ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Park ເປັນປະທານາທິບໍດີຍິງ ຄົນທໍາອິດ ຂອງ ເກົາຫລີໃຕ້ (ສະໄລດ໌)

Tufan Kanzas ştatının Bakster-Sprinqs şəhərindəki evləri dağıdıb - 28 aprel, 2014

Tufan Kanzas ştatının Bakster-Sprinqs şəhərindəki evləri dağıdıb - 28 aprel, 2014

ປະທານາທິບໍດີເກົາຫລີໃຕ້ທີ່ຖືກເລືອກຕັ້ງໃໝ່ ທ່ານນາງ Park
Geun-hye ໄດ້ໃຫ້ຄໍາໝັ້ນສັນຍາ ໃນວັນພະຫັດມື້ນີ້ວ່າ ທ່ານ
ນາງຈະເຮັດໃຫ້ຄວາມໝັ້ນຄົງຂອງຊາດ ກາຍເປັນບູລິມະສິດ
ອັນດັບນຶ່ງ ໃນຂະນະທີ່ທ່ານນາງໄດ້ເຕືອນກ່ຽວກັບໄພອັນຕະ
ລາຍ ທີ່ຂົ່ມຂູ່ໂດຍເກົາຫລີເໜືອ.

ຢູ່ໃນຄໍາປາໄສທີ່ສຳຄັນຄັ້ງທໍາອິດນັບແຕ່ທ່ານນາງໄດ້ຖືກເລືອກ
ຕັ້ງໃນວັນພຸດວານນີ້ ທ່ານນາງ Park ເວົ້າວ່າ ການຍິງລູກສອນ
ໄຟຂອງພຽງຢາງເມື່ອມໍ່ໆມານີ້ ໄດ້ສະແດງໃຫ້ເຫັນເຖິງໄພນາບ
ຂູ່ອັນຮ້າຍແຮງ ທີ່ປະເທດຂອງທ່ານນາງກໍາລັງປະເຊີນຢູ່. ນອກ
ນັ້ນ ທ່ານ ນາງຍັງໄດ້ກ່າວໃຫ້ຮ່ອງຮອຍວ່າ ຈະມີການພົວພັນກັບ
ເກົາຫລີເໜືອຫລາຍຂຶ້ນ.

ສະມາຊິກສະພາທີ່ນິຍົມແນວທາງເດີມ ທີ່ເປັນຜູ້ຍິງຄົນທຳອິດ ທີ່ຊະນະການເລືອກ ຕັ້ງປະ ທານາທິບໍດີໃນເກົາຫລີໃຕ້ໃນມື້ວັນພຸດວານນີ້ ໄດ້ກ່າວວ່າ ທ່ານນາງຈະຊອກວິທີທາງ ເພື່ອປັບປຸງສາຍສໍາພັນກັບພຽງຢາງ ແຕ່ວ່າມີຄວາມລັ່ງເລໃຈທີ່ຈະເຮັດເຊັ່ນນັ້ນ ຈົນກວ່າ ວ່າລັດຖະບານດັ່ງກ່າວ ຍອມຍົກເລີກໂຄງການນີວເຄລຍຂອງຕົນ.

ທ່ານນາງ Park ຊຶ່ງເປັນລູກສາວຂອງມື້ລາງທ່ານ Park Chung-hee ອະດີດຜູ້ປົກ ຄອງຜະເດັດການທາງທະຫານຂອງເກົາຫລີໃຕ້ ໄດ້ຮັບຄະແນນສຽງ 51.6% ຂອງຄະ ແນນສຽງທັງໝົດ ໃນວັນພຸດວານນີ້ ທຽບໃສ່ກັບ 48% ທີ່ຄູ່ແຂ່ງຂອງທ່ານ ນາງ ກໍຄືທ່ານ Moon Jae-in ໄດ້ຮັບ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ນາງ Park ໃນວັນພຸດວານນີ້ ແລະເວົ້າວ່າທ່ານມີຄວາມກະຕືລືລົ້ນ ທີ່ຈະໄດ້ເຮັດ ວຽກຢ່າງໃກ້ ຊິດກັບຄະນະລັດຖະບານຂອງທ່ານນາງ ໃນປະເດັນທີ່ຕ່າງຝ່າຍຕ່າງ ກໍມີຄວາມເປັນຫ່ວງ ນໍາກັນ.

ທາງດ້ານຫົວໜ້າອົງການສະຫະປະຊາຊາດ ທ່ານ ພັນກິມູນ, ອະດີດລັດຖະມົນຕີກະຊວງ ການຕ່າງປະເທດເກົາຫລີໃຕ້ ໄດ້ອອກຖະແຫລງການ ສະແດງຄວາມຫວັງວ່າ ຈະມີ “ການເຂົ້າໄປພົວພັນແບບຫ້າວຫັນຫລາຍຂຶ້ນກວ່າເກົ່າ” ຈາກເກົາຫລີໃຕ້ເຂົ້າໃນການດໍາ ເນີນຄວາມພະຍາຍາມຂອງສະຫະປະຊາຊາດໃນການສົ່ງເສີມການ ພັດທະນາທີ່ຍືນຍົງ, ສັນຕິພາບໂລກ ແລະສິດທິມະນຸດ, ແລະໃນການຕໍ່ສູ້ຕ້ານຕໍ່ການປ່ຽນແປງຂອງດິນຟ້າ ອາກາດ.

ພາບການເລືອກຕັ້ງປະທານາທິບໍດີທີ່ພາໃຫ້
ທ່ານນາງ Park Geun-hye ຊະນະ:

XS
SM
MD
LG