ນັກວິເຄາະເສດຖະກິດເກົາຫຼີໃຕ້ກ່າວວ່າ ໜີ້ສິນຂອງຄອບຄົວຊາວເກົາຫຼີໃຕ້ ທີ່ກໍາລັງຖີບຕົວສູງຂຶ້ນນັບມື້ນັ້ນ ກໍາລັງຊີ້ແນະໃຫ້ເຫັນວ່າ ວິກິດການໜີ້ສິນ ແບບດຽວກັນກັບຢູ່ໃນ ສະຫະລັດ ຫຼືຢູໂຣບນັ້ນ ກໍາລັງຄ່ອຍປາກົດລາງໆ ຂຶ້ນມາ ໃນເກົາຫລີໃຕ້.
Baek Seong-Jin ຜູ້ບໍລິຫານກຸ່ມບໍລິສັດສະໜັບສະໜຸນຊ່ວຍເຫລືອດ້ານການເງິນ ທີ່ມີສໍານັກງານຕັ້ງຢູ່ຟາກກົງກັນຂ້າມ ກັບຕຶກສະພາແຫ່ງຊາດເກົາຫຼີໃຕ້ ກ່າວວ່າ ລາວໄດ້ເຫັນຮ່ອງຮອຍບາງປະການ ທີ່ສະແດງໃຫ້ເຫັນວ່າ ສະພາບການເສດຖະກິດ ທີ່ຝຶດເຄືອງ ກໍາລັງສ້າງຄວາມລໍາບາກໃຫ້ແກ່ ຫຼາຍໆຄອບຄົວໃນເກົາຫຼີໃຕ້.
(ສຽງ.....)
ທ່ານ ແບກ ກ່າວວ່າ ປີນີ້ ທ່ານໄດ້ເຫັນຜູ້ຄົນຕົກອັບດ້ານການເງິນແລະ ປະກາດເປັນບຸກຄົນລົ້ມລະລາຍ ໃນຈໍານວນຫຼາຍກວ່າເມື່ອປີຜ່ານມາ ເຖິງສອງຫາສາມເທົ່າໂຕ ແລະກ່າວຕໍ່ໄປວ່າ ສະພາວະເງິນເຟີ້ ຄ່າແຮງງານທີ່ບໍ່ຂຶ້ນບໍ່ເກີນ ແລະດອກເບ້ຍເງິນກູ້ທີ່ແພງຫລາຍນັ້ນ ຄືເຫດຜົນທີ່ວ່າ ເປັນຫຍັງລູກຄ້າຂອງລາວ ຈຶ່ງບໍ່ມີເງິນຊໍາລະໜີ້ສິນປະຈໍາເດືອນໄດ້.
ເກົາຫຼີໃຕ້ໄດ້ປ່ຽນແປງໄປ ຈາກການເປັນປະເທດນຶ່ງທີ່ເຄີຍເກັບຫອມລອມລິບ ກາຍມາເປັນປະເທດທີ່ກໍາລັງໃຊ້ຈ່າຍເງິນເກີນຂອບເຂດ. ແລະມາບັດນີ້ ບັນດາຊ່ຽວຊານທັງ ຫຼາຍເຕືອນວ່າ ເກົາຫຼີໃຕ້ອາດຕົກຢູ່ໃນສະພາບແບບດຽວກັນກັບສະຫະລັດ ແລະ
ບັນດາປະເທດໃນພາກພື້ນຢູໂຣບ ທີ່ກໍາລັງປະເຊີນກັບວິກິດການໜີ້ສິນ ຢູ່ໃນຂະນະນີ້.
ຈີອົງ ຢຸງ-ຊິກ ນັກວິເຄາະປະຈໍາສະຖາບັນຄົ້ນຄວ້າອີເລັກໂທຣນິກຊໍາຊຸງ ທີ່ນະຄອນຫຼວງ ໂຊລ ກ່າວວ່າ ຄອບຄົວຊາວເກົາຫຼີໃຕ້ ຍັງບໍ່ຮູ້ສຶກຕົວເທື່ອໃນເລຶ່ອງນີ້.
ທ່ານຈີອົງ ກ່າວວ່າ: “ຢູ່ໃນສະຫະລັດ ຍີ່ປຸ່ນ ແລະບັນດາປະເທດພາກພື້ນຢູໂຣບນັ້ນ
ໜີ້ສິນຂອງຄອບຄົວກໍາລັງລົດຕໍ່າລົງ ແຕ່ໃນເກົາຫຼີໃຕ້ ໜີ້ສິນຂອງຄອບຄົວກໍາລັງຖີບຕົວສູງຂຶ້ນ.”
ລາຍງານສະບັບນຶ່ງເມື່ອບໍ່ດົນມານີ້ຂອງທະນາຄານແຫ່ງຊາດເກົາຫຼີໃຕ້ ເວົ້າວ່າ ໜີ້ສິນ ຄອບ ຄົວແມ່ນຖີບຕົວຂຶ້ນສູງເກືອບຮອດ 600 ພັນລ້ານໂດລາແລ້ວ. ອົງການເພື່ອການຮ່ວມມືທາງເສດຖະກິດແລະການພັດທະນາ ກ່າວວ່າ ຄອບຄົວຊາວເກົາຫຼີໃຕ້ ກໍາລັງພາກັນໃຊ້ຈ່າຍເງິນ ຫລາຍກວ່າລາຍໄດ້ຂອງຕົນໃນແຕ່ລະເດືອນປະມານນຶ່ງເທົ່າເຄິ່ງ ຊຶ່ງນັບວ່າເປັນອັດຕາ ສ່ວນການໃຊ້ຈ່າຍທີ່ສູງທີ່ສຸດອັດຕານຶ່ງ ໃນປະເທດທີ່ຈະເລີນແລ້ວ.
ອິງຕາມ ທ່ານ ຈີອົງ ນັ້ນກໍແມ່ນວ່າ ການໃຊ້ຈ່າຍເງິນເພື່ອຊື້ບ້ານຢູ່ອາໄສແລະສໍາລັບການສຶກສາ ແມ່ນເປັນຄ່າໃຊ້ຈ່າຍສອງອັນທີ່ໃຫຍ່ທີ່ສູງສຸດ ທີ່ກໍາລັງເຮັດໃຫ້ຄອບຄົວຊາວເກົາຫຼີໃຕ້ ມີໜີ້ສິນຫລວງຫລາຍ.
ດັ່ງກໍລະນີທີ່ເກີດຂຶ້ນແກ່ຄອບຄົວຂອງນາງ Cheon Sun-kyuong. ເມື່ອສອງປີຜ່ານມາ ລາວໄດ້ກູ້ຢືມເງິນມາ ນຶ່ງແສນໂດລາ ເພື່ອໄປຊື້ເຮືອນຫ້ອງອະພາດເມັ້ນໃໝ່ໆໃນຄຸ້ມທີ່ແພງໆແຫ່ງນຶ່ງຢູ່ ເພື່ອວ່າລູກສາວຂອງລາວຈະສາມາດເຂົ້າຮຽນ ໃນໂຮງຮຽນທີ່ນາງຖືວ່າ
ດີກ່ວາຢູ່ຄຸ້ມເກົ່າ.
ນາງ ເຊິນ ເວົ້າວ່າ ປັດຈຸບັນນີ້ເງິນຄໍາຂອງຄອບຄົວ ກໍອັດຕະຄັດຫຼາຍຂຶ້ນ.
ນາງເຊິນ ເວົ້າອີກວ່າ ນັບຕັ້ງແຕ່ຍ້າຍຄອບຄົວໄປຢູ່ອະພາດເມັ້ນຫຼັງໃໝ່ນັ້ນ ແມ່ນທ້ອນ ເງິນບໍ່ໄດ້ເລີຍ ຍ້ອນຕ້ອງຈ່າຍຜ່ອນສົ່ງບ້ານ ຈົນເຖິງຂັ້ນວ່ານາງເຊິນຕ້ອງໄດ້ໄປຊື້ເຄຶ່ອງຢູ່ຂອງກິນ ຢູ່ອີກຄຸ້ມນຶ່ງ ທີ່ມີຕະຫຼາດໃຫຍ່ລາຄາຖືກກ່ວາ.
ທ່ານ Jeong Young-sik ກ່າວວ່າ ເກົາຫຼີໃຕ້ແມ່ນກໍາລັງປະເຊີນກັບສະພາວະດຽວກັນກັບທີ່ຍີ່ປຸ່ນໄດ້ປະເຊີນ ເມື່ອຄັ້ງຊຸມປີ 1990. ໃນສະໄໝ ນັ້ນ ໂຕກຽວຕ້ອງໄດ້ໃຫ້ເງິນຊ່ວຍເຫລືອ ພວກຄອບຄົວຕ່າງໆທີ່ມີໜີ້ສິນ ຖ້ວມຕົວ ຊຶ່ງໄດ້ສົ່ງຜົນໃຫ້ໜີ້ສິນຂອງລັດຖະບານຍີ່ປຸ່ນຖີບຂຶ້ນ ເປັນ 200 ເປີເຊັນ ຂອງຜົນຜະລິດລວມພາຍໃນປະເທດຂອງຕົນ ເວລານີ້.
