ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີໃຕ້ ກຳລັງແຂ່ງ ກັບຈີນ ໃນຂະນະທີ່ ຜູ້ໄດ້ຮັບ ຜົນປະໂຫຍດ ກໍຄື ຟີລິບປິນ

ປະທານາທິບໍດີ ມູນ ເຈ-ອິນ ຂອງເກົາຫຼີໃຕ້ ກ່າວ ໃນລະຫວ່າງ
ກອງປະຊຸມຖະແຫລງຂ່າວ ເພື່ອເປັນຂີດໝາຍ ການດຳລົງ
ຕຳແໜ່ງປະທານາທິບໍດີ ຄົບຮອບ 100 ວັນ ຂອງທ່ານ ຢູ່ທີ່
ທຳນຽບປະທານາທິບໍດີ ໃນນະຄອນຫຼວງໂຊລ, ວັນທີ 17 ສິງຫາ 2017.
ປະທານາທິບໍດີ ມູນ ເຈ-ອິນ ຂອງເກົາຫຼີໃຕ້ ກ່າວ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ເພື່ອເປັນຂີດໝາຍ ການດຳລົງ ຕຳແໜ່ງປະທານາທິບໍດີ ຄົບຮອບ 100 ວັນ ຂອງທ່ານ ຢູ່ທີ່ ທຳນຽບປະທານາທິບໍດີ ໃນນະຄອນຫຼວງໂຊລ, ວັນທີ 17 ສິງຫາ 2017.

ເກົາຫຼີໃຕ້ ກຳລັງແຂ່ງກັບຈີນ ເພື່ອຊ່ອຍພັດທະນາປະເທດ ຟີລິບປິນ ໃນຂະນະທີ່
ປະທານາທິບໍດີ ຂອງເກົາຫຼີໃຕ້ ພວມຮ່າງ ນະໂຍບາຍການຕ່າງປະເທດ ຂອງຫຼາຍ
ປະເທດ ຂຶ້ນມາ ໂດຍທີ່ບໍ່ມີການເຂົ້າຂ້າງອອກຂາ.

ປະທານາທິບໍດີ Moon Jae-in ຂອງເກົາຫຼີໃຕ້ ໄດ້ບອກຄູ່ຕຳແໜ່ງຂອງທ່ານ ຈາກ
ຟີລິບປິນ ພ້ອມທັງ 9 ປະເທດ ໃນເອເຊຍຕາເວັນອອກສຽງໃຕ້ ຢູ່ທີ່ກອງປະຊຸມສຸດຍອດ
ໃນພາກພື້ນ ເມື່ອສັບປະດາແລ້ວນີ້ ວ່າ ໂຊລ ເປັນ “ຄູ່ພາຄີ ທີ່ດີທີ່ສຸດ ທີ່ຈະແບ່ງປັນ
ປະສົບການ”
ຂອງການຂະຫຍາຍຕົວທາງດ້ານເສດຖະກິດ. ທ່ານໄດ້ກ່າວວ່າ ເກົາຫຼີໃຕ້
ສາມາດທີ່ຈະຊ່ອຍເຫຼືອປະເທດອື່ນໆ ໃນດ້ານເທັກໂນໂລຈີ ທາງລົດໄຟ ພະລັງງານທີ່
ສະອາດ ແລະ ການຄຸ້ມຄອງນ້ຳ.

ປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣີໂກ ດູຍເຕີເຕ ຖ່າຍຮູບ ກັບບັນດາຜູ້ນຳ ຂອງກຸ່ມ ອາຊຽນ (ASEAN) ແລະ ຄູ່ຕຳແໜ່ງຂອງພວກເພິ່ນ, ໂດຍລວມທັງ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ, ໃນລະຫວ່າງການຖ່າຍຮູບ ກ່ອນງານສະເຫຼີມສະຫຼອງ ພິເສດ ໃນການສ້າງຕັ້ງ ອາຊຽນ ຄົບຮອບ 50 ປີ ໃນນະຄອນຫຼວງມານີລາ ຂອງຟີລິບປິນ, ວັນທີ12 ພະຈິກ 2017.

ບັນດານັກວິເຄາະກ່າວວ່າ ຟີລິບປິນ ແມ່ນຢູ່ໃກ້ແຖວໜ້າສຸດ ສຳລັບການໄດ້ຮັບການ
ຊ່ອຍເຫຼືອ ດັ່ງກ່າວ. ຈີນໄດ້ປະຕິຍານວ່າຈະປະກອບທຶນ 24 ຕື້ໂດລາ ໃນການຊ່ອຍ
ເຫຼືອ ເມື່ອເດືອນຕຸລາ ປີ 2016 ແລະ ເມື່ອສັບປະດາແລ້ວນີ້ ກໍໄດ້ລົງນາມ ໃນຂໍ້ຕົກລົງ
14 ສະບັບ ວ່າດ້ວຍການຮ່ວມມື ໃນດ້ານເສດຖະກິດ ທີ່ປະກອບດ້ວຍ ອັນນຶ່ງ ທີ່ກວມ
ລວມເອົາ ທາງລົດໄຟ. ນາຍົກລັດຖະມົນຕີຂອງຍີ່ປຸ່ນ ໄດ້ປະກາດ ທຶນສະໜັບສະໜູນ
ທາງດ້ານເສດຖະກິດ ມູນຄ່າ 8.8 ຕື້ໂດລາ ໃນເດືອນແລ້ວນີ້.

ບັນດາຜູ້ນຳທຸລະກິດ ຈັບມືກັນ ໃນລະຫວ່າງ ພິທີການລົງນາມ ທີ່ເຂົ້າຮ່ວມໂດຍ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ປະທານປະເທດຈີນ ທ່ານສີ ຈິ່ນຜິງ ຢູ່ທີ່ຫໍກອງປະຊຸມໃຫຍ່ ສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ, ວັນທີ 9 ພະຈິກ 2017.

ເກົາຫຼີໃຕ້ຢາກຈະຕິດຕາມໃຫ້ທັນ ໂດຍສະເພາະກັບປະເທດຈີນ ເພື່ອໃຫ້ແນ່ໃຈ ວ່າ
ຟີລິບປິນ ຈະຢູ່ໃນເຄືອຂ່າຍພັນທິມິດຂອງ ສຫຣ ໃນກຸ່ມປະເທດເອເຊຍປາຊິຟິກ ຊຶ່ງ
ທ່ານ ເຮີມັນ ຄຣາຟ ນັກຮຣັດຖະສາດຈາກມະຫາວິທະຍາໄລຟີລິບປິນ ດີລີມມັນ
ໄດ້ເວົ້າໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG