ຂອງ​ອົງ​ການ​ພັດ​ທະ​ນາ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ລັດ​ຖະ​ບານ ແລະ​ເຄື່ອງ​ສົ່ງ​ແລະ​ດາວ​ທຽມ​ທີ່​ຜະ​ລິດ​ໂດຍ​ບໍ​ລິ​ສັດ Hanwha Systems 272210.KS ອີງ​ຕາມ​ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດກ່າວ.

ບໍ​ລິ​ສັດ Hanwha Systems ກ່າວ​ວ່າ ດາວ​ທຽມ ຊຶ່ງ​ຈະ​ນຳ​ໃຊ້​ ເພື່ອ​ຈຸດ​ປະ​ສົງທາງດ້ານ​ພົນ​ລະ​ເຮືອນ ແມ່ນ​ຮວມ​ທັງ​ເຄື່ອງກວດ​ກາ​ສະ​ພາບ​ແວດ​ລ້ອມ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ສົ່ງ​ສັນ​ຍານ​ກັບ​ຄືນ​ມາ​ສູ່​ສູນ​ກາງ​ຄວບ​ຄຸມ​ທາງ​ພາກ​ພື້ນ​ດິນ.

ກະ​ຊວງ​ພັດ​ທະ​ນາ​ດ້ານ​ປ້ອງ​ກັນ​ປະ​ເທດ ໄດ້​ກ່າວ​ຊົມ​ເຊີຍ​ການ​ຍິງ​ສົ່ງ​ນີ້​ວ່າ ບັນ​ລຸ​ຜົນ​ສຳ​ເລັດ​ທີ່​ສຳ​ຄັນ ຫຼັງ​ຈາກ​ພຽງ​ຢາງ​ໄດ້​ສົ່ງ​ດາວ​ທຽມ​ທະ​ຫານໜ່ວຍ​ທຳ​ອິດຂອງ​ຕົນ​ຂຶ້ນ​ສູ່​ວົງ​ໂຄ​ຈອນ ຊຶ່ງ​ທາງ​ສະ​ຫະ​ລັດ​ແລະ​ພັນ​ທະ​ມິດ​ ໄດ້​ປະ​ນາມ​ທີ່​ໄດ້​ນຳ​ໃຊ້​ເທັກ​ໂນ​ໂລ​ຈີ ເພື່ອ​ລະ​ເມີດ​ຂໍ້​ຫ້າມໂດຍ​ມະ​ຕິ​ຕ່າງໆ​ຂອງ​ສະ​ພາ​ຄວາ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ.

ການ​ຍິງ​ສົ່ງ​ຢ່າງ​ສຳ​ເລັດ​ຜົນ​ຂອງ​ເກົາ​ຫຼີ​ໃຕ້​ຈະ​ສົ່ງ​ເສີມ​ໃຫ້​ປະ​ເທດ​ດັ່ງ​ກ່າວ​ເລັ່ງ​ລັດຄວາມ​ສາ​ມາດໃນ​ການ​ສັງ​ເກດ​ການ​ແລະ​ສອດ​ແນມ ອີງ​ຕາມ​ຄຳ​ຖະ​ແຫຼງ​ຂອງ​ກະ​ຊວງປ້ອງ​ກັນ​ປະ​ເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG