ສານລັດຖະທຳມະນູນຂອງເກົາຫລີໃຕ້ ໄດ້ລົບລ້າງຄຳສັ່ງຫ້າມເຮັດແທ້ງລູກ ທີ່ໃຊ້ມາໄດ້ 65 ປີແລ້ວນັ້ນ.
ໃນການຕັດສິນທີ່ເປັນປະຫວັດການໃນວັນພະຫັດມື້ນີ້, ສານສູງສຸດຂອງປະເທດນັ້ນເວົ້າວ່າ ຄຳສັ່ງຫ້າມດັ່ງກ່າວໄດ້ຈຳກັດຂອບເຂດ ຢ່າງບໍ່ຖືກຕ້ອງຕາມລັດຖະທຳມະນູນ ຕໍ່ສິດທິຂອງແມ່ຍິງໃນການທຳການຕັດສິນໃຈຂອງຕົນ. ໃນການຕັດສິນທີ່ໄດ້ຮັບສຽງເຫັນດີ 7 ຕໍ່ 2 ສຽງນັ້ນ, ຄຳສັ່ງຫ້າມດັ່ງກ່າວ ຈະຖືກລົບລ້າງ ໄປໃນຕົວ ໃນວັນທີ 1 ມັງກອນ, 2021 ເວັ້ນເສຍແຕ່ວ່າ ພວກສະມາຊິກສະພາ ຈະຮ່າງນິຕິກຳ ທີ່ຈະຄ່ອຍຍົກເລີກຂໍ້ຫ້າມຕ່າງໆ ເປັນຂັ້ນໆໄປ ຂຶ້ນມາ.
ຄຳຕັດສິນໃນວັນພະຫັດມື້ນີ້ ແມ່ນເປັນການຕອບຮັບຕໍ່ຄຳອຸທອນທີ່ຍື່ນ ໂດຍພວກທ່ານໝໍທີ່ຖືກກ່າວຫາວ່າ ໄດ້ເຮັດແທ້ງໂດຍບໍ່ໄດ້ຮັບອະນຸຍາດເກືອບຮອດ 70 ຄັ້ງ. ສານລັດຖະທຳມະນູນໄດ້ເຫັນພ້ອມກັບກົດໝາຍທີ່ທຳການຕັດສິນຄັ້ງກ່ອນ ໃນປີ 2012.
ການຫ້າມເຮັດແທ້ງລູກຂອງເກົາຫລີໃຕ້ ແມ່ນເປັນຄຳສັ່ງຫ້າມທີ່ເຄັ່ງຄັດທີ່ສຸດອັນ ນຶ່ງໃນໂລກທີ່ພັດທະນາແລ້ວ. ແມ່ຍິງທີ່ເຮັດແທ້ງລູກ ອາດໄດ້ຮັບໂທດຈຳຄຸກ ນານເຖິງ 1 ປີ ໃນຂະນະທີ່ທ່ານໝໍເຮັດແທ້ງລູກໃຫ້ນັ້ນ ອາດຖືກຈຳຄຸກ 2 ປີ. ຄຳສັ່ງຫ້າມນັ້ນ ໄດ້ຍົກເວັ້ນໃຫ້ແກ່ກໍລະນີເຮັດແທ້ງລູກຂອງແມ່ຍິງທີ່ຖືພາຍ້ອນຖືກຂົ່ມຂືນ ຫລື ການຮ່ວມເພດຂອງຄົນພາຍໃນຄອບຄົວ, ເປັນພະຍາດທີ່ສືບຕໍ່ທາງກຳມະພັນ ຫລື ໃນເມື່ອສຸຂະພາບຂອງຜູ້ກ່ຽວຕົກຢູ່ໃນສະພາບສ່ຽງໄພ.
ສານລັດຖະທຳມະນູນ ໄດ້ເຫັນພ້ອມກົດໝາຍທີ່ການຕັດສິນຄັ້ງກ່ອນ ໃນປີ 2012.