ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເກົາຫຼີໃຕ້ ປ່ອນບັດ ເລືອກເອົາ ປະທານາທິບໍດີ ຄົນໃໝ່ (ສະໄລດ໌)


ຊາວເກົາຫລີໃຕ້ພາກັນນຸ່ງເສື້ອກັນໜາວ ໄປຢືນລຽນແຖວ ເພື່ອປ່ອນບັດ​ເລືອກ​ຕັ້ງເອົາປະທານາທິບໍດີ ຢູ່ສະຖານທີ່ປ່ອນບັດແຫ່ງນຶ່ງ ໃນນະຄອນຫລວງ Seoul ຂອງເກົາຫລີໃຕ້ ໃນວັນທີ 19 ທັນວາ 2012.
ຊາວເກົາຫລີໃຕ້ພາກັນນຸ່ງເສື້ອກັນໜາວ ໄປຢືນລຽນແຖວ ເພື່ອປ່ອນບັດ​ເລືອກ​ຕັ້ງເອົາປະທານາທິບໍດີ ຢູ່ສະຖານທີ່ປ່ອນບັດແຫ່ງນຶ່ງ ໃນນະຄອນຫລວງ Seoul ຂອງເກົາຫລີໃຕ້ ໃນວັນທີ 19 ທັນວາ 2012.
ຊາວເກົາຫລີໃຕ້ກໍາລັງພາກັນໄປປ່ອນບັດ​ເລືອກ​ຕັ້ງເອົາປະທາ
ນາທິບໍດີ ທີ່ມີຄະ​ແນນ​ສຽງ​ໃກ້​ຄຽງ​ກັນ ຊຶ່ງລູກສາວຂອງອະດີດ
ຜູ້ປົກຄອງຜະ​ເດັດ​ການທາງທະຫານແຂ່ງຂັນກັບອະດີດທະ ນາຍຄວາມດ້ານສິດທິມະນຸດຜູ້ນຶ່ງຂອງເກົາຫລີໃຕ້.

ເຖິງແມ່ນວ່າອາກາດຈະໜາວຈັດກໍຕາມ​ແຕ່​ໃນ​ຕອນ​ເຊົ້າໆຂອງ​
ວັນ​ພຸດ​ມື້ນີ້ ປະຊາຊົນ​ໄດ້​ພາກັນ​ໄປປ່ອນບັດ ​ເປັນ​ຈຳນວນ​ຫຼວງ
ຫຼາຍ ໃນ​ຂະນະ​ທີ່​ໜ່ວຍ​ປ່ອນ​ບັດ​ຕ່າງໆ​ເປີດ​ໃຫ້​ມີ​ການປ່ອນ​ບັດ​
ໄດ້​ນັ້ນ. ການປ່ອນບັດລົງຄະ​ແນນ​ສຽງໄດ້ສິ້ນສຸດລົງ​ໃນ​ເວລາ 6
ໂມງແລງ ຕາມເວລາໃນທ້ອງຖິ່ນແລະຜົນການເລືອກຕັ້ງຄາດວ່າ
ຈະຮູ້ກັນໃນເວລາຕໍ່ມາຂອງມື້ນີ້.

ຜົນການຢັ່ງຫາງສຽງທີ່ນໍາອອກມາເຜີຍແຜ່ໃນອາທິດແລ້ວນີ້ ໄດ້
ສະແດງໃຫ້ເຫັນວ່າ ທ່ານນາງ Park Geun-hye ຈາກພັກແນວໜ້າໃໝ່ ຫລື New Front
Party ທີ່ນິຍົມແນວທາງເດີມ ແມ່ນ​ມີຄະແນນນໍາໜ້ານ້ອຍ​ນຶ່ງ ຕໍ່ຄູ່ແຂ່ງຂອງທ່ານນາງ ທີ່ມີ ຫົວນິຍົມເສລີ ກໍຄືທ່ານ Moon Jae-in ຈາກພັກສະຫະພັນປະຊາທິປັດ ທີ່ເປັນພັກຝ່າຍ ຄ້ານທີ່​ສຳຄັນ ແລະນິຍົມແນວທາງ​ເປັນກາງອຽງຊ້າຍນັ້ນ.

ທ່ານນາງ Park ຊຶ່ງເປັນຜູ້ແທນສະພາມາໄດ້ 5 ສະໄໝແລ້ວ ແລະເປັນລູກສາວຂອງມື້ ລາງທ່ານ Park Chung-hee ຈອມຜະເດັດການຂອງເກົາຫລີໃຕ້ ໄດ້ກ່າວຕໍ່ຜູ້ສື່ຂ່າວ ໃນຂະນະທີ່ທ່ານນາງກໍາລັງປ່ອນບັດລົງຄະແນນສຽງ ຢູ່ທີ່ນະຄອນຫລວງ ໂຊລນັ້ນວ່າ ທ່ານນາງມີຄວາມຫວັງ​ໄປ​ໃນ​ແງ່​ດີ.

ສ່ວນ​ທ່ານ Moon ຊຶ່ງ​ຄັ້ງນຶ່ງ​ເຄີຍ​ຖືກ​ຄຸກ​ມາ​ແລ້ວຍ້ອນ​ທຳ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ບິດາ​ຂອງ​ທ່ານ​ນາງ Park ນັ້ນ ກໍ​ໄດ້​ໄປ​ປ່ອນ​ບັດ​ຢູ່​ທີ່​ເມືອງ​ພູ​ຊານ ທາງພາກ​ຕາ​ເວັນ​ອອກ ສຽງ​ໃຕ້​ຂອງ​ປະ​ເທດ.

ຜູ້​ສະໝັກ​ເປັນ​ປະທານາທິບໍດີ​ທັງ​ສອງ​ຕ່າງ​ກໍ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ແກ້​ໄຂບັນຫາ​ຄວາມ
ຫຼຸດ​ໂຕນກ່ຽວ​ກັບ​ລາຍ​ຮັບ​ທີ່​ພວມ​ຂະຫຍາຍ​ໂຕ​ອອກພາຍ​ໃຕ້​ລັດຖະບານ​ທ່ານ Lee Myung -bak ທີ່​ຈະພົ້ນຈາກ​ຕຳ​ແໜ່​ງ​ໃນ​ຕອນ​ທ້າຍ​ຂອງ​ການ​ເຂົ້າຮັບ​ໜ້າ​ທີ່​ເປັນ​ເວລາ 5 ປີຂອງ​ທ່ານ.

ປະມວນພາບຫລ້າສຸດກ່ຽວກັບການເລືອກຕັ້ງໃນເກົາຫລີໃຕ້:

XS
SM
MD
LG