ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງທັບເຮືອ ເກົາຫຼີໃຕ້ ຍິງປືນເຕືອນ ເຮືອເກົາຫຼີເໜືອ ທີ່ລ່ວງລຳ້ນ່ານນຳ້


ເຮືອລົບເກົາຫລີໃຕ້ ຈອດຢູ່ ເກາະYeonpyeong
ເຮືອລົບເກົາຫລີໃຕ້ ຈອດຢູ່ ເກາະYeonpyeong

ບັນດາ​ເຈົ້າ​ໜ້າ​ທີ່ ປ້ອງ​ກັນ​ປະ​ເທດ ​ເກົາຫລີ​ໃຕ້ ກ່າວ​ວ່າ ກອງ
ທັບ​ເຮືອ​ຂອງຕົນ ​ໄດ້​ຍິງ​ປືນ​ເຕືອນ​ ​ເຮືອ​ລາດຕະ​ເວນ​ເກົາຫລີ​
ເໜືອ ​ໃນ​ຂະນະ​ທີ່​ເຮືອດັ່ງກ່າວ ຂ້າມ​ເຂົ້າ​ມາໃນເຂດຊາຍ​ແດນ
ທາງທະເລທີ່​ມີ​ການ​ໂຕ້​ຖຽງ​ກັນ ທາງ​ພາກ​ຕາ​ເວັນ​ຕົກ​ຂ​ອງ
ແຫລມເກົາຫຼີ.

ການ​ລ່ວງລ້ຳ​ໃນ​ວັນ​ສຸກ​ມື້​ນີ້ ​ໄດ້​ເກີດ​ຂື້ນໃນ​ມື້​ດຽວ​ກັນ​ ກັບການ
​ເປີດແຂ່ງຂັນ​ກິລາ ​ເອຊ່ຽນ​ເກ​ມຢ່າງ​ເປັນ​ທາງ​ການ ທີ່​ເກົາຫລີ​
ໃຕ້ ພ້ອມ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ກິລາ​ເກົາ​ຫລີ​ເໜືອ.

ຄະນະ​ເສນາ​ທິການ​ຮ່ວມຂອງກອງ​ທັບເກົາຫລີ​ໃຕ້ ກ່າວ​ວ່າ ​ເຮືອ
​ເກົາຫຼີເໜືອໄດ້​ຂ້າມ​ເຂົ້າ​ເຂດຊາຍແດນໃນ​ທະ​ເລ​ເຫລືອງ​ໃນ​ຕອນ​ທ່ຽງ ​ແຕ່ວ່າ​ໄດ້​ກັບ​ຄືນ​ເຂົ້າ​ ໄປ​ໃນ​ເຂດ​ແດນຂອງ​ຕົນ ​ໃນ​ຫົກ​ນາ​ທີ່​ຕໍ່​ມາ ​ໃນ​ຂະນະ​ທີ່​ເຮືອ​ລົບ​ເກົາຫຼີ​ໃຕ້​ໄດ້ຍິງ​ປືນ​ເຕືອນ.

XS
SM
MD
LG