ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເກົາຫຼີໃຕ້ ສົ່ງທູດພິເສດ ໄປຈີນ ເພື່ອຫາລື ກ່ຽວກັບລະບົບ THAAD ແລະເກົາຫຼີເໜືອ


ປະທານາທິບໍດີ ເກົາຫຼີໃຕ້ ທ່ານ Moon Jae-in ໂອ້ລົມ ກັບປະທານປະເທດ ຈີນ ທ່ານ Xi Jinping ຜ່ານໂທລະສັບ ຢູ່ທີ່ ທຳນຽບຟ້າ ໃນນະຄອນຫຼວງໂໍຊລ ຂອງເກົາຫຼີໃຕ້, ວັນທີ 11 ພຶດສະພາ 2017.
ປະທານາທິບໍດີ ເກົາຫຼີໃຕ້ ທ່ານ Moon Jae-in ໂອ້ລົມ ກັບປະທານປະເທດ ຈີນ ທ່ານ Xi Jinping ຜ່ານໂທລະສັບ ຢູ່ທີ່ ທຳນຽບຟ້າ ໃນນະຄອນຫຼວງໂໍຊລ ຂອງເກົາຫຼີໃຕ້, ວັນທີ 11 ພຶດສະພາ 2017.

ທຳນຽບຂອງປະທານາທິບໍດີເກົາຫຼີໃຕ້ ທ່ານ Moon Jae-in ໄດ້ກ່າວ ໃນວັນພະຫັດ
ມື້ນີ້ ວ່າ ທ່ານ Moon ວາງແຜນຈະສົ່ງຄະນະຜູ້ແທນຊຸດນຶ່ງ ໄປປັກກິ່ງ ເພື່ອປຶກສາ
ຫາລື ກ່ຽວ​ກັບໂຄງການນິວເຄລຍຂອງເກົາຫຼີເໜືອ ແລະຄວາມເປັນຫ່ວງຂອງຈີນ ກ່ຽວກັບລະບົບປ້ອງກັນລູກສອນໄຟຂອງສະຫະລັດ ທີ່ໄດ້ມີການຕິດຕັ້ງຢູ່ໃນເກົາຫຼີ
ໃຕ້.

ຜູ້ນຳທັງສອງ ໄດ້​ໂອ້ລົມກັນ ທາງໂທລະສັບ ນຶ່ງມື້ ຫຼັງຈາກ ທ່ານ Moon ໄດ້ສາບານ
ໂຕເຂົ້າຮັບຕຳແໜ່ງແທນທ່ານນາງ Park Geun-hye ຜູ້ທີ່ໄດ້ຖືກປົດ​ເມື່ອ​ບໍ່​ດົນ​ມານີ້.

ໂຄສົກຂອງທ່ານມູນ ໄດ້ກ່າວວ່າ ທ່ານປະທານາທິບໍດີ ເຫັນດີນຳການມີ “ເປົ້າໝາຍ
ດຽວກັນ”
​ ໃນ​ການ​ເຮັດ​ໃຫ້ແຫລມເກົາຫຼີ ​ເປັນ​ເຂດ​ປອດນິວເຄລ ແລະ ທ່ານມູນ
ເຂົ້າໃຈດີ ​ເຖິງຄວາມເປັນຫ່ວງຂອງຈີນ ກ່ຽວກັບລະບົບປ້ອງກັນລູກສອນໄຟ ທີ່ຍິງມາ
ໃນລະດັບສູງ ຂອງສະຫະລັດ ຫຼື THAAD.

ເກົາຫຼີໃຕ້ໄດ້ເຮັດວຽກຮ່ວມກັບສະຫະລັດ ​ໃນ​ການ​ພັດທະນາລະບົບປ້ອງ​ກັນ​ລູກ
ສ​ອນໄຟ THAAD ​ເພື່ອຊ່ວຍປົກປ້ອງໃນກໍລະນີທີ່​ຖືກໂຈມຕີດ້ວຍລູກສອນໄຟຂອງ
ເກົາຫຼີເໜືອ. ພາກທີນຶ່ງຂອງລະບົບດັ່ງກ່າວສາມາດປະຕິບັດການໄດ້​ແລ້ວ ເມື່ອຕົ້ນ
ເດືອນນີ້ ແລະຄາດກັນວ່າ ຄວາມສາມາດຢ່າງຄົບຖ້ວນຂອງ​ລະບົບ​ລູກສອນໄຟນີ້
ຈະ​ຕິດຕັ້ງ​ແລ້ວ​ສຳ​ເລັດ ພາຍໃນທ້າຍປີນີ້.

