ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ໄຕ້ໄຟ ຕົ້ນຄຣິສມາສ ສູງ 30 ແມັດ ຢູ່ໃກ້ຊາຍແດນເກົາຫຼີເໜືອ


ຕົ້ນຄຣິສມາສ ທີ່ເປັນໂຄງສ້າງເຫລັກສູງ 30 ແມັດ ແລະມີດອກໄຟ ປະມານສາມພັນດອກ ຖືກປະດັບຢ່າງອາລ່າມງາມຕາໃນເກົາຫຼີໃຕ້ ຢູ່ໃກ້ກັບຊາຍແດນຕິດກັບເກົາຫຼີເໜືອ.
ຕົ້ນຄຣິສມາສ ທີ່ເປັນໂຄງສ້າງເຫລັກສູງ 30 ແມັດ ແລະມີດອກໄຟ ປະມານສາມພັນດອກ ຖືກປະດັບຢ່າງອາລ່າມງາມຕາໃນເກົາຫຼີໃຕ້ ຢູ່ໃກ້ກັບຊາຍແດນຕິດກັບເກົາຫຼີເໜືອ.
ເກົາຫຼີໃຕ້ໄດ້ອະນຸຍາດໃຫ້ພວກນັບຖືສາສະໜາຄຣິສກຸ່ມນຶ່ງ
ໄຕ້ໄຟຄຣິສມາສ ໃສ່ໂຄງສ້າງເຫລັກສູງໆແຫ່ງນຶ່ງ ເພື່ອໃຫ້ເປັນ
ຕົ້ນຄຣິສມາສ ຢູ່ໃກ້ກັບຊາຍແດນທີ່ມີຄວາມເຄັ່ງຕຶງ ຕິດກັບ
ເກົາຫຼີເໜືອນັ້ນ.

ຄິດກັນວ່າ ການສະແດງດອກໄຟແລະສີສັນຂອງການສະເຫລີມ
ສະຫລອງ ວັນບຸນດັ່ງກ່າວ ແມ່ນເປັນການຕອບສະໜອງຕໍ່ການ
ຍິງລູກສອນໄຟໄລຍະໄກຂອງເກົາຫຼີເໜືອ ເມື່ອມໍ່ໆມານີ້ ທີ່ເກົາ
ຫລີໃຕ້ກັບສະຫະລັດເວົ້າວ່າ ເປັນການ ທົດລອງເທັກໂນໂລຈີ
ລູກສອນໄຟຂີປະນາວຸດ ທີ່ຖືກເກືອດຫ້າມ.

ໂຄງສ້າງເຫລັກດັ່ງກ່າວ ແມ່ນຖືກເອ້ຍ້ອງດ້ວຍດອກໄຟແສງສີ
ອາລ່າມງາມຕາ ໂດຍກຸ່ມຊາວຄຣິສຕຽນ ແລະຈະໄຕ້ໃຫ້ຮຸ່ງຢູ່
ແບບນັ້ນ ໄປຈົນຮອດຕົ້ນ ເດືອນມັງກອນ.

ພຽງຢາງຖືວ່າເສົາເຫລັກຕົ້ນຄຣິສມາສນັ້ນ ເປັນການໂຄສະນາການທໍາສົງຄາມ ແຕ່ກໍບໍ່ ໄດ້ມີການໂຕ້ຕອບຕໍ່ການໄຕ້ໄຟປະດັບເອ້ຕົ້ນຄຣິສມາສນີ້ ແຕ່ຢ່າງໃດ.

ບໍ່ໄດ້ມີການໄຕ້ໄຟປະດັບປະດາຕົ້ນຄຣິສມາສດັ່ງກ່າວໃນປີກາຍນີ້ ເພື່ອຫລີກລ່ຽງຄວາມ ເຄັ່ງຕຶງ ລຸນຫລັງການເສຍຊີວິດຂອງຜູ້ນໍາເກົາຫຼີເໜືອ ທ່ານ Kim Jong Il.
XS
SM
MD
LG