ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ລັດຖະທຳມະນູນ ເກົາຫຼີໃຕ້ ​​​ຕັດສິນ ເຫັນພ້ອມ ໃຫ້ຟ້ອງຮ້ອງ ປົດ​​ປະທານາທິບໍດີ ​


ປະຊາຊົນເກົາຫລີໃຕ້ ມີປະຕິກິລິຍາ ຕໍ່ການຕັດສິນຂອງສານ ທີ່ເຫັນພ້ອມໃຫ້ຟ້ອງຮ້ອງ ປົດປະທານາທິບໍດີ Park Geun-hye ອອກຈາກຕຳແໜ່ງ ທີ່ນະຄອນ Seoul ປະເທດເກົາຫລີໃຕ້.
ປະຊາຊົນເກົາຫລີໃຕ້ ມີປະຕິກິລິຍາ ຕໍ່ການຕັດສິນຂອງສານ ທີ່ເຫັນພ້ອມໃຫ້ຟ້ອງຮ້ອງ ປົດປະທານາທິບໍດີ Park Geun-hye ອອກຈາກຕຳແໜ່ງ ທີ່ນະຄອນ Seoul ປະເທດເກົາຫລີໃຕ້.

ສານ​ລັດຖະທຳ​ມະນູນ​ເກົາຫລີ​ໃຕ້ ​ໄດ້ລົງຄະແນນສຽງ ຢ່າງເປັນເອກກະສັນ ໃຫ້ຟ້ອງ
ຮ້ອງ ປົດປະທານາທິບໍດີ ອອກຈາກ​ໜ້າ​ທີ່ ຢ່າງ​ເປັນ​ທາງ​ການ.

ການ​ຕັດສິນ​ຢ່າງ​ເປັນ​ເອກ​ກະສັນ ​ເຫັນພ້ອມໃຫ້ຟ້ອງຮ້ອງ​ປົດ​ທ່ານ​ນາງ Park Geun-
hye ໄດ້ມີຂຶ້ນໂດຍສານ​ ໃນ​ວັນ​ສຸກ​ມື້​ນີ້.

ມີ 2 ຄົນ ​ເສຍ​ຊີວິດ ​ໃນ​ການ​ປະ​ທ້ວງ​ທີ່​ລະ​ເບີດ​ຂຶ້ນ ຢູ່​ຂ້າງ​ນອກ​ສານ.

ຮັກສາ​ການ​ຫົວໜ້າຜູ້​ພິພາກສາ ທ່ານນາງ Lee Jung-mi ​ໄດ້​ອ່ານ​ຄຳ​ຕັດສິນ​ສົດ​ຜ່ານ
ທາງ​ໂທລະພາບແຫ່ງ​ຊາດ. ທ່ານນາງ​ກ່າວ​ວ່າ ທ່ານ​ນາງ Park “ລະ​ເມີດລັດ ຖະທຳ​ມະ
ນູນ ແລະ​ກົດ​ໝາຍ ​ຊຶ່ງ​ໄດ້​ທໍລະ​ຍົດ​ຕໍ່​ຄວາມ​ເຊື່ອໝັ້ນຂອງ​ປະຊາຊົນ.”

ສານ​ໄດ້​ກ່າວ​ອ້າງເຖິງ “ການລະ​ເມີດ​ທີ່​ຮ້າຍ​ແຮງ” ຕໍ່​ລັດຖະທຳ​ມະນູ​ນ ທີ່​ກ່າວ​ຫາ​
ທ່ານ​ນາງ Park ວ່າ ສົມຮູ້​ຮ່ວມ​ຄິດກັນ​ຢ່າງ​ລັບໆ​ກັບ​ເພື່ອນ​ມາ​ເປັນ​ເວລາ​ດົນ​ນານ
​ຂອງ​ທ່ານນາງ ​ຄື ນາງ Choi Soon-sil ​ໃນ​ການ​ບັງຄັບ​ໃຫ້​ບໍລິສັດ​ຍັກ ​ໃຫຍ່​ເກົາ
ຫລີ ບໍລິຈາກ​ເງິນ​ຫລາຍກວ່າ 69 ລ້ານ​ໂດ​ລາ ໃຫ້​ແກ່ສອງ​ມູນ​ນິທິ​ທີ່​ມີຄວາມ​ສົງ​ໄສ.

ທ່ານ​ນາງ Park​ ​ໄດ້​ປະຕິ​ເສດ​ຊໍ້າ​ແລ້ວ​ຊໍ້າ​ອີກ ​ໃນ​ການ​ກ່າວ​ຫາຕໍ່​ທ່ານ​ນາງ.

ຮັກສາ​ການ​ຫົວໜ້າຜູ້​ພິພາກສາ ທ່ານນາງ Lee Jung-mi ​ໄດ້​ອ່ານ​ຄຳ​ຕັດສິນ​.
ຮັກສາ​ການ​ຫົວໜ້າຜູ້​ພິພາກສາ ທ່ານນາງ Lee Jung-mi ​ໄດ້​ອ່ານ​ຄຳ​ຕັດສິນ​.

ພາຍ​ໃຕ້​ລັດຖະທຳ​ມະນູນ ຮັກສາ​ການ​ປະທານາທິບໍດີ ​ແລະ​ນາຍົກລັດຖະມົນຕີ
ທ່ານ Hwang Kyo-anh ຕ້ອງ​ກຳນົດ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃໝ່ ທີ່​ຈະ​ມີ​ຂຶ້ນ
ພາຍ​ໃນ60 ມື້.

ປະທານາທິບໍດີເກົາຫລີໃຕ້ ທ່ານນາງ Park Geun-hye ທີ່ຖືກປົດອອກຈາຕຳແໜ່ງ.
ປະທານາທິບໍດີເກົາຫລີໃຕ້ ທ່ານນາງ Park Geun-hye ທີ່ຖືກປົດອອກຈາຕຳແໜ່ງ.

ທ່ານ Hwang ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ກຳກັບ​ນຳຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ
ສັງຄົມ​ເພື່ອ​ປ້ອງກັນ​ການ​ຂັດ​ແຍ້​ງ​ ​ແລະແກ້​ໄຂ​ຄວາມ​ຢ້ານ​ກົວ​ຂອງ​ສາທາ ລະນະຊົນ ​
ແລະ​ຄວາມ​ເປັນ​ຫ່ວງ​ຈາກປະຊາ​ຄົມ​ສາກົນ ​ໂດຍ​ການ​ຄວບຄຸມກິ​ດ ຈະ​ການຂອງ​ປະ​
ເທດໃຫ້​ຢູ່​ໃນ​ສະພາບ​ທຸ່ນທ່ຽງ.”

ຮັກສາ​ການ​ຫົວໜ້າຜູ້​ພິພາກສາ ທ່ານນາງ Lee Jung-mi ​(ກາງ) ແລະຜູ້ພິພາກສາອີກເຈັດຄົນ ຕັດສິນປົດໜ້າທີ່ ປະທານາທິບໍດີ ທ່ານນງ Park Geun-hye
ຮັກສາ​ການ​ຫົວໜ້າຜູ້​ພິພາກສາ ທ່ານນາງ Lee Jung-mi ​(ກາງ) ແລະຜູ້ພິພາກສາອີກເຈັດຄົນ ຕັດສິນປົດໜ້າທີ່ ປະທານາທິບໍດີ ທ່ານນງ Park Geun-hye

ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ Mark Toner ກ່າວ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ເຮັດ​ວຽກ​ກັບນາຍົກລັດຖະມົນຕີ ທ່ານ Hwang ຈົນ​ກວ່າ​ເວລາ​ທີ່ທ່ານຍັງຢູ່​ໃນ​ໜ້າ​ທີ່ ​ຮັກສາ​ການ​ປະທານາທິບໍດີ ​ແລະ​ພວກ​ເຮົາ​ເບິ່ງ​ໄປ​ໜ້າ​ເພື່ອ​ສ້າງຄວາມ​ສຳພັນ​ກັບ ​ບໍ່​ວ່າ​ຜູ້​ໃດ​ທີ່ປະຊາຊົນ​ເກົາຫລີ​ໃຕ້ ​ເລືອກ​ເອົາ​ມາ​ເປັນ​ປະ ທານ​າທິບໍດີ​ຄົນ​ຕໍ່​ໄປ.”

ຕຳຫລວດອ້ອມພວກປະທ້ວງຢູ່ສານລັດທະທຳມະນູນ ທີ່ນະຄອນ Seoul ປະເທດເກົາຫລີໃຕ້.
ຕຳຫລວດອ້ອມພວກປະທ້ວງຢູ່ສານລັດທະທຳມະນູນ ທີ່ນະຄອນ Seoul ປະເທດເກົາຫລີໃຕ້.

ທ່ານ​ນາງ Park ​ເປັນ​ປະທານາທິບໍດີ​ເກົາຫລີ​ໃຕ້​ຄົນ​ທຳ​ອິດທີ່ຖືກ​ເລືອກ​ຢ່າງ​ປະຊາທິປະ​ໄຕ ທີ່​ຈະ​ຖືກປົດ​ອອກ​ຈາກ​ໜ້າ​ທີ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

South Korea Impeachment
please wait

No media source currently available

0:00 0:02:34 0:00

XS
SM
MD
LG