ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຮືອຂ້າມຟາກ ເກົາຫຼີໃຕ້ ແລ່ນຕຳກ້ອນຫີນ ແຕ່ຜູ້ໂດຍສານ ໄດ້ຮັບການຊ່ວຍເຫຼືອ


SOKOR FERRY VO
please wait
Embed

No media source currently available

0:00 0:00:44 0:00

ເຮືອ​ຂ້າມ​ຟາກ ​ເກົາຫລີ​ໃຕ້ລຳ​ນຶ່ງ ​ໄດ້ແລ່ນຕຳກ້ອນຫີນ ຢູ່
ນອກ​ຝັ່ງທາງພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງປະ​ເທດ ​ແຕ່​ບັນ
ດາ​ເຈົ້າ​ໜ້າ​ທີ່​ ກ່າວ​ວ່າ​ ຜູ້​ໂດຍສານ 109 ຄົນ ໄດ້​ຖືກ​ຊ່ວຍ​
ເຫລືອ​ໄວ້ໄດ້.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຮືອ​ທີ່​ໄດ້​ນຳພາບັນດາ​ນັກ​ທ່ອງ​
ທ່ຽວເປັນສ່ວນໃຫຍ່ໄດ້ ​ຕຳ​ເອົາ​ກ້ອນ​ຫີນ ​ໃນ​ວັນ​ອັງຄານ​ມື້​ນີ້
​ຢູ່​ໃນເຂດນ່ານ​ນໍ້າ ນອກຝັ່ງ​ຂອງແຂວງ Jeolla ​ໃກ້​ກັບ​ເກາະ
Hongdo.

​ເຮືອ​ຫາ​ປາ​ຫລາຍ​ລຳ ທີ່​ຢູ່​ໃນ​ເຂດ​ດັ່ງກ່າວ ​ໄດ້​ໃຫ້ການ​ຊ່ວຍ​
ເຫ​ລື​ອກູ້​ໄພ​ບັນດາ​ຜູ້​ໂດຍສານ. ບໍ່​ໄດ້​ມີ​ລາຍ​ງານກ່ຽວກັບ​ການ​ບາດເຈັບ​ທີ່​ຮ້າຍ​ແຮງ
ແຕ່ປະການໃດ.

ອຸບັດ​ເຫດດັ່ງກ່າວ ໄດ້​ເກີດ​ຂຶ້ນ​ພຽງ​ແຕ່ 70 ກິ​ໂລ​ແມັດຈາກ​ບ່ອນ​ເຮືອ​ຂ້າມ​ຟາກ Sewol
ຫລົ້ມ ​ໃນ​ເດືອນ​ເມສາທີ່​ຜ່ານ​ມາ ​ທີ່ເຮັດ​ໃຫ້​ຜູ້​ໂດຍສານ 300 ກວ່າ​ຄົນ​ເສຍ​ຊີວິດໄປນັ້ນ
ສ່ວນ​ຫລາຍແມ່ນບັນດາ​ນັກຮຽນ​ມັດທະຍົມ.

ລັດຖະບານ​ເກົາຫຼີໃຕ້ ​ໄດ້​ຖືກ​ຕິຕຽນ​ຢ່າງ​ກວ້າງຂວາງ ກ່ຽວກັບການຂາດມາດຕະຖານ
ດ້ານ​ຄວາມ​ປອດ​ໄພ ທີ່​ຄິດວ່າພາ​ໃຫ້ເຮືອ​ຂ້າມ​ຟາກ Sewol ຫລົ້ມນັ້ນ.

XS
SM
MD
LG