ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນສະແດງຄວາມເສຍໃຈ ຕໍ່ການເສຍຊີວິດ ຂອງເຈົ້າໜ້າທີ່ຍາມຝັ່ງເກົາຫລີໃຕ້


ສົບຂອງເຈົ້າໜ້າທີ່ຍາມຝັ່ງເກົາຫລີໃຕ້ຄົນນຶ່ງທີ່ເສຍຊີວິດຢູ່ໂຮງໝໍ ທີ່ຖືກແທງໂດຍຄົນຫາປາຊາວຈີນ
ສົບຂອງເຈົ້າໜ້າທີ່ຍາມຝັ່ງເກົາຫລີໃຕ້ຄົນນຶ່ງທີ່ເສຍຊີວິດຢູ່ໂຮງໝໍ ທີ່ຖືກແທງໂດຍຄົນຫາປາຊາວຈີນ

ລັດຖະບານ​ຈີນ​ກ່າວ​ເມື່ອ​ວັນ​ອັງຄານ​ມື້​ນີ້​ວ່າ ຕົນ​ຂໍ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່ ການ​ເສຍ​ຊີວິດ
ຂອງ​ເຈົ້າໜ້າ​ທີ່​ຍາມ​ຝັ່ງ​ຄົນນຶ່ງ​ຂອງ​ເກົາຫລີ​ໃຕ້ ທີ່​ຖືກ​ກ່າວຫາ​ວ່າ ​ຖືກ​ແທງ​ຈົນ​ຕາຍ​ໂດຍ​ຄົນ
ຫາປາ​ຈີນນັ້ນ.

ຖະ​ແຫຼງການ​ຈາກ​ກະຊວງ​ຕ່າງປະ​ເທດ​ຈີນມີ​ຂຶ້ນທ່າມກາງທີ່ໄດ້​ເກີດ​ຄວາມ​ ໂກດ​ແຄ້ນ​ຢ່າງ
ໃຫຍ່​ໃນ​ເກົາຫລີ​ໃຕ້ກ່ຽວ​ກັບ​ອຸບັດ​ເຫດ​ດັ່ງກ່າວທີ່​ເກີດ​ຂຶ້ນ​ເມື່ອ​ວັນ​ຈັນ​ວານ​ນີ້ ​ໃນ​ລະຫວ່າງ​
ການ​ປະຕິບັດ​ງານ​ເພື່ອ​ຢຸດ​ການຫາປາ​ຢ່າງ​ຜິດ​ກົດໝາຍ​ນອກ​ຝັ່ງ​ແຫລມ​ເກົາຫລີ​ນັ້ນ.

ພວກ​ນັກ​ລົບ​ເກົ່າ​ ​ແລະ​ພວກ​ນັກ​ເຄຶ່ອນ​ໄຫວຊາວເກົາຫລີໃຕ້ຫລາຍ​ກວ່າ 100 ຄົນ ​ໄດ້​ປະ
ທ້ວງ​ຢູ່​ຕໍ່ໜ້າ​ສະຖານທູດ​ຈີນ​ໃນ​ນະຄອນຫລວງ​ໂຊ​ລ​ເມື່ອ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ປະນາມ​ປັກ​
ກິ່ງ​ກ່ຽວກັບການ​ສັງຫານ​ດັ່ງກ່າວ. ​ໃນ​ລະຫວ່າງການ​ປະ​ທ້ວງ​ນັ້ນ ພວກເດີນຂະບວນຊາວ
ເກົາຫລີຄົນ​ນຶ່ງ​ໄດ້​ຂັບ​ລົດ​ຂອງ​ຕົນ​ຫລາຍໆ​ຄັ້ງ​ເຂົ້າ​ໄປ​ຕຳໃສ່​ລົດ​ຕໍາຫລວດ​ຄັນ​ນຶ່ງ​ ທີ່​ຄຸ້ມ​ກັນ
ສະຖານທູດ​ຈີນ.

ໃນ​ຕອນ​ເຊົ້າຂອງ​ວັນ​ອັງຄານ​ມື້​ນີ້ ທ່ານ ລີ ມຽງ​ບັກ ປະທານາທິບໍດີ​ເກົາຫລີ​ໃຕ້​ໃຫ້​ຄໍາ​ໝັ້ນ
ສັນຍາເຖິງ​ມາດ​ຕະການຮັບ​ມື​ຢ່າງ​ເຂັ້ມ​ແຂງ ​ເພື່ອ​ພິທັກປົກ​ປ້ອງ​ພວກ​ເຈົ້າໜ້າ​ທີ່​ຍາມ​ຝັ່ງຂອງ​
ເກົາຫລີ​ໃຕ້ ທີ່​ພະຍາຍາມ​ກວາດ ລ້າງ​ການບຸກລຸກເຂດນ່ານນໍ້າຢ່າງ​ໂຈ່ງ​ແຈ້ງ​ຂອງ​ພວກ​ຫາ​
ປາຈີນ.

ເມື່ອ​ວັນ​ຈັນ​ວານ​ນີ້ກະ​ຊວງ​ຕ່າງປະ​ເທດ​ຂອງ​ເກົາຫລີໃຕ້ ​ໄດ້​ຮຽກ​ຕົວ​ເອກ​ອັກຄະ​ລັດຖະ
ທູດ​ຈີນເຂົ້າພົບ ​ເພື່ອ​ປະ​ທ້ວງ​ກ່ຽວ​ກັບ​ອຸບັດ​ເຫດ​ດັ່ງກ່າວ.

XS
SM
MD
LG