ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ວ່າ ການໂຈມຕີ ທາງອິນເທີເນັດ ແມ່ນມີຕົ້ນຕໍ ຈາກຈີນ (ວີດີໂອ)


ທະນາຄານ NONGHYUP ທີ່ຖືກໂຈມຕີທາງອິນເທີເນັດຕໍ່ລະບົບ
ຄອມພິວເຕີຂອງຕົນ
ທະນາຄານ NONGHYUP ທີ່ຖືກໂຈມຕີທາງອິນເທີເນັດຕໍ່ລະບົບ ຄອມພິວເຕີຂອງຕົນ
ທາງ​ການ​ເກົາຫຼີໃຕ້​ເວົ້າ​ວ່າ ການ​ໂຈມ​ຕີທາງ​ອິນ​ເທີ​ເນັດທີ່​ເຮັດ​ໃຫ້​ລະບົບ ຄອມ​ພິວ​ເຕີ​ໃຊ້​ການ​ບໍ່​ໄດ້ຢູ່​ຕາມ​ທະນາຄານ​ໃຫຍ່ໆ​ແລະ​ຕາມ​ບໍລິສັດ​ອອກ ອາກາດຫຼາຍ​ໆແຫ່ງ​ຂອງ​ປະ​ເທດນັ້ນ ​ແມ່ນ​ມີ​ຕົ້ນຕໍຢູ່​ໃນ​ຈີນ.

​ເມື່ອ​ວັນ​ພະຫັດ​ມື້​ນີ້​ກໍາມາ​ທິການ​ສື່ສານ ​ເກົາຫຼີ​ໃຕ້ເວົ້າ​ວ່າ ການ​ສືບສວນ​ສອບ​ສວນ​ໃນ​ເບື້ອງ​ຕົ້ນ​ພົບ​ວ່າ ທີ່ຢູ່​ IP ຫຼືໝາຍ​ເລກ​ອ້າງ​ອີງ​ໃນ​ການ​ຕິດຕໍ່​ສື່ສານຈີນ​ແຫ່ງ​ນຶ່ງໄດ້ ອອກ ລະຫັດ​ທີ່​ມຸ້ງ​ຮ້າຍ​ ຢູ່​ໃນ​ລະບົບ​ Serverຂ​ອງຄ​ອມພິວ​ເຕີ ທະນາຄານ Nonghyup ຊຶ່ງ​ເປັນນຶ່ງ​ໃນຫຼາຍໆທະນາຄານ​ທີ່​ໄດ້​ຮັບ​ຜົນ​ກະທົບ​ນັ້ນ.

​ແຕ່​ຄະນະ​ກໍາມາ​ທິການໄດ້​ເນັ້ນ​ຢໍ້າວ່າ ​ເຫດການ​ນີ້​ຍັງ​ບໍ່​ໄດ້​ຢືນຢັນ​ແຕ່​ຢ່າງ ​ໃດ​ວ່າ ໃຜ​ຢູ່​ເບື້ອງຫຼັງການ​ໂຈມ​ຕີ​ອິນ​ເທີ​ເນັດ​ດັ່ງກ່າວ​ໂດຍເວົ້າ​ວ່າ ​ລະບົບ​ການ​ທໍາລາຍ​ທີ່​ວ່າ​ນີ້​ອາດ​ຈະ​ເລີ້ມຢູ່ໃນ​ປະ​ເທດ​ອື່ນກໍ​ໄດ້ ​ແລະ​ເຮັດ​ໃຫ້​ເບິ່ງ​ຄື ວ່າ ມີຕົ້ນຕໍ​ມາ​ຈາກ​ຈີນ.

ທ່ານ Kim Min-seok ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້ ຊີ້​ແນະ ວ່າ​ຕົວ​ການ​ແມ່ນ​ເກົາຫຼີ​ເໜືອ ຊຶ່ງ​ຜ່ານ​ມາ​ກໍ​ເຊື່ອ​ວ່າມີ​ການ​ສັບ​ປ່ຽນ​ເສັ້ນ​ທາງ ​ໃນການ​ໂຈມ​ຕີ​ທາງອິນ​ເທີ​ເນັດຕໍ່ກຸງ​ໂຊລ ​ໂດຍ​ຜ່ານ​ທີ່ຢູ່​ IP ​ໃນ​ຈີນ.

ອົງການ​ຂ່າວ​ຢົນຮັບ​ຂອງ​ເກົາຫຼີ​ໃຕ້ ຍັງ​ອ້າງ​ເອົາ​ຄໍາ​ເວົ້າ​ຂອງ​ເຈົ້າໜ້າ​ທີ່​ລະ ດັບ​ສູງ​ຄົນ​ນຶ່ງ​ຢູ່​ໃນສໍານັກ​ງານປະທານາທິບໍດີ ທີ່​ບໍ່​ລະບຸ​ຊື່ ທີ່​ເວົ້າ​ວ່າ ກຸງ​ໂຊ​ລ ສົງໄສ​ທີ່​ສຸດວ່າ ​ແມ່ນ​ເກົາ​ເໜືອ​ເປັນ​ຕົວ​ການ​ທໍາ​ການ​ໂຈມ​ຕີ​ຄັ້ງ​ນີ້.

ການ​ໂຈມ​ຕີ​ດັ່ງກ່າວ​ເມື່ອ​ວັນ​ພຸດ​ວານ​ນີ້ ​ໄດ້​ເຮັດ​ໃຫ້​ເຄື່ອງ​ຄອມ​ພິມ​ເຕີ​ເປັນ​ອໍາມະ​ພາດ​ໃຊ້ການ​ບໍ່​ໄດ້ ຢູ່​ທີ່​ສະຖານີ​ໂທລະພາບ YTN, MBC ​ແລະ KBS ພ້ອມ​ດ້ວຍ​ທະນາ ຄານ​ພານິດ​ອີກ​ສອງ​ແຫ່ງ ຄື​ທະນາຄານ Shinhan ​ແລະ Nonghyup.

ອົງການ​ຄວາມ​ໝັ້ນຄົງ​ອິນ​ເທີ​ເນັດ​ເກົາຫຼີ​ໃຕ້​ເວົ້າ​ວ່າ ຕົນ​ຕ້ອງ​ໄດ້​ໃຊ້​ເວລາ ຢ່າງ​ໜ້ອຍຫ້າ​ມື້ ​ເພື່ອ​ທີ່​ຈະ​ສ້ອມ​ແປງ​ລະບົບ​ການ​ທໍາ​ງານ​ຂອງ​ເຄຶ່ອງຄອມ ພິວ​ເຕີ​ຢ່າງ​ໜ້ອຍ 32,000 ​ເຄຶ່ອງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ໂຈມ​ຕີ​ດັ່ງ ກ່າວ ໃຫ້​ໃຊ້​ການ​ຄືນ​ໃໝ່​ໄດ້.

ກອງທັບ​ເກົາຫຼີ​ໃຕ້​ໄດ້​ຍົກ​ລະດັບ​ການເຕືອນ​ໄພ​ໃຫ້​ສູງ​ຂຶ້ນ​ລຸນຫຼັງ​ການ​ໂຈ​ມຕີດັ່ງກ່າວ ເຖິງ​ແມ່ນ​ທາງ​ກອງທັບ ​ບໍ່​ໄດ້ຕົກ​ເປັນ​ເປົ້າໃນໂຈມ​ຕີ​ໃນ​ຄັ້ງ​ນີ້​ກໍ​ຕາມ.

(ເບິ່ງວີດີໂອ)
South Korea Cyber Attacks
please wait

No media source currently available

0:00 0:00:46 0:00
XS
SM
MD
LG