ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ງານມະຫະກໍາ ຫຼື Expo ທີ່ເກົາຫຼີໃຕ້ ກໍາລັງດິ້ນຮົນ ເພື່ອໃຫ້ປະສົບຜົນສໍາເລັດ (ສະໄລດ໌)


ຜູ້ມາຊົມງານມະຫະກໍາ Expo 2012 ຄົນນຶ່ງ ຖ່າຍຮູບເອົາໂຕເຕົ່າ ໃນພິພິດທະພັນສັດນໍ້າ ທີ່ບັນຈຸນໍ້າທະເລ 6000 ຕັນ ແລະສັດທະເລນາໆຊະນິດ.

ງານ​ມະຫະກໍາ Expo ​ລະດັບ​ໃຫຍ່​ໂຕ​ງານ​ນຶ່ງ​ໃນ​ເກົາຫຼີ​ໃຕ້ ທີ່ລັດຖະບານ​ຕັ້ງ​ໃຈ​ຈະ​ໃຫ້​ດຶງດູດ​ເອົາຜູ້ຄົນ​ມາ​ທ່ຽວ​ຊົມ ​ຫຼາຍ​ລ້ານ​ຄົນ ​ແລະ​ປໍ້າ​ເງິນ​ລາຍ​ໄດ້​ຫຼາຍພັນ​ລ້ານ​ໂດ​ລາ ເຂົ້າ​ໃສ່​​ເສດຖະ ກິດຂອງຕົນ​ນັ້ນ ​ແມ່ນ​ກໍາລັງ​ດິ້ນຮົນ​​ເພື່ອໃຫ້​ປະສົບ​ຜົນສໍາ​ເລັດຕາມ​ຄາດໝາຍ. Steve Herman ຜູ້​ສື່​ຂ່າວ​ວີ​​ໂອ​ເອ ​ເດີນທາງ​ໄປ​ຊົມງານ​ມະຫະກໍາ​ດັ່ງກ່າວ ທີ່​ຈັດ​ຂຶ້ນ​ຢູ່ Yeosu ​ເມືອງ​ອຸດສາຫະກໍາແຄມ​ຝັ່ງ​ທະ​ເລຂອງ​ເກົາຫຼີ​ໃຕ້ ​ແລະ​ສົ່ງ​ລາຍ​ງານ​ມາ ຊຶ່ງ​ທອງ​ປານຈະ​ນໍາມາສະ​ເໜີທ່ານ.

​ຕັ້ງ​ຢາຍກັນ​ຢູ່​ບົນ​ພື້ນ​ທີ່ 250,000 ແມດ​ມົນທົນນັ້ນ ມີຮ້ານ​ສະ​ແດງ​ນາໆ​ຊະນິດ 76 ​ແຫ່ງ ຂອງບັນດາ​ບໍລິສັດ​ໃຫຍ່ໆ, ປະ​ເທດຕ່າງໆ ​ແລະ​ອົງການ​ນາໆຊາດ ​ໂຮມ​ທັງອົງການ​ສະ​ຫະປະຊາ​ຊາດນໍາ.

​ງານ​ມະຫະກໍາ Expo 2012 ຂອງ​ເກົາຫລີ​ໃຕ້ ທີ່​ມີ​ການໂຄສະນາ​ຍົກຍ້ອງ​ຢູ່​ໃນ​ວາລະສານ​ການທ່ອງທ່ຽວຕ່າງໆ ວ່າ​ເປັນ​ນຶ່ງ​ໃນບັນດາສິ່ງ​ທີ່​ໜ້າ​ເບິ່ງ​ໜ້າ​ຊົມ​ທີ່​ສຸດ​ໃນ​ໂລກ​ໃນ​ປີ​ນີ້ນັ້ນ ​ມີພິພິດທະພັນ​ສັດ​ນໍ້າ​ທີ່​ຫາ​ກໍ່ສ້າງແລ້ວ ໃໝ່ໆ ອັນ​ກວ້າງ​ໃຫຍ່ ທີ່​ບັນຈຸ​ນໍ້າ ​ໃນປະລິມານ 6,000 ຕັນ ​ແລະເຕັມ​ໄປ​ດ້ວຍສັດ​ທະ​ເລນາໆຊະນິດ​ ​ນັບ​ຕັ້ງ​ແຕ່​ປາວານ​ຂາວ ​ໄປ​ຈົນ​ເຖິງ​ນົກ​ເພັນ​ກວິນ​ອາ​ຟຣິກາ.

ງານ​ມະຫະກໍາແຄມ​ຝັ່ງ​ທະ​ເລ​ດັ່ງກ່າວ ​ທີ່​ມີ​ເນື້ອ​ໃນກ່ຽວ​ກັບ​ຊັບພະຍາກອນ​ທາງ​ທະ​ເລແລະ
ກໍາກັບ​ດູແລນໍາ​ໂດຍ​ພະນັກງານ​ບໍລິການ 13,000 ຄົນ ຊຶ່ງສ່ວນ​ໃຫຍ່ເປັນພວກ​ອາສາ​ສະ
ໝັກນັ້ນ ​ແມ່ນມີ​ເປົ້າໝາຍເພື່ອໃຫ້​ຄວາມ​ຮູ້ ​ແລະ​ຄວາມ​ຕື່ນ​ເຕັ້ນ ມ່ວນ​ຊື່ນ​ນໍາ.

​ຕາມ​ຖະໜົນຫົນທາງ ​ມີ​ລາຍການ​ສະ​ແດງ​ຕ່າງໆ ພ້ອມ​ດ້ວຍ​ຫຸ່ມເຊີດຂະໜາດ​ຍັກ ໃນ
​ຂະ​ບວນ​ແຫ່.

ທໍ່​ສາງ​ຊີມັງ​ສູງ 67 ​ແມດ​ທີ່​ຖື​ກປ່ອຍ​ຖິ້ມ​ໄວ້​ນັ້ນ ​ໄດ້​ຖືກ​ດັດ​ແປງ​ໃຫ້​ເປັນ​ອໍ​ແກນ​ແປ໊ບທີ່​ໃຫ້
​ສຽງ​ດັງ​ທີ່​ສຸດ​ຂອງ​ໂລກ.

ຜະສົມ​ຜະສານ​ກັບສິ່ງ​ວາງສະ​ແດງ​ທີ່​ເດ່​ນໆ​ນັ້ນ ກໍ​ມີບາງ​ສິ່ງ​ບາງ​ຢ່າງ​ທີ່​ບໍ່​ເປັນ​ໄປ​ດັ່ງ​ຄາດ
ໝາຍ.

ງານ​ມະຫະກໍາເປັນ​ເວລາ 93 ວັນ​ນີ້ ​ກໍາລັງ​ດິ້ນຮົນ​ເພື່ອ​ໃຫ້​ສາມາດ​ສະໜອງ​ຕອບຄວາມ
​ຄາດໝາຍ​ຂອງ​ມະຫາຊົນ​ແລະ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ ​ໃຫ້​ໄດ້​ຕາມ​ຈໍານວນທີ່​ໄດ້​ກະ​ໄວ້.

ນາງ ກັງ ຫຽນຈູ ​ໂຄສົກ​ຄະນະ​ກໍາມະການ​ຈັດ​ງານເອັກ​ສະ​ໂປຄັ້ງ​ນີ້ ຍອມຮັບ​ວ່າໄດ້​ມີ​ບັນ
ຫາດ້ານ​ການ​ບໍລິຫານຫລາຍ​ຢ່າງ ໃນ​ເວລາເປີດ​ງານ​ເມື່ອ​ນຶ່ງ​ເດືອນ​ຜ່ານ​ມາ​ແລ້ວ​ນັ້ນ.

​ໂຄສົກ​ກັງ ​ເວົ້າວ່າ ການ​ທີ່​ຈະ​ບັນລຸ​ເປົ້າໝາຍ​ຈໍ​ານວນຜູ້​ເຂົ້າມາ​ທ່ຽວ​ຊົມ ​ໃຫ້​ໄດ້​ແປດ​ລ້ານ
​ຄົນ​ນັ້ນ ​ເບິ່ງ​ຄື​ວ່າ​ມັນຈະ​ຍາກຫລາຍ ອີງ​ຕາມ​ສະພາບທ່າ​ອ່ຽງໃນ​ປັດຈຸບັນ ​ແຕ່​ກໍ​ມີ​ຄວາມ​
ຮູ້ສຶກ​ໃນ​ແງ່​ດີ​ກັນວ່າ ​ເວລາ​ໂຮງຮຽນເກົາ​ຫຼີ​ໃຕ້​ປິດພັກຜ່ອນ​ລະດູ​ຮ້ອນ ​ໃນ​ເດືອນໜ້າ​ນີ້
ຈໍານວນ​ຄົນມາ​ເບິ່ງ​ມາ​ຊົມ ກໍ​ຄົງ​ຈະ​ເພີ່ມ​ຂຶ້ນຢ່າງ​ໄວ.

​ໂຄສົກ​ກັງ ​ສົມ​ທຽບ​ສະຖານະ​ການ​ໃນ​ງານ​ເອັກ​ສະ​ໂປນີ້ ກັບ​ງານແຂ່ງຂັນກີລາ​ບານ​ເຕະ
​ເມື່ອ​ປີ 2002 ​ໃນ​ເກົາຫຼີໃຕ້ ​ເວລາ​ອັດຕາ​ຜູ້​ເຂົ້າ​ເບິ່ງ​ໃນ​ເບື້ອງ​ຕົ້ນ ​ແມ່ນ​ຕໍ່າສົມຄວນ ​ແຕ່​ກໍ
​ໄດ້​ຖີບ​ຕົວ​ສູງຂຶ້ນ ຂະນະ​ທີ່​ຄວາມ​ກະຕືລື​ລົ້ນ​ ເພີ່ມ​ທະວີຂຶ້ນ​ໄປຕາມ​ເວລາ​ທີ່ຜ່ານ​ພົ້ນ​ໄປ.
ໂຄສົກ​ກັງ​ ກ່າວ​ວ່າ ບັນດາ​ຜູ້​ມາທ່ຽວ​ຊົມ​ງານ​ Expo ສ່ວນ​ໃຫຍ່ ກ່າວ​ວ່າ ພວກ​ເຂົາ​ເຈົ້າ
ພຶງ​ພໍ​ໃຈຫຼາຍ​ຈາກປະສົບ​ການ​ທີ່​ໄດ້​ຮັບ.

ບາງ​ຄົນ​ຈາກ​ຕ່າງປະ​ເທດ​ ​ບໍ່​ກ້າ​ທີ່ຈະໄປ​ຊົມ​ງານ​ເອັກສະໂປ​ນີ້ ຍ້ອນ​ຄິດວ່າ ​ຄ່າ​ໃຊ້​ຈ່າຍໃນ
ເມືອງ Yeosu ນັ້ນ​ ຄົງ​ຈະແພງ​ຫຼາຍ ​ແລະພວກເຂົາ​ເຈົ້າ ​ຄົງ​ບໍ່​ມີ​ເງິນ​ພໍ​ທີ່​ຈະ​ໄປ​ຮ່ວມໄດ້ ​
ແຕ່ໂຄສົກ​ກັງ​ບໍ່​ເຫັນ​ນໍາ​ເລຶ່ອງນີ້.

ໂຄສົກ​ກັງ​ເວົ້າ​ອີກ​ວ່າ ບັນດາ​ຊາວ​ຕ່າງ ປ​ະ​ເທດ​ໄດ້​ຍິນ​ຂ່າວ​ລື​ວ່າ ຫ້ອງ​ພັກ​ໂຮງ​ແຮມ​ແພງ
​ສຸດ​ຂີດ ​ແຕ່ວ່າຄ່າ​ໃຊ້​ຈ່າຍ​ແທ້ໆ​ແລ້ວ ແມ່ນ​ໄດ້​ຖືກ​ຕັດ​ລົງ​ໄປ​ເມື່ອ​ບໍ່​ດົນ​ມາ​ນີ້ ​ພ້ອມ​ກັບ​
ຫ້ອງ​ພັກ​ກໍສາມາດ​ຈອງໄດ້ງ່າຍໂດຍ​ທາງໂທລະສັບ. ນາງ​ອະທິບາຍ​ຕໍ່​ໄປ​ວ່າ ນອກ​ນີ້​ແລ້ວ
ການ​ຂົນ​ສົ່ງກໍ​ບໍ່ເປັນ​ບັນຫາ​ໃຫຍ່ ຄື​ມີຖ້ຽວ​ບິນ​ນານາ​ຊາດ​ຫຼາຍ​ຖ້ຽວ​ບິນ ພ້ອມ​ດ້ວຍ​ກໍ່າ​ປັ່ນ
​ສໍາລານຫຼາຍໆ​ຖ້ຽວ ​ແລະຖະໜົນຫົນທາງ​ທີ່​ໄດ້​ປັບປຸງ​ໃຫ້​ດີ​ຂຶ້ນ ​ໄປ​ຮອດ​ໄປ​ເຖິງ​ເມືອງ Yeosu.

ບັນຫາອີກ​ປະການ​ນຶ່ງ​ນັ້ນ​ກໍ​ຄື ຄວາມ​ລົ້ມ​ແຫຼວ​ຂອງ​ລະບົບຈອງປີ້ລ່ວງ​ໜ້າ ​ເພື່ອ​ເຂົ້າ​ໄປ​ຊົມ
​ຮ້ານ​ສະ​ແດງ 8 ​ຮ້ານ​ທີ່ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍ​ທີ່​ສຸດ​ນັ້ນ. ​ລະບົບ​ດັ່ງກ່າວ​ໄດ້​ຖືກ​ຍົກ​ເລີກ​ໄປ
ຫຼັງ​ຈາກ​ບັນດາ​ຜູ້​ທີ່​ຢາກ​ໄປ​ຊົມ​ຫຼາຍໆ​ຄົນ​ບໍ່​ໄດ້​ຮັບ​ປີ້​ທີ່​ຈອງ​ລ່ວງ​ໜ້າ ຈົນ​ບາງ​ຄົນ​ໄດ້​ຫັນ​ໄປ
ໃຊ້​ວິທີ​ການ​ປະ​ທ້ວງຢູ່​ຕໍ່ ໜ້າ​ຕຶກ​ອໍານວຍ​ການ​ຂອງ​ຄະນະ​ກໍາມະການ​ຈັດ​ງານ.

ການ​ຫັນ​ປ່ຽນໄປໃຊ້​ ວິທີໃຜ​ມາ​ກ່ອນໄດ້ກ່ອນ ມາ​ລຸນໄດ້ລຸນ ນັ້ນ ​ກໍ​ໄດ້​ສ້າງ​ບັນຫາ​ນຶ່ງ​ຂຶ້ນອີກ​
ຄື​ເຮັດ​ໃຫ້​ມີ​ການ​ຢືນລຽນ​ຄິວຈົນ​ພາ​ໃຫ້​ໃຈ​ຮ້າຍເພາະຕ້ອງ​ ໄດ້​ລໍຖ້າເປັນ​ເວລາ​ດົນ​ເຖິງສອງ​ຊົ່ວ
​ໂມງກໍ​ມີ.

​ແຕ່​ຜູ້​ມາ​ຊົມ​ຫລາຍໆ​ຄົນ ​ເຊ່ນນາງ Andrea Garay ຊາວ​ນິຄາ​ລາ​ກົວ ທີ່​ອາ​ໃສ​ຢູ່​ເມືອງຫຼວງ
ໂຊ​ລ ກໍ​ພະຍາ ຍ​າມຢ່າງ​ສຸດ​ຂີດ​ເພື່ອ​ໃຫ້​ໄດ້​ເບິ່ງ​ໄດ້​ຊົມ​ສິ່ງ​ດີໆ

ນາງກາ​ເຣ​ເວົ້າວ່າ “ບາງ​ແຖວ​ ຖ້າ​ມັນ​ຍາວໂພດ ​ເຮົາ​ກໍ​ຫລີກ​ລ່ຽງບໍ່​ເບິ່ງແລະໄປເບິ່ງ​ຮ້ານ​ຖັດໄປ.”

ຕໍ່​ຄໍາ​ຖາມ​ທີ່​ວ່າ ​ແມ່ນສິ່ງໃດ​ທີ່​ເຈົ້າ​ມັກ​ຫຼາຍເທົ່າ​ທີ່​ໄດ້​ເຫັນມາ? ນາງ​ຕອບ​ວ່າ ທີ່​ມັກ​ທີ່​ສຸດ
​ມາ​ຮອດ​ດຽວ​ນີ້ ກໍ​ຄື​ການສະ​ແດງ​ຫຸ່ນ​ຍົນ​ຢູ່​ຕໍ່ໜ້າ​ຮ້ານລົດ Hyundai.

ຫຼັງ​ຈາກໄດ້​ຊົມ​ຮ້ານ​ສະ​ແດງ​ຫຸ່ນ​ຍົນທີ່​ຜູ້​ຄົນ​ມັກ​ຫລາຍ​ນັ້ນ​ແລ້ວ ນາງ ກາ​ເຣ ກໍ​ໂຊກ​ດີກວ່າ
​ເກົ່າໃນຕອນ​ກາງຄືນ ຄື​ໄດ້​ນັ່ງແຖວ​ໜ້າ​ຊົມ​ລາຍການ​ສະແດງດົນຕີກາງ​ແຈ້ງ ຂອງ​ຄະນະ K-pop.