ທ່ານຈີອົງກ່າວຕໍ່ໄປວ່າ ດຽວນີ້ຍີ່ປຸ່ນກໍຍັງບໍ່ສາມາດກັບຄືນເຂົ້າສູ່ສະພາບເດີມ ຄືກຸ້ມຕົນເອງເທື່ອ. ສາເຫດສ່ວນນຶ່ງນັ້ນ ກໍຍ້ອນວ່າອັດຕາລູກເກີດໃໝ່ຕໍ່າ ແລະຜູ້ສູງອາຍຸທີ່ີບໍ່ເຮັດວຽກໄປບໍານານແລ້ວນັ້ນ ກໍມີຈໍານວນຫຼາຍຂຶ້ນ ຊຶ່ງເປັນບັນຫາທີ່ເກົາຫຼີໃຕ້ກໍາລັງປະເຊີນຢູ່ ໃນປັດຈຸບັນນີ້.
ທ່ານຈີອົງ ກ່າວວ່າ: “ໃນໄລຍະຍາວແລ້ວ ວິກິດການໜີ້ສິນ ມີທ່າທາງວ່າຈະເກີດຂຶ້ນໄດ້ໃນເກົາຫຼີໃຕ້ ຍ້ອນວ່າຈໍານວນປະຊາກອນຈະລຸດນ້ອຍລົງ ແລະໜ໋ວຍແຮງງານກໍຈະລຸດນ້ອຍລົງ ຊຶ່ງຂ້າພະເຈົ້າຄິດວ່າ ນັ້ນກໍໝາຍຄວາມວ່າ ລາຄາບ້ານກໍເລີ່ມຈະຕົກຕໍ່າລົງໄປນໍາເຊັ່ນກັນ.”
ທ່ານຈີອົງ ທໍານາຍວ່າ ໃນລະຫວ່າງປີ 2015-2020 ລັດຖະບານເກົາຫຼີໃຕ້ ອາດຈະຕ້ອງໄດ້ເຂົ້າມາແຊກແຊງ ເພື່ອປ້ອງກັນບໍ່ໃຫ້ປະເທດຊາດເກີດວິກິດການໜີ້ສິນໄດ້.
ທ່ານຈີອົງ ກ່າວຕື່ມວ່າ ການເຂົ້າຊ່ວຍເຫລືອເພື່ອກູ້ໜີ້ສິນໃຫ້ປະຊາຊົນຂອງລັດຖະບານ ແມ່ນຈະສ້າງຄວາມເສຍຫາຍໃຫ້ແກ່ຄວາມໜ້າເຊື່ອຖືທາງດ້ານ ເສດຖະກິດຂອງເກົາຫຼີ
ໃຕ້ ແລະກັນບັນດານັກລົງທຶນຕ່າງປະເທດອອກໄປ ດັ່ງທີ່ໄດ້ເກີດຂຶ້ນແກ່ປະເທດອື່ນໆນັ້ນ.
ທ່ານຈີອົງເວົ້າວ່າ “ລັດຖະບານເກົາຫຼີໃຕ້ ໄດ້ເຫັນບົດຮຽນຈາກບັນດາປະເທດໃນ ພາກພື້ນຢູ່ໂຣບ ສະຫະລັດ ແລະຍີ່ປຸ່ນແລ້ວ. ສະນັ້ນລັດຖະບານເກົາຫຼີໃຕ້ຄົງຈະ ບໍ່ຢາກເພີ່ມໜີ້ສິນສູງຂຶ້ນ ຢ່າງຫລວງຫລາຍດອກ.”
ທ່ານຈີອົງກ່າວມ້ວນທ້າຍວ່າ ຖ້າຫາກເກົາຫຼີໃຕ້ຢາກຈະຫລີກລ່ຽງຈາກສະພາບການນັ້ນແລ້ວ ຄອບຄົວເກົາຫຼີໃຕ້ທັງຫຼາຍກໍຕ້ອງພາກັນປະຢັດມັດທະຍັດ ຮັດເຂັມຄັດ ແລະເລິ່ມ ທ້ອນເງິນທ້ອນຄໍາໄວ້.