ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ແລະ ຈີນ ຕົກລົງທີ່ຈະເລີ້ມການເຈລະຈາທາງການທູດ ແລະ ຄວາມໝັ້ນຄົງ


ປະທານາທິບໍດີ​ເກົາຫລີ​ໃຕ້ ຢຸນ ຊຸກ ໂຢລ (Yoon Suk Yeol) ​ແລະ​ນາຍົກລັດຖະມົນຕີຈີນ ທ່ານ ລີ ຈຽງ (Li Qiang) ເລື່ອນຈຸດຢືນຂອງພວກທ່ານ ໃນລະຫວ່າງກອງປະຊຸມນຶ່ງ ຢູ່ທີ່ຫ້ອງການປະທານາທິບໍດີ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 26 ພຶດສະພາ 2024.
ປະທານາທິບໍດີ​ເກົາຫລີ​ໃຕ້ ຢຸນ ຊຸກ ໂຢລ (Yoon Suk Yeol) ​ແລະ​ນາຍົກລັດຖະມົນຕີຈີນ ທ່ານ ລີ ຈຽງ (Li Qiang) ເລື່ອນຈຸດຢືນຂອງພວກທ່ານ ໃນລະຫວ່າງກອງປະຊຸມນຶ່ງ ຢູ່ທີ່ຫ້ອງການປະທານາທິບໍດີ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 26 ພຶດສະພາ 2024.

ປະທານາທິບໍດີ​ເກົາຫລີ​ໃຕ້ ຢຸນ ຊຸກ ໂຢລ (Yoon Suk Yeol) ​ແລະ​ນາຍົກລັດຖະມົນຕີຈີນ ທ່ານ ລີ ຈຽງ (Li Qiang) ​ໄດ້​ຕົກລົງ​ໃນ​ວັນ​ອາທິດວານ​ນີ້ ​ທີ່​ຈະ​ເປີດ​ການ​ເຈລະຈາ​ທາງ​ການ​ທູດ ​ແລະ​ຄວາມ​ໝັ້ນຄົງ ​ແລະ​ເລີ້ມ​ການ​ເຈລະຈາ​ຄືນ​ໃໝ່ ​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ, ຫ້ອງການຂອງ ທ່ານ ຢຸນ (Yoon) ກ່າວ​, ອີງຕາມອົງການຂ່າວ ຣອຍເຕີສ໌.

ທ່ານ ຢຸນ ແລະ ທ່ານ ລີ ​ໄດ້​ຈັດ​ການ​ເຈລະຈາກັນ ​ນຶ່ງ​ມື້​ກ່ອນ​ການປະຊຸມສຸດ ຍອດ ກັບຄູ່ຮ່ວມມື່​ຍີ່ປຸ່ນຂອງພວກທ່ານ ຄືທ່ານ ຟູມິໂອະ ກິຊິດະ (Fumio Kishida) ຊຶ່ງ​ເປັນ​ການ​ເຈລະຈາ 3 ຝ່າຍ​ຄັ້ງ​ທຳ​ອິດ​ໃນ​ຮອບ 4 ປີປາຍ ຂອງພວກທ່ານ.

ທ່ານ ຢຸນ ບອກກັບທ່ານ ລີ ​ວ່າ ທັງສອງ​ປະ​ເທດ​ຄວນ​ເຮັດ​ວຽກ​ຮ່ວມ​ກັນ ​ບໍ່​ພຽງ​ແຕ່ເພື່ອສົ່ງເສີມຜົນ​ປະ​ໂຫຍ​ດຮ່ວມກັນ ​ໂດຍ​ບໍ່ພຽງແຕ່ອີງ​ໃສ່​ການ​ເຄົາລົບ​ເຊິ່ງ ກັນ​ແລະ​ກັນ​ເທົ່າ​ນັ້ນ, ແຕ່ຍັງລວມເຖິງ​ບັນຫາລະດັບ​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ຮ່ວມກັນ, ​ໂດຍກ່າວເຖິງ​ສົງຄາມ​ຢູ​ເຄຣນ, ຄວາມ ຂັດແຍ້ງລະຫວ່າງອິສຣາແອລ ແລະ ກຸ່ມຮາມາສ ​ແລະ ຄວາມ​ບໍ່​ແນ່ນອນ​ດ້ານ​ເສດຖະກິດໃນທົ່ວ​ໂລກ.

"​ໃນ​ຂະ​ນະ​ທີ່ ​ສ.​ເກົາຫຼີ ​ແລະ ຈີນ ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ຮ່ວມ​ກັນ​ໃນຕະຫຼອດ 30 ປີຜ່ານມາ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ ​ແລະ ການ​ເຕີບ​ໂຕ​ຂອງ​ກັນ ແລະກັນ, ຂ້າພະ​ເຈົ້າຫວັງ​ວ່າ​ຈະ​ຍັງຄົງສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດຕໍ່ໄປ ​ເຖິງ​ແມ່ນ​ວ່າ​ຈະ​ປະເຊີນກັບ​ວິ​ກິດ​ການ​ທີ່​ສັບສົນ​ລະດັບໂລກໃນປັດຈຸບັນນີ້ກໍຕາມ," ທ່ານ ຢຸນ ກ່າວ​ໃນ​ຕອນ​ຕົ້ນ​ຂອງ ການປະຊຸມ, ອີງຕາມຫ້ອງການຂອງທ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG