ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອປະມົງຈີນຕໍາ ກໍາປັ່ນເກົາຫຼີໃຕ້


ເຮືອປະມົງຈີນທີ່ຫຼົ້ມ ຢູ່ນອກແຄມຝັ່ງທະເລ ທາງກໍ້າຕາເວັນຕົກ ຂອງເກົາຫຼີໃຕ້ (18 ທັນວາ 2010)
ເຮືອປະມົງຈີນທີ່ຫຼົ້ມ ຢູ່ນອກແຄມຝັ່ງທະເລ ທາງກໍ້າຕາເວັນຕົກ ຂອງເກົາຫຼີໃຕ້ (18 ທັນວາ 2010)

ເຈົ້າໜ້າທີ່ກ່າວວ່າ ມີຊາວປະມົງຄົນນຶ່ງເສຍຊີວິດແລະອີກ
2 ຄົນຫາຍສາບສູນ ຫຼັງຈາກເຮືອປະມົງຈີນແລ່ນເຂົ້າຕຳ
ກຳປັ່ນຂອງໜ່ວຍຍາມຝັ່ງລຳນຶ່ງຂອງເກົາຫຼີໃຕ້ແລ້ວກໍຫຼົ້ມ.

ໜ່ວຍຍາມຝັ່ງຂອງເກົາຫຼີໃຕ້ກ່າວວ່າມີຊາວປະມົງ 8 ຄົນ
ຖືກຊ່ອຍຂຶ້ນມາຈາກນໍ້າ ແຕ່ຜູ້ນຶ່ງໄດ້ໝົດສະຕິ ແລະເສຍ
ຊີວິດໃນເວລາຕໍ່ມາ.

ເຈົ້າໜ້າທີ່ຄວບຄຸມ ການເດີນເຮືອຂອງເກົາຫຼີໃຕ້ ກ່າວ
ໃນວັນເສົາມື້ນີ້ວ່າ ເຮືອແກ່ມອງຂອງຈີນຂະໜາດ 63
ໂຕນ ຕັ້ງໃຈແລ່ນເຂົ້າຕຳກຳປັ່ນຍາມຝັ່ງຂອງເກົາຫຼີໃຕ້
ຂະໜາດ 3,000 ໂຕນຂະນະທີ່ກຳປັ່ນຂອງໜ່ວຍຍາມຝັ່ງພະຍາຍາມຄວບຄຸມການລັກລອບ
ຫາປາໃນເຂດນ່ານນໍ້າຂອງເກົາຫຼີໃຕ້.

ເຈົ້າໜ້າທີ່ເວົ້າວ່າ ພະນັກງານຂອງໜ່ວຍຍາມຝັ່ງ 4 ຄົນໄດ້ຮັບບາດເຈັບເວລາພວກລູກເຮືອ
ປະມົງຈີນໃຊ້ແປັບນໍ້າແລະໄມ້ຄ້ອນໂຈມຕີເຂົາເຈົ້າ.

ກຳປັ່ນແລະເຮຣີຄອບເຕີ້ຂອງໜ່ວຍຍາມຝັ່ງເກົາຫຼີໃຕ້ ພວມຊອກຄົ້ນຫາ ຊາວປະມົງຈີນທີ່
ຫາຍສາບສູນໄປນັ້ນ.

XS
SM
MD
LG