ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ຄັບ​ຕັນ ​ເຮືອຂ້າມຟາກ Sewol ຖືກສານຕັດສິນ ໃຫ້ຕິດ​ຄຸກ 36 ປີ


SOKOR Ferry Verdict VOSOT
please wait

No media source currently available

0:00 0:02:33 0:00

ສານເກົາຫຼີ​ໃຕ້​ໄດ້ຕັດສິນ​ລົງ​ໂທດ ໃຫ້ຄັບ​ຕັນ​ເຮືອຂ້າມຟາກ
ຕິດ​ຄຸກ 36 ປີ ທີ່ປີ້ນຂວ້ຳ ​ໃນ​ເດືອນ​ເມສາ​ຜ່ານ​ມາ​ ທີ່​ໄດ້​ເອົາ
ຊີ​ວິດ​ຜູ້ຄົນໄປ ຫຼາຍ​ກວ່າ300 ຄົນ​ນັ້ນ.

​ໃນວັນອັງຄານ​ມື້​ນີ້ສານໃນ​ເຂດ Gwangju ​ໄດ້ພົບ​ເຫັນ​ວ່າ
​ຄັບ​ຕັນ Lee Jun-Seok ມີ​ ຄວາມ​ຜິດ​ໃນຖານປະໝາດ ບໍ່ເອົາໃຈໃສ່ກ່ຽວກັບການສັ່ງໃຫ້ປະຖິ້ມເຮືອຂ້າມ​ຟາກ Sewol
ທີ່​ໄດ້ຫຼົ້ມ​ ເມື່ອ​ວັນ​ທີ 16 ​ເມສາ​ຜ່ານ​ມາ​ນີ້. ຜູ້​ພິພາກສາ​ສານ
​ໄດ້​ປະກາດ​ໃຫ້ທ່ານພົ້ນໂທດ​ໃນຂໍ້ຫາ​ຄາດ​ຕະກຳ ທີ່​ອາດ​ມີ
​ຄວາມ​ຜິດ ​ເຖິງ​ຂັ້ນປະຫານຊີວິດ ຊຶ່ງ​ເປັນໂທ​ດທີ່​ທາງ​ໄອ​ຍະ​ການຮ້ອງຂໍໄປນັ້ນ.

ຫົວໜ້າ​ຝ່າຍວິສະວະກອນ​ຂອງ​ເຮືອ​ລຳ​ດັ່ງກ່າວ ໄ​ດ້ພົບເຫັນວ່າມີຄວາມຜິດ​ໃນ​ຖານຄາດ​ຕະ
ກຳ ທີ່​ບໍ່​ໄດ້​ຊ່ອຍ​ພວກຈຸ​ເຮືອ​ 2 ຄົນທີ່​ໄດ້​ຮັບ​ບາດ​ເຈັບ​ນັ້ນ. ຜູ້ກ່ຽວໄດ້​ຮັບ​ໂທດ​ຕິດ​ຄຸກ 30 ປີ. ສ່ວນພວກຈຸ​ເຮືອທີ່ຍັງເຫລືອ​ອີກ 13 ຄົນ ແມ່ນພົບເຫັນວ່າ​ມີ​ຄວາມ​ຜິດ​ໃນຂໍ້ຫາຕ່າງໆ ​ແລະ​ໄດ້​ຮັບໂທດຕິດ​ຄຸກ ​ແຕ່ 5 ​ເຖິງ 20 ປີ.

ຊາວ​ເກົາຫຼີ​ໃຕ້ ​ແມ່ນ​ມີຄວາມໂກດແຄ້ນ ຫຼັງຈາກ​ທີ່​ໄດ້​ເຫັນ​ພາບ​ວີ​ດີ​ໂອ ທີ່​ສະ​ແດງ​ໃຫ້​ເຫັນ​ພວກ​ຈຸ​ເຮືອ​ ພາກັນ​ອອກໜີ​ເອົາ​ຕົວ​ລອດ ​ຈາກເຮືອຂ້າມຟາກທີ່ພວມຈົມລົງຢູ່ນັ້ນ ​ ທີ່​ເຕັມ​ໄປ​ດ້ວຍ​ຜູ້​ໂດຍສານຫລາຍຮ້ອຍຄົນ ຊຶ່ງສ່ວນ​ໃຫຍ່​ແລ້ວ​ແມ່ນ​ພວກ​ເດັກ​ນັກຮຽນ ທີ່​ຍັງ​ຄ້າງ​ ຢູ່​ໃນ​ເຮືອ​ນັ້ນ. ພວກ​ທີ່​ລອດ​ຊີວິດ​ມາ​ໄດ້​ນັ້ນ ​ໄດ້​ໃຫ້​ການແລະ​ເລົ່າ​ເຖິງ​ເຫດການຂອງ​ຕອນ​ທີ່​ກ່ຳ​ປັ່ນ​ເລີ້ມ​ມີ​ບັນຫາ​ ຊຶ່ງ​ພວກ​ຈຸ​ເຮືອ​ໄດ້​ສັ່ງໃຫ້​ເຂົາ​ເຈົ້າ​ຢູ່ກັບທີ່ ​ແທນ​ທີ່​ຈະພາກັນ​ອອກ​ໜີ​ໄປຈາກເຮືອ​ນັ້ນ.

​ຄັບ​ຕັນ Lee​ ແລະພວກ​ຈຸ​ເຮືອ​ຄົນ​ອື່ນ​ໆ​ ຕ່າງ​ກໍ​ໄດ້​ຂໍ​ຂະ​ມາ​ໂທດ ​ໂດຍ​ກ່າວ​ວ່າ ພວກ​ຕົນ​ບໍ່​ຮູ້​ຈັກວ່າ ການກະທຳຂອງພວກຕົນ ຈະ​ນຳ​ໄປ​ສູ່ໄພພິບັດ​ທີ່​ຮ້າຍແຮງ​ສຸດ​ຂອງ​ປະ​ເທດ ​ໃນ​ຮອບ​ຫຼາຍໆ​ທົດ​ສະ​ວັດ.

XS
SM
MD
LG