ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ໃຕ້ ​ລາຍງານ ການ​ເສຍ​ຊີວິດ ຜູ້ເຄາະຮ້າຍ ​ຄົນທີ 10 ຍ້ອນ ​MERS


ຜູ້ໂດຍສານເທິງລົດໄຟໃສ່ໜ້າກາກເພື່ອປ້ອງກັນການຕິດຕໍ່ໂຣກ MERS. ນະຄອນຫຼວງ Seoul, ເກົາຫຼີໃຕ້. 8 ມິຖຸນາ 2015
ຜູ້ໂດຍສານເທິງລົດໄຟໃສ່ໜ້າກາກເພື່ອປ້ອງກັນການຕິດຕໍ່ໂຣກ MERS. ນະຄອນຫຼວງ Seoul, ເກົາຫຼີໃຕ້. 8 ມິຖຸນາ 2015

ເກົາຫຼີ​ໃຕ້ ​ໄດ້​ປະກາດ​ການ​ເສຍ​ຊີວິດ​ຄົນທີ 10 ຍ້ອນພະຍາດ​ລະບົບ ຫາຍໃຈ​ອັກ​ເສບ ຫຼື MERS, ດັ່ງ​ທີ່​ຄວາມ​ເປັນ​ຫ່ວງຢືນ​ຢັດ​ວ່າ ການ​ລະບາດ​ແມ່ນຍັງ​ມີ​ຜົນ​ພາໃຫ້ເກີດຄວາມ​ເສຍຫາຍ​ທາງ​ດ້ານ​ເສ​ດຖະກິດ.

ສຳນັກງານ​ຂ່າວ Yonhap ລາຍງານວ່າ ກະຊວງ​ສາ​ທາ​ລະນະ​ສຸກ ​ແລະ ສະຫວັດດີ​ການ ​ໄດ້​ແຈ້ງ​ວ່າຜູ້​ຕາຍຄົນ​ຫຼ້າ​ສຸດ​ແມ່ນ​ຊາຍ​ສະ​ລາ 70 ປີ ​ເຊິ່ງຕິດ​ເຊື້ອ​ດັ່ງກ່າວ ​ໃນ​ຂະນະ​ທີ່​ກຳລັງ​ທຳ​ການ​ປິ່ນປົວໂຣກ​ມະ​ເຮັງ​ປອດ​.

​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ ວັນ​ພະຫັດ​ມື້​ນີ້​ຍັງໄດ້​ລາຍ​ງານ​ 14 ກໍລະນີ​ໃໝ່ຂອງ​ເຊື້ອ​ໂລກ, ​ເຊິ່ງເຮັດໃຫ້​ຕົວ​ເລກ​ຂອງ​ຜູ້​ທີ່​ຮູ້​ວ່າ​ຕິດ​ເຊື້ອ​ດັ່ງ​ກ່າວເພີ່ມຂຶ້ນ​ເປັນ 122 ຄົນ​ຕັ້ງ​ແຕ່​ເລີ່​ມຕົ້ນ​ການ​ຄົ້ນ​ພົບ​ຂອງໂຣກລະບາດ​ໃນ​ວັນ​ທີ 20 ​ເດືອນ​ພຶດສະພາ​.

ທຸລະ​ກິດ​ການ​ຄ້າ ​ໄດ້​ລາຍ​ງານ​ເຖິງ​ການ​ຫຼຸດ​ລົງ​ໃນ​ການ​ຂາຍ​ສິນ​ຄ້າ, ​ເຊິ່ງຊາວເ​ກົາຫຼີ​ໃຕ້ ມີ​ຄວາມ​ຢ້ານ​ກົວ​ຕໍ່​ການ​ຕິດ​ກັບ​ເຊື້ອ​ໂລກ​ທີ່​ຮ້າຍ​ແຮງ​ນີ້ ​ໄດ້​ພາກັນ​ຫຼີກ​ລ່ຽງຮ້ານ​ຂາຍ​ເຄື່ອງ, ​ໂຮງ​ໜັງ ​ແລະ ​ເຂດ​ອື່ນໆ​ທີ່​ມີ​ກຸ່ມຄົນ​ໜາ​ແໜ້ນ.

​ທະນາຄານ​ກາງຂອງ​ປະ​ເທດ ​ວັນ​ພະຫັດ​ມື້​ນີ້ ​ໄດ້​ຕັດ​ອັດຕາ​ດອກ​ເບ້ຍ​ຫຼັກ​ປະ​ມານ .25 ​ເປີ​ເຊັນ ລົງ​ຕ່ຳ​ສຸດ​ເຊິ່ງບໍ່​ເຄີ​ຍມີ​ມາ​ກ່ອນທີ່ 1.5 ​ເປີ​ເຊັນ.

ຫົວໜ້າ​ທະນາ​ຄານ​ແຫ່ງເກົາຫຼີ ທ່ານ Lee Ju-yeol ​ໄດ້​ກ່າວ​ວ່າ “ຄະນະ​ກຳ​ມະ​ການ ນະ​ໂຍບາຍ​ດ້ານການ​ເງິນ ຂອງ​ທະນາຄານ​ແຫ່ງ ​ເກົາຫຼີ ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ຫຼຸດ​ອັດ​ຕາ​ດອກ​ເບ້ຍ​ລົງ​ໂດຍ 25 ຄະ​ແນນ ​ໃນຂະນະທີ່​ມີຄວາມ​ສ່ຽງ​ຕໍ່​ການ​ເສຍ​ຜົນ​ປະໂຫຍ​ດ ລວມມີ ການ​ສົ່ງ​ອອກ​ບໍ່​ຄ່ອງແຄ່​ວ ​ແລະ ຜົນ​ກະທົບ​ຈາກ ພະຍາດ Mers.

​ປະ​ຈຸ​ບັນ​ນີ້, ການ​ລາຍ​ງານ​ຂອງ​ການ​ຕິດ​ເຊື້ອ​ແມ່ນ​ໄດ້​ຖືກ​ກຳ​ຢູ່​ທີ່​ໂຮງໝໍ, ອີງ​ຕາມ​ເຈົ້າ​ໜ້າ​ທີ່, ຜູ້​ທີ່ຢ້ຳວ່າ​ເຊື້ອ​ໂຣກບໍ່​ໄດ້​ຖືກ​ແຜ່​ລະບາດ​ໄປ​ຫາ​ປະຊາກອນ​ທົ່ວ​ໄປ.

ມີ​ຫຼາຍ​ຄົນ​ທີ່ຄິ​ດວ່າ​ໄດ້​ສຳ​ພັດ​ກັບ​ຜູ້​ທີ່​ຕິດ​ເຊື້ອ ​ແມ່ນ​ໄດ້​ຖືກ​ກັກ​ບໍລິ​ເວນ​ໄວ້​ທີ່​ບ້ານ​ຂອງ​ພວກ​ເຂົາ ​ແລະ ມີໂຮງຮຽນ​ຫຼາຍ​ພັນ​ແຫ່ງ​ຍັງ​ຖືກ​ປິດ​ຢູ່​ຍ້ອນ​ໂຣກລະບາດ​ດັ່ງກ່າວ.

ASIA MERS
please wait
Embed

No media source currently available

0:00 0:01:48 0:00

XS
SM
MD
LG