ຈີນມອງເຫັນວ່າ ລະບົບປ້ອງ​ກັນ​ລູຸກສອນ​ໄຟ THAAD ເປັນໄພຂົ່ມຂູ່ ແລະ ມີ​ອິດ
ທິພົນ ທີ່ສ້າງຄວາມວຸ້ນວາຍ ຢູ່ໃນຂົງເຂດ ແລະໄດ້ຕ້ອບໂຕ້ຕໍ່ເກົາຫຼີໃຕ້ ດ້ວຍການ
ຈຳກັດໃນເລື່ອງການທ່ອງທ່ຽວ ແລະ ການນຳເຂົ້າສິນຄ້າ.

ທ່ານມູນ ໄດ້ກ່າວຢູ່ໃນທີ່ພິທີສາບານໂຕເຂົ້າຮັບຕຳແໜ່ງ ໃນວັນພຸດວານນີ້ວ່າ ທ່ານ
ພ້ອມ​ແລ້ວ ທີ່ຈະນຳພາ ການ​ດຳ​ເນີນຄວາມພະຍາຍາມ ທາງດ້ານການທູດນາໆ
ຊາດຄັ້ງ​ໃຫຍ່ ເພື່ອຫາທາງແກ້ໄຂ ສະຖານະການດ້ານຄວາມໝັ້ນຄົງ ທີ່ກຳລັງ
ເຄັ່ງຕຶງຢູ່ ດ້ວຍ​ສັນຕິ​ວິທີ.

ທ່ານກ່າວວ່າ “ຖ້າມີຄວາມຈຳເປັນ ຂ້າພະເຈົ້າ ຈະເດີນທາງໄປວໍຊິງຕັນ ໂດຍກົງ.
ຂ້າພະເຈົ້າຈະໄປປັກກິ່ງ ແລະໂຕກຽວ. ແລະ ຖ້າຫາກ​ມີ​ການ​ບັນລຸ​ເງື່ອນ ​ໄຂແລ້ວ
ຂ້າພະເຈົ້າກໍຈະໄປພຽງຢາງ. ເພື່ອທີ່ຈະນຳມາຊຶ່ງ ສັນຕິພາບ ແລະ ຄວາມໝັ້ນຄົງ
ຢູ່ແຫລມເກົາຫຼີ ຂ້າພະເຈົ້າ ຈະເຮັດທຸກສິ່ງທຸກຢ່າງ ທີ່ຂ້າພະ ເຈົ້າສາມາດເຮັດ​ໄດ້.”

ທ່ານມູນ ຢາກໃຫ້ເສີມຂະຫຍາຍ ການເຈລະຈາ ແລະ ການພົວພັນກັບເກົາຫຼີເໜືອ
ໃນຂະນະດຽວກັນ ກໍ​ຍັງ​ສືບ​ຕໍ່ ການກົດດັນ ແລະມາດຕະການລົງໂທດຕ່າງໆ ເພື່ອ
ຊຸກຍູ້ ໃຫ້ມີການປ່ຽນແປງ. ທ່າ​ທີຂອງທ່ານ ຂັດແຍ້ງກັບທ່າ​ທີຂອງ ປະທານາທິບໍດີ
ດໍໂນລ ທຣຳ ທີ່ຢາກຈະເພີ່ມການກົດດັນຕໍ່ຟຽງຢາງ ໂດຍຜ່ານການສ້າງ​ຄວາມໂດດ
ດ່ຽວ ແລະ ມາດຕະການລົງໂທດຕ່າງໆ ຕໍ່ໄປອີກ.

South Korea China
please wait
Embed

No media source currently available

0:00 0:01:51 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG