ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ ສືບຕໍ່ຊອກຫາ ຄົນໂດຍສານ ທີ່ອາດລອດ ຊີວິດມາໄດ້ ໃນເຮືອຂ້າມຟາກ ທີ່ຫລົ້ມ (ວີດີໂອ)


South Korea Continues Search for Survivors of Sunken Ferry
please wait

No media source currently available

0:00 0:02:21 0:00

ເບິ່ງລາຍງານວີດີໂອ ກ່ຽວກັບຂ່າວນີ້

ພວກ​ດຳ​ນ້ຳ​ຍັງ​ສືບ​ຕໍ່​ຊອກ​ຫາ ​ຄົນ​ໂດຍສານ 287 ຄົນ​ທີ່​
ຫາຍ​ສາບ​ສູນ​ໄປ ຫຼັງ​ຈາກ​ເຮືອ​ຂ້າມ​ຟາກ​ລຳ​ນຶ່ງ​ຂວ້ຳ ​ຢູ່​
ນອກ​ຝັ່ງ​ທະ​ເລ​ຂອງ​ເກົາຫຼີ​ໃຕ້ ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ໜ່ວຍ​ຍາມ​ຝັ່ງ ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ
ມີ 9 ຄົນ​ໄດ້​ຮັບ​ການ​ຢືນຢັນ​ວ່າ​ ເສຍ​ຊີວິດ​ໄປ​ແລ້ວ. ​ເຖິງ​ຢ່າງ
​ໃດ​ກໍ​ດີ ຄາດ​ວ່າ ຈຳນວນ​ຜູ້ເສຍ​ຊີວິດ​ ຈະ​ເພີ່ມຂຶ້ນ​ອີກ​ຢ່າງ​
ຫຼວງ​ຫຼາຍ.

​ມາ​ຮອດ​ປັດຈຸບັນ​ນີ້​ ​ພວກ​ນັກ​ດຳ​ນ້ຳຍັງບໍ່​ສາມາດ​ເຂົ້າ​ໄປ​ໃນ
​ເຮືອ​ທີ່​ຫລົ້ມ​ ນັ້ນໄດ້ ຍ້ອນ​ກະ​ແສ​ນ້ຳ​ແຮງ ​ແລະ​ນ້ຳ​ກໍ​ຂຸ່ນ.

ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ຍັງ​ມີ​ຜູ້​ໃດ​ລອດ​ຊີວິດ​ຢູ່​ໃນ​ເຮືອ​ ​ຫຼື​ບໍ ຊຶ່ງ​ໄດ້​ຈົມລົງ​ເກືອບ​
ໝົດ​ລຳ ຢູ່​ໃນ​ນ້ຳ​ທີ່​ມີ​ອຸນຫະພູມ​ ພຽງ​ແຕ່ 12 ດີກຣີ Celsius​ ເທົ່ານັ້ນ.

ລັດຖະມົນຕີ​ຮັກສາ​ຄວາມ​ປອດ​ໄພ​ແລະ​ປົກຄອງ​ປະຊາຊົນ​ ຂອງ​ເກົາຫຼີ​ໃຕ້ ທ່ານ
Kang Byung-kyu ກ່າວ​ວ່າ ​ຈະ​ພະຍາຍາມ​ໃຊ້ພວກເຄື່ອງ​ຈັກ​ຍົກຂອງ ​ຍົກ
​ເຮືອ​ລຳ​ດັ່ງກ່າວ ​ຂຶ້ນ​ມາຈາກ​ນ້ຳ.

ທ່ານ Kang Byung-kyu ກ່າວ​ວ່າ “ພວກ​ນັກ​ດຳ​ນ້ຳ​ທັງ​ໝົດ 555 ຄົນ​ ໄດ້ຖືກ​
ລະດົມ​ໃຫ້​ໄປ​ຊ່ວຍ​ຊອກ​ຫາ​ພວກ​ທີ່​ໄດ້​ຮັບ​ເຄາະຮ້າຍ​ໃນ​ຄັ້ງ​ນີ້ ​ແລະ​ເຄື່ອງ​ຈັກ
​ຍົກ​ຂອງ​ໜັກ ​ອີກ 3 ​ເຄື່ອງ​ ໄດ້​ຖືກ​ສົ່ງ​ໄປ​ສົມທົບ​ຢູ່​ບ່ອນ​ເກີດ​ເຫດ​ ໃນ​ມື້​ຄືນ
​ຜ່ານ​ມາ​ນີ້. ​ເຄື່ອງ​ຍົກ​ອີກ​ເຄື່ອງ​ນຶ່ງ​ຈະ​ໄປ​ຮອດ​ໃນ​ຕອນເຊົ້າ​ມື້​ອື່ນ ​ແລະ​ອີກ
2 ​ເຄື່ອງ​ຈະ​ໄປ​ຮອດ​ໃນ​ຕອນ​ແລງ​ມື້​ອື່ນ.


ບັນດາ​ຄອບຄົວ​ຂອງ​ພວກ​ຫາຍ​ສາບ​ສູນ ມີ​ຄວາມ​ໂກດ​ແຄ້ນນຳ​ລັດຖະບານ ທີ່ເຂົາ​ເຈົ້າ
​ຮູ້ສຶກ​ວ່າ ດຳ​ເນີນ​ການ​ກູ້​ໄພ​ຊ້າ​ຫລາຍ. ຫລາຍໆ​ຄົນ​ໄດ້​ກ່າວ​ໂຈມ​ຕີ ປະທານາທິບໍດີ
Park Geun-hye ທີ່​ໄດ້​ເດີນທາ​ງ​ໄປ​ໂອ້​ລົມ​ກັບ​ເຂົາ​ເຈົ້າ ​ໂດຍ​ບໍ່​ໄດ້ແຈ້ງ​ໃຫ້​ຮູ້ລ່ວງໜ້າ
ຢູ່​ທີ່​ເກາະ Jindo ​ໃກ້ໆ​ບ່ອນ​ເກີດ​ເຫດ​ນັ້ນ.

ທ່ານ​ນາງ ປັກ ​ໄດ້​ພະຍາຍາມ​ຈະ​ໃຫ້​ຄວາມ​ໝັ້ນ​ໃຈ ​ແກ່​ພວກ​ຄອບຄົວ​ທີ່​ໂສກ​ເສົ້າເສຍ
ໃຈ​ວ່າ ທາງ​ການ​ກຳລັງ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ສາມາດ​ເຮັດ​ໄດ້ ​ໃນ​ການ​ຊອກ​ຫາ ​ແລະ
ຊ່ວຍກູ້​ໄພ​ນັ້ນ.

​ເຮືອ​ຂ້າມ​ຟາກ Sewol ນ້ຳໜັກ 6825 ​ໂຕນ ​ໄດ້​ແລ່ນ​ອອກ​ຈາກ​ທ່າ​ເຮືອ​ເມືອງ
Incheon ໄປໃນ​ຄືນ​ວັນ​ອັງຄານ​ມື້ກ່ອນ​ນີ້ ມຸ້ງ​ໜ້າ​ໄປ​ຍັງ​ເກາະ Jeju ນອກ​ຝັ່ງ​ທະ​
ເລ ກ້ຳຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເກົາຫຼີ​ໃຕ້ ປະມານ 100 ຫຼັກ​ກິ​ໂລ​ແມັດ.

ບັນດາ​ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ທັນ​ໄດ້​ຕັ້ງ​ສາຍ​ເຫດ​ໃດໆ​ຂຶ້ນ​ມາ​ເທື່ອ​ກ່ຽວ​ກັບ​ໄພພິບັດ​ດັ່ງກ່າວ. ​
ແຕ່​ພວກ​ທີ່​ລອດ​ຊີວິດ​ມາ​ໄດ້​ບາງ​ຄົນ​ລາຍ​ງານ​ວ່າ ​ໄດ້​ຍິນ​ສຽງ​ດັງ​ກະທົບ​ຢ່າງ​ແຮງ
ກ່ອນ​ເຮືອ​ຈະ​ງ່ຽງ ແລະເລີ້ມ​ຈົມ​ນ້ຳ​ລົງ​.
XS
SM
MD
LG