ວົງ​ດົນຕີຕ່າງໆ ​ເຊັ່ນ​ຄະນະ 4 Minute ທີ່​ມີ​ສິນລະປິນ​ຍິງ​ທັງ​ໝົດຄະນະ​ນີ້ ​ແມ່ນ​ມາສະ​ແດງ​
ຮ້ອງ​ເພງ​ແລະເຕັ້ນ​ ໃນ​ຮອບ​ສະ​ແດງ​ວັນ​ສຸດ​ສັບປະດາກ່ອນ​ການ​ສ​ະ​ແດງ​ສື່​ຫຼາຍ​ລະບົບ​ ລະດັບ
​ທັນ​ສະໄໝຍອດ​ຍ້ຽມ ປະ​ຈໍາຄືນ ທີ່​ສະ​ແດງ​ໃຫ້​ເຫັນ​ມ່ານ​ຫລື​ຜ້າ​ກັ້ງນໍ້າ​ ​ສູງ​ທີ່​ສຸດຂອງ​ໂລກ ທີ່
​ຍິງນໍ້າ​ຂຶ້ນສູງ 45 ​ແມດ ຢູ່​ດ້ານໜ້າໂຄງສ້າງ​ເປັນ​ຮູບ​ວົງມົນຍັກ ທີ່​ເອີ້ນ​ວ່າ The Big-O ຫລື
ໂຕໂອ-ໃຫຍ່ ທີ່​ສະ​ແດງພາບສາມ​ມິ​ຕິ​ ສົ່ງ​ແສງ​ລະ​ຍິບລະ​ຍັບ​ ​ດ້ວຍແສງ​ເລ​ເຊີນັ້ນ.

ທັງ​ໝົດ​ທີ່​ກ່າວ​ມາ​ນີ້ ແມ່ນໃຊ້​ຈ່າຍ​ເງິນ​ກໍ່ສ້າງ​ 1,800 ​ລ້ານ​ໂດ​ລາ ຊຶ່ງ​ນຶ່ງສ່ວນ​ສາມ​ຂອງ​ຈໍາ
ນວນ​ນີ້ ​ແມ່ນລັດຖະບານເກົາ​ຫຼີ​ໃຕ້ ອອກ​ໃຫ້​.

ນອກຈາກໄດ້​ສ້າງ​ໜ້າ​ວຽກ​ໃໝ່ 80,000 ​ວຽກ​ແລ້ວ ຖ້າ​ຫາກ​ວ່າທັງ​ໝົດ​ເປັນ​ໄປ​ຕາມ​ແຜນ
ງານ Expo 2012 ນີ້ ກໍ​ຄາດ​ວ່າ ຈະ​ປໍ້າເງິນ​ຫຼາຍ​ກ່ວາ ສິບ​ພັນ​ລ້ານ​ໂດ​ລາ ​ເຂົ້າ​ໃສ່ເສດຖະ
ກິດ​ຂອງ​ເກົາຫຼີ​ໃຕ້.

ລັດຖະບານ​ແຂວງ Jeolla ​ໃຕ້ ​ຂອງ​ເກົາຫຼີໃຕ້ ມີ​ແຜນການ​ຈະດັດ​ແປງພື້ນ​ທີ່ງານ Expo ນີ້ ​
ໃຫ້ເປັນສູນລວມບ່ອນ​ພັກຜ່ອນ​ຍ່ອນ​ໃຈ​ກ່ຽວ​ກັບ​ທະ​ເລ ​ ​ໃນ​ຄວາມ​ຫວັງ​ທີ່​ຈະເຮັດ​ໃຫ້​ເມືອງ
ອຸດສາຫະກໍາ ​ທີ່​ບໍ່​ມີ​ຄົນຮູ້ຈັກ​ຫຼາຍ​ປານ​ໃດ ທີ່​ມີ​ພົນ​ລະ​ເມືອງ 300,000 ຄົນ​ແຫ່ງ​ນີ້ ​ປາກົດ
ຢູ່ຢ່າງຖາວອນ ເທິງ​ແຜນທີ່​ແຫຼ່ງທ່ອງທ່ຽວ​ທີ່​ສໍາຄັນ ​ຂອງ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​
ເໜືອ ຖ້າບໍ່​ແມ່ນ​ຂອງ​ໂລກ.

XS
SM
MD
LG