ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ໃຕ້ ເປັນຫ່ວງ ກ່ຽວກັບ ການຮ່ວມມືທາງທະຫານລະຫວ່າງ ຣັດເຊຍ ແລະ ເກົາຫຼີເໜືອ


ພາບນີ້ຖືກຖ່າຍໃນວັນທີ 13 ກັນຍາ 2023 ແລະ ຖືກເປີດເຜີຍໂດຍອົງການຂ່າວ KCNA ໃນວັນທີ 14​ ກັນຍາ ສະແດງໃຫ້ເຫັນຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ, ກາງຂວາ, ແລະ ປະທານາທິບໍດີ ປູຕິນ (ກາງຊ້າຍ) ຢ້ຽມຢາມສະຖານທີ່ປ່ອຍຍານອະວະກາດ ວອສໂຕຈນີ ໃນພາກພື້ນ ອາເມີ ຂອງ ຣັດເຊຍ.
ພາບນີ້ຖືກຖ່າຍໃນວັນທີ 13 ກັນຍາ 2023 ແລະ ຖືກເປີດເຜີຍໂດຍອົງການຂ່າວ KCNA ໃນວັນທີ 14​ ກັນຍາ ສະແດງໃຫ້ເຫັນຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ, ກາງຂວາ, ແລະ ປະທານາທິບໍດີ ປູຕິນ (ກາງຊ້າຍ) ຢ້ຽມຢາມສະຖານທີ່ປ່ອຍຍານອະວະກາດ ວອສໂຕຈນີ ໃນພາກພື້ນ ອາເມີ ຂອງ ຣັດເຊຍ.

ເກົາຫຼີໃຕ້ ໄດ້ສະແດງຄວາມເສຍໃຈທີ່ ຣັດເຊຍ ແລະ ເກົາຫຼີເໜືອ ໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືທາງທະ ຫານໃນລະຫວ່າງການພົບປະຂອງຜູ້ນຳຂອງເຂົາເຈົ້າ, ໃນຂະນະທີ່ລັດຖະບານ ໂຊລ ໄດ້ຕິດຕາມຄວາມເປັນໄປໄດ້ ຂອງການຊ້ອມລົບຮ່ວມທາງທະຫານ ລະຫວ່າງ ພຽງຢາງ ແລະ ມົສກູ ຢ່າງໃກ້ຊິດ.

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ຢູນ ຊຸກ ຢອລ ຈະໃຊ້ຄຳປາໄສຂອງທ່ານໃນອາທິດໜ້າຢູ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດເພື່ອຢໍ້າຄວາມເປັນຫ່ວງຢ່າງຫຼວງຫຼາຍ ກ່ຽວກັບ ການຮ່ວມມືທາງທະ ຫານລະຫວ່າງ ເກົາຫຼີເໜືອ ແລະ ຣັດເຊຍ.

ໂຄສົກກະຊວງການຕ່າງປະເທດຂອງ ເກົາຫຼີໃຕ້ ທ່ານ ລິມ ຊູ-ຊຸກ ໄດ້ກ່າວຕໍ່ ບັນດານັກຂ່າວໃນວັນພະຫັດວານນີ້ວ່າ “ເຖິງແມ່ນຈະມີການເຕືອນຢ່າງຊໍ້າແລ້ວ ຊໍ້າອີກຈາກປະຊາຄົມສາກົນ, ຂ້າມພະເຈົ້າໄດ້ມີຄວາມເປັນຫ່ວງຢ່າງຍິ່ງ ແລະ ເສຍໃຈຫຼາຍທີ່ກອງປະຊຸມສຸດຍອດ ເກົາຫຼີເໜືອ-ຣັດເຊຍ ໄດ້ປຶກສາຫາລື ກ່ຽວກັບ ບັນຫາການຮ່ວມມືທາງທະຫານ, ລວມທັງການພັດທະນາດາວທຽມ.”

ໂຊລ ແມ່ນກຳລັງພະຍາຍາມພົບປະກັບບັນດານັກການທູດ ຣັດເຊຍ, ນຶ່ງວັນຫຼັງຈາກປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ແລະ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈິງ ອຶນ ໄດ້ຈັດການເຈລະຈາ ຢູ່ສະຖານີອະວະກາດທີ່ທັນສະໄໝທີ່ສຸດຂອງ ຣັດເຊຍ ຄືສະຖານທີ່ປ່ອຍຍານອະວະກາດ ວອສໂຕຈນີ (Vostochny).

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG