ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີໃຕ້ແລະຈີນ ຈະໂອ້ລົມກັນຢູ່ປັກກິ່ງ ໃນເດືອນກຸມພາ ປີໜ້າ


ທຸງຊາດ ເກົາຫລີໃຕ້ ແລະຈີນ.
ທຸງຊາດ ເກົາຫລີໃຕ້ ແລະຈີນ.

ລັດຖະມົນຕີປ້ອງກັນປະເທດ ຈາກເກົາຫລີໃຕ້ແລະຈີນ ຈະທໍາການໂອ້ລົມກັນຢູ່ນະຄອນ
ຫລວງປັກກິ່ງຂອງ​ປະ​ເທດ​ຈີນ ໃນເດືອນກຸມພາປີໜ້ານີ້ ເພື່ອປຶກສາຫາລືກັນ ເລື່ອງການ ເກາະຜິດທາງທະຫານຂອງເກົາຫລີເໜືອ ແລະບັນຫາຄວາມໝັ້ນຄົງອື່ນໆ ໃນຂົງເຂດ.

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດເກົາໃຕ້ທ່ານນຶ່ງກ່າວ ​ໃນວັນອາທິດມື້ນີ້ວ່າ ສ່ວນໃຫຍ່
ແລ້ວ ​ລັດຖະມົນຕີປ້ອງກັນປະເທດເກົາຫລີໃຕ້ ທ່ານ Kim Kwan-Jin ແລະຄູ່ຕໍາແໜ່ງ
ຝ່າຍຈີນຂອງທ່ານ ຄືທ່ານ Liang Guanglie ​ແມ່ນຈະປຶກສາຫາລືກັນ ໃນ​ເລື່ອງ​ກ່ຽວ​ກັບ​
ວ່າ​ເຮັດ​ວິທີ​ໃດ​ຈຶ່ງ​ຈະເຮັດ​ໃຫ້ການຮ່ວມມືດ້ານການທະຫານ ລາບລື່ນຄືນໃໝ່ອີກ ລະຫວ່າງ
ປະເທດທັງສອງ. ທ່ານກ່າວຕື່ມວ່າ ພວກເຈົ້າໜ້າທີ່ລະດັບປະຕິບັດການຈະພົບປະກັນໃນ
ເດືອນມັງກອນປີໜ້ານີ້ ເພື່ອຈັດວາງຫົວຂໍ້ຂອງການປະຊຸມ.

ອົງການຂ່າວຢົນຮັບຂອງເກົາຫລີໃຕ້ກ່າວວ່າ ໃນລະຫວ່າງການເຈລະຈາກັນນັ້ນ ທ່ານ Kim
Kwan-Jin ມີທ່າທີວ່າຈະຮຽກຮ້ອງໃຫ້ທ່ານ Liang ຈົ່ງເອົາໃຈໃສ່ພະຍາຍາມໃຫ້ໜັກໜ່ວງ
ຕື່ມອີກ ເພື່ອຍັບ​ຍັ້ງການເກາະຜິດຕ່າງໆນາໆທາງທະຫານຂອງເກົາຫລີເໜືອນັ້ນ.

XS
SM
MD
LG