ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກັບຕັນ ເຮືອຂ້າມຟາກ ເກົາຫຼີໃຕ້ ຖືກຕັດສິນ ໃຫ້ຕິດຄຸກ ຕະຫຼອດຊີວິດ


ບັນດາຜູ້ພິພາກສາ ຕັດສິນກັບຕັນເຮືອຂ້າມຟາກເກົາຫລີໃຕ້ Sewol ທີ່ຫລົ້ມ ເມື່ອເດືອນເມສາ ປີກາຍນີ້.
ບັນດາຜູ້ພິພາກສາ ຕັດສິນກັບຕັນເຮືອຂ້າມຟາກເກົາຫລີໃຕ້ Sewol ທີ່ຫລົ້ມ ເມື່ອເດືອນເມສາ ປີກາຍນີ້.

ສານ​ອຸທອນ​ເກົາຫຼີໃຕ້​ແຫ່ງ​ນຶ່ງ ​ໄດ້ຕັດ​ສິນ​ລົງ​ໂທດ ໃຫ້ຕິດຄຸກຕະ
ຫລອດ​ຊີວິດກັບ​ຕັນ​ເຮືອຂ້າມ​ຟາກ Sewol ທີ່​ຫຼົ້ມ​ປີ​ກາຍ​ນີ້ ໂດຍ
ຕ່າວປີ້ນ​ການ​ຕັດສິນ​ລົງໂທດ ທີ່ເບົາກວ່າຂອງສານຊັ້ນຕົ້ນ.

ສານອຸທອນ ທີ່​ເມືອງ Gwangju ໃນພາກໃຕ້ຂອງປະເທດ ​ໃນ​
ວັນ​ອັງຄານ​ມື້​ນີ້ ​ໄດ້​ຕັດສິນວ່າ ທ່ານ Lee Joon-seol ​ສັງຫານ
​ຜູ້​ໂດຍສານ 304 ຄົນ ທີ່​ໄດ້​ເສຍ​ຊີວິດ ​ເວລາ​ເຮືອ​ຂ້າມ​ຟາກ​ຫລົ້ມ​
ໃນ​ເດືອນ​ເມສາ​ປີ​ກາຍ​ນີ້ ຢູ່ນອກ​ຝັ່ງ​ທະເລ ທາງ​ພາກຕາ​ເວັນ​ຕົກ​
ສຽງ​ໃຕ້​ຂອງ​ປະ​ເທດ.

​ໃນ​ເດືອນ​ພະຈິກປີກາຍ ສານ​ຊັ້ນຕົ້ນ ​ໄດ້​ຕັດສິນ​ໃຫ້ທ່ານ Lee
ຕິດ​ຄຸກເປັນ​ເວ ລາ 36 ປີ ຫລັງ​ຈາກ​ໄດ້​ພົບ​ເຫັນ​ວ່າ ທ່ານມີ​ຄວາມ​ຜິດ​ທີ່​ບໍ່​ຫົວຊາ ແລະປະ
ລະ​ໜ້າ​ທີ່​ໜີ​ຈາກ​ຜູ້​ໂດຍສານ ຊຶ່ງ​ທັງ​ໝົດ​ແມ່ນພວກ​ນັກຮຽນ​ມັດທະຍົມ ທີ່​ພາກັນ​ໄປທັດ
ສະນະສຶກສາ.

ຖະ​ແຫລ​ງການສະບັບນຶ່ງຂອງສານ​ທີ່​ພິມເຜີຍ​ແຜ່​ໂດຍອົງການ​ຂ່າ​ວ Yonghap ຂອງ ​ເກົາ
ຫລີ​ໃຕ້ ກ່າວວ່າ ການ​ກະທຳຂອງ ທ່ານ Lee ນັ້ນ “ໄດ້​ທຳລາຍ​ພາບ​ພົດ​ຂອງ​ປະ​ເທດ​ຢ່າງ
​ຮ້າຍແຮງ​ແລະ​ບໍ່ສາມາດທີ່ຈະໃຫ້​ອະ​ໄພ​ໄດ້ບໍ່ວ່າດ້ວຍ​ເຫ​ດ ຜົນ​ໃດໆກໍຕາມ.”

ນອກນັ້ນສານຍັງ​ໄດ້​ຫລຸດຜ່ອນ​ໂທ​ດຂອງ​ລູກ​ເຮືອ 14 ຄົນ. ບັດ​ນີ້​ເຂົາ​ເຈົ້າ​ແມ່ນ ໄດ້​ຮັບ
​ໂທດ​ຕິດ​ຄຸກ​ແຕ່ 18 ​ເດືອນ ​ຫາ 12 ປີ ​ແທນ​ທີ່​ຈະ​ເປັນ 5 ຫາ 30 ປີ ດັ່ງທີ່​ໄດ້​ຕັດສິນ​ລົງ
​ໂທດໄປ​ ໃນ​ເດືອນ​ພະຈິກທີ່​ຜ່ານ​ມານັ້ນ.

Sokor Ferry
please wait
Embed

No media source currently available

0:00 0:01:45 0:00

XS
SM
MD
